ສະບາຍດີມະນຸດ… ໄດ້ຍິນປະໂຫຍກນີ້ ຫຼາຍຄົນຄົງຈະຄິດຮອດສຽງຂອງ Omaidy ຄອນເທັນຄຣີເອເຕີສາຍໄລຟ໌ສະໄຕລ໌ ທີ່ມັກຈະພາເຮົາໄປເບິ່ງຊີວິດຂອງລາວທັງສອງຕົວຕົນ ທັງເປັນມະນຸດທີ່ອາໄສໃນຕົວເມືອງ ແລະ ມະນຸດທີ່ຢູ່ກັບທຳມະຊາດຄືການພາເຂົ້າປ່າໃນມຸມໃໝ່ໆ.
ແຕ່ໃຜຊິຮູ້ວ່າ ເບື້ອງຫຼັງຄອນເທັນມ່ວນໆ ແລະ ວິຖີຊີວິດແບບລຽບງ່າຍນີ້ ຕົວຈິງແລ້ວລາວເປັນໃຜ ແລະ ມີມຸມມອງຊີວິດທີ່ໜ້າສົນໃຈແນວໃດ? ພວກເຮົາມາຮູ້ຈັກຕົວຕົນຂອງຜູ້ຊາຍຄົນນີ້ໄປນຳກັນເລີຍທຸກຄົນ.
ຈາກຄົນທີ່ບໍ່ຄິດຄາດຫວັງສູ່ລາງວັນໃຫຍ່ Muan Awards
Omaidy ຫຼື ໂອລົດ ແສນທິຈັກ ປັດຈຸບັນອາຍຸ 41 ປີ (ເກີດວັນທີ 14 ເມສາ 1985) ນອກຈາກຈະເປັນຄອນເທັນຄຣີເອເຕີແລ້ວ ລາວຍັງມີອາຊີບເປັນ Graphic Design ແລະ ເປັນຮອງພະແນກຢູ່ທະນາຄານແຫ່ງໜຶ່ງນຳອີກ.
ຍ້ອນຄວາມເປັນທຳມະຊາດ, ໃນປີ 2025 ທີ່ຜ່ານມາ ລາວຈຶ່ງຖືກສະເໜີຊື່ເຂົ້າຊີງ ແລະ ຄວ້າລາງວັນ Muan Awards 2025 ສາຂາ Best Lifestyle Content Creator – ນັກສ້າງເນື້ອຫາສາຍໄລຟ໌ສະໄຕລ໌ດີເດັ່ນແຫ່ງປີ ມາຄອງ. ຕອນທຳອິດລາວບໍ່ໄດ້ຄາດຫວັງຫຍັງເລີຍ ເພາະຄິດວ່າຊ່ອງໂຕເອງຍັງບໍ່ທັນເປັນກະແສ ແລະ ບໍ່ຄິດວ່າຄົນຈະມາໃຫ້ຄວາມສົນໃຈຫຼາຍປານນັ້ນ ຍ້ອນໃນສາຂານີ້ມີແຕ່ຜູ້ໂຫດໆລະດັບປະເທດທັງນັ້ນ.

ຄວາມຮູ້ສຶກຕອນທີ່ໄດ້ລາງວັນ ນັກສ້າງເນື້ອຫາສາຍໄລຟ໌ສະໄຕລ໌ດີເດັ່ນ ມັນເປັນສິ່ງທີ່ເກີນຄາດຫຼາຍສຳລັບລາວ, ເພາະບໍ່ຄິດວ່າຈະໄດ້ຖືກເອີ້ນຊື່ ແລະ ຮັບລາງວັນ. Omaidy ກໍເລີຍເຮັດຕົວສະບາຍໆ, ບໍ່ໄດ້ຄາດຫວັງ ເລີຍຍ່າງຫຼິ້ນພາຍໃນງານແບບມ່ວນໆແທນ.
ຕອນທີ່ຂ້ອຍໄດ້ຍິນຊື່ໂຕເອງ, ຄວາມຮູ້ສຶກບໍ່ຮູ້ວ່າເອີ້ນຫຍັງ ຫຼື ວ່າຈະເປັນອາການຕົກໃຈ, ບໍ່ເຂົ້າໃຈວ່າສິ່ງທີ່ມັນເກີດຄືຫຍັງ ແຕ່ໜ້າຈະແມ່ນຄວາມພາກພູມໃຈນັ້ນແຫຼະ ຖ້າຖາມວ່າຄິດຮອດໃຜໃນຕອນນັ້ນ, ຂ້ອຍຄິດຫາຄອບຄົວກ່ອນໝູ່ ແລະ ຫຼັງຈາກລົງມາແຕ່ເວທີກໍຮີບສົ່ງຮູບໃຫ້ກຸ່ມຄອບຄົວທັນທີ
ສະເໜ່ທີ່ແຕກຕ່າງຂອງຄົນເມືອງທົດລອງໃຊ້ຊີວິດໃນປ່າ
ກຸ່ມຄອນເທັນຄຣີເອເຕີສາຍໄລຟ໌ສະໄຕລ໌ໃນລາວຖືວ່າມີຈຳນວນທີ່ຫຼາຍກວ່າໝູ່ໃນສາຍອື່ນໆ ເຊິ່ງທຸກຄົນສາມາດເຮັດມັນໄດ້ເລີຍໂດຍການຖ່າຍຊີວິດຂອງແຕ່ລະຄົນໃນແຕ່ລະມື້ເປັນແນວໃດ ເພາະບາງຄົນກໍມີໄລຟ໌ສະໄຕລ໌ຄື ການອອກກຳລັງກາຍ-ຫຼິ້ນກີລາ, ຮ້ອງເພງ ຫຼື ການທ່ອງທ່ຽວ ຈຶ່ງເວົ້າໄດ້ວ່າມັນຂ້ອນຂ້າງຫຼາຍ.
ແຕ່ Omaidy ເລືອກທີ່ຈະແຕກຕ່າງຈາກຄົນອື່ນໆຢູ່ໜ້ອຍໜຶ່ງຄື ການເອົາຕົວຕົນທັງສອງບຸກຄະລິກທີ່ຕ່າງກັນມາລວມຢູ່ໃນຊ່ອງດຽວ. ລາວປ່ຽນໂໝດຈາກຄົນເມືອງມາເປັນຄົນທີ່ຢູ່ໃນປ່າ ທີ່ພາໄປທົດລອງໃຊ້ຊີວິດໃນປ່າແທ້ໆ ບໍ່ແມ່ນປ່າເພື່ອການທ່ອງທ່ຽວ ມັນເລີຍກາຍເປັນເອກະລັກທີ່ເຮັດໃຫ້ຄົນເບິ່ງຮູ້ສຶກຕື່ນເຕັ້ນ ແລະ ຢາກຄົ້ນຫາໄປນຳ.

ນອກຈາກຄວາມແປກໃໝ່ແລ້ວ, ອີກໜຶ່ງສະເໜ່ທີ່ກິນໃຈຄົນເບິ່ງສຸດໆ ຄື Omaidy ສາມາດເລົ່າໄດ້ເຫັນມຸມມອງຂອງຄົນເຂດນອກທີ່ຕ້ອງຢູ່ກັບປ່າ, ຫາຢູ່ຫາກິນແບບບ້ານໆ ແລະ ເຮັດໃຫ້ຄົນເຂົ້າມາເຮັດວຽກໃນເມືອງໃຫຍ່ ຫຼື ຄົນໄກບ້ານ ໄດ້ເຫັນແລ້ວຮູ້ສຶກອົບອຸ່ນ ແລະ ຄິດຮອດບ້ານເກີດ.
ຄົນເບິ່ງຮູ້ສຶກສະບາຍໃຈ ແລະ ເຊື່ອໃຈ ເພາະທຸກຄອນເທັນແມ່ນມາຈາກເລື່ອງຈິງ, ບັນຫາຈິງ ແລະ ວິທີການເອົາໂຕລອດໃນປ່າຈາກທີ່ບໍ່ມີຫຍັງ ໂດຍບໍ່ມີການສະແດງປັ້ນແຕ່ງເພື່ອເອົາກະແສ, ລາວສົ່ງຕໍ່ເນື້ອຫາດ້ວຍຄວາມຮູ້ສຶກແບບອ້າຍສູ່ນ້ອງ ເຮັດໃຫ້ຄົນເບິ່ງຮູ້ສຶກອິນ ແລະ ພ້ອມທີ່ຈະເຕີບໂຕໄປກັບຊ່ອງນີ້ແບບສະບາຍໃຈ ຈຸດນີ້ແຫຼະທີ່ເຮັດໃຫ້ຄອງໃຈຄົນເບິ່ງ.
ທີ່ສຳຄັນ, ລາວຈະຫາຈຸດເດັ່ນສະເພາະຕົວທີ່ສາມາດຝັງພາບຈຳດ້ວຍຄຳທັກທາຍຕິດຫູວ່າ ສະບາຍດີມະນຸດ ທີ່ໃຜໄດ້ຍິນກໍຕ້ອງຄິດຮອດລາວ.

ປ່າພູເຢີຍ ຄວາມທ້າທາຍທີ່ສຸດໃນຊີວິດ
ຖ້າຖາມວ່າປ່າໃດໃນລາວທີ່ເຮັດໃຫ້ຮູ້ສຶກຫຼອນ ແລະ ທ້າທາຍທີ່ສຸດ? Omaidy ລາວຍົກໃຫ້ ພູເຢີຍ ເມືອງແມດ, ແຂວງວຽງຈັນ, ບ່ອນນີ້ເປັນຕາຢ້ານຍ້ອນມີທັງເລື່ອງເລິກລັບທີ່ອະທິບາຍບໍ່ໄດ້, ຄວາມເຊື່ອທ້ອງຖິ່ນ, ຮ່ອງຮອຍການລັກລອບຕັດຕົ້ນໄມ້ ແລະ ອື່ນໆ.
Omaidy ເຄີຍໄປໃຊ້ຊີວິດຢູບ່ອນນັ້ນ 3 ມື້ 2 ຄືນ ແລະ ປ່າພູເຢີຍ ທຸກຢ່າງຄືງຽບສະຫງົບຈົນເປັນຕາຢ້ານ ແລະ ຕ້ອງດິ້ນລົ້ນເອົາຊີວິດລອດແບບຢູ່ຍາກແຮງ. ສຸດທ້າຍ, Omaidy ກໍບໍ່ໄດ້ເຈິເລື່ອງແປກໆຄືຄົນອື່ນເຂົາເລົ່າ ແຕ່ຄວາມກົດດັນຂອງປ່ານີ້ຄືທີ່ສຸດ ແຕ່ລາວກໍມັກມັນ ແລະ ຢາກກັບໄປອີກ.
ສ່ວນເສັ້ນທາງຍ່າງປ່າທີ່ Omaidy ມັກທີ່ສຸດໃນລາວ ກໍຍັງຍົກໃຫ້ໂຊນແຂວງວຽງຈັນຄືເກົ່າ ບໍ່ວ່າຈະເປັນ ເມືອງວັງວຽງ, ໂພນໂຮງ ຫຼື ພູເຂົາຄວາຍ. ແຖວບ້ານພູເກົ້ານາງ, ພູຜາດ່າງ ເຊິ່ງເສັ້ນທາງໂຊນນີ້ລາວໄປລຸຍມາແລ້ວຮອດ 9 ເທື່ອ ແລະ ເອີ້ນວ່າເປັນບ່ອນທີ່ Omaidy ຫຼົງຮັກເລີຍກໍວ່າໄດ້.

ມື້ພັກຜ່ອນທີ່ສົມບູນແບບຂອງ Omaidy
ໃນມື້ພັກຜ່ອນທີ່ສົມບູນແບບຂອງ Omaidy ຈະບໍ່ເຮັດວຽກ, ລາວເລືອກປິດກ້ອງ, ວາງມືຖືລົງ ແລະ ບໍ່ຖ່າຍຄອນເທັນ ແລ້ວເລືອກເດີນທາງຍ່າງເຂົ້າປ່າຄືເກົ່າ.
Omaidy ເຄີຍປິດໂໝດຄຣີເອເຕີແລ້ວໜີໄປຢູ່ກັບຄວາມສະຫງົບແບບນີ້ມາແລ້ວ 2 ເທື່ອ ເພື່ອເອົາເວລາໄປນັ່ງທົບທວນເລື່ອງລາວທີ່ຜ່ານມາ, ຊອກວິທີປັບປຸງຕົວເອງ ແລະ ຝຶກໃຊ້ຊີວິດແບບບໍ່ຄິດຫຼາຍ ຫຼື ວາງແຜນຫຍັງໃຫ້ປວດຫົວ ເພາະລາວຮູ້ວ່າການຄິດຫຼາຍເກີນໄປມັນເຮັດໃຫ້ໃຊ້ຊີວິດບໍ່ມີຄວາມສຸກ.
ແລ້ວສິ່ງທີ່ເຮັດໃຫ້ Omaidy ຟິນທີ່ສຸດໃນມື້ພັກຜ່ອນກໍຄື ການໄດ້ຕື່ນແຕ່ 5-6 ໂມງເຊົ້າ ເພື່ອໄປນັ່ງຢູ່ແຄມນ້ຳ ຫຼື ມຸມສະຫງົບໆ ນັ່ງຟັງສຽງນົກຮ້ອງ, ສຽງສັດ ແລະ ສຽງຕົ້ນໄມ້ໄຫວຕີງຢູ່ບ່ອນນັ້ນດົນເຖິງ 2 ຊົ່ວໂມງ ໂດຍບໍ່ເຮັດຫຍັງເລີຍກ່ອນຈະຍ່າງກັບແຄ້ມ.
“ມັນເປັນຄວາມສຸກທີ່ອະທິບາຍໃຫ້ຄົນອື່ນຟັງກໍຄືຊິບໍ່ມີໃຜເຂົ້າໃຈ ແຕ່ຂ້ອຍກໍເຂົ້າໃຈສິ່ງນີ້ເອງ ຈະມີກໍແຕ່ພານທີ່ໄປນຳກັນເທົ່ານັ້ນທີ່ຮູ້ໃຈຈຶ່ງມັກປຸກໄປຟັງສຽງນົກ, ຂ້ອຍມັກມັນແຮງຫຼາຍ ແລະ ສິ່ງນັ້ນຂ້ອຍຈະເລືອກເຮັດຖ້າຂ້ອຍວ່າງ” Omaidy ເລົ່າດ້ວຍຄວາມປະທັບໃຈ.
ວິທີເຕີມພະລັງບວກຂອງ Omaidy
ເວລາເຈິເລື່ອງອຶດອັດ, ຮູ້ສຶກເບື່ອ ຫຼື ອາລົມເສຍຈາກວຽກ, ລາວມີວິທີຈັດການກັບຄວາມຄິດ ແລະ ອາລົມຕົວເອງດ້ວຍການ ພາຕົວເອງອອກຈາກເສັ້ນທາງເກົ່າໆໄປເບິ່ງໂລກກວ້າງໃນມຸມອື່ນ. ລາວຈະພາຕົວເອງອອກຈາກເສັ້ນທາງເກົ່າໆ ແລ້ວເລືອກຂີ່ລົດໄປເສັ້ນທາງໃໝ່ໆ.
ໄປຈອດເບິ່ງວິຖີຊີວິດຂອງຜູ້ຄົນ ເບິ່ງຕະຫຼາດ, ເບິ່ງກຳມະກອນກໍ່ສ້າງ, ເບິ່ງຄົນຕຶກກະດຸ້ງ ຫຼື ເບິ່ງຄົນຕັດຫຍ້າໃຫ້ງົວຄວາຍກິນ ພ້ອມທັງນັ່ງແຕ້ມຮູບສະເກັດໄປນຳ ເພາະການໄດ້ເຫັນຄົນອື່ນໃຊ້ຊີວິດ ມັນສາມາດປ່ຽນອາລົມໃຫ້ດີຂຶ້ນໄດ້ແບບບໍ່ໜ້າເຊື່ອ.

ຖ້າເຈິເລື່ອງທີ່ມາກະທົບຈິດໃຈແຮງໆວິທີຮັບມືຄື ບໍ່ພະຍາຍາມໄປຄິດ ຫຼື ໄປສູ້ກັບມັນທັນທີ ເຊິ່ງລາວໄດ້ບອກກັບ Muan TheInterview ວ່າ:
“ການເອົາຄວາມຮ້ອນໄປໂຕ້ຕອບມັນຈະເຮັດໃຫ້ເຮົາຂາດສະຕິ ແລະ ເບິ່ງບໍ່ອອກວ່າບັນຫາທີ່ແທ້ຈິງຄືຫຍັງ. ສະນັ້ນ, ສິ່ງທີ່ຂ້ອຍເລືອກເຮັດຄື ການຖອຍອອກມາກ່ອນ ຖ້າອີກຝ່າຍຍັງຮ້ອນ ຖ້າເຮົາໄປອະທິບາຍຕອນນັ້ນ, ເຂົາກໍຈະຄິດວ່າເຮົາຖຽງສູ້”.
Omaidy ເລົ່າຕໍ່ “ຂ້ອຍເລີຍເລືອກທີ່ຈະງຽບ, ຍິ້ມ, ປ່ອຍວ່າງ ແລະ ລໍຖ້າໃຫ້ເຂົາໃຈເຢັນລົງກ່ອນ ອັນໃດທີ່ເຮັດແລ້ວສະບາຍໃຈ ແລະ ບໍ່ໄປກະທົບຄົນອື່ນ ຂ້ອຍກໍຈະເລືອກເຮັດສິ່ງນັ້ນທັນທີ ເພື່ອດຶງພະລັງບວກຂອງໂຕເອງກັບຄືນມາ”.
ບົດບາດຜູ້ໃຫ້ ແລະ ການຊ່ວຍເຫຼືອ
ອີກໜຶ່ງຈຸດປ່ຽນຊີວິດຄື ການຊ່ວຍເຫຼືອສັງຄົມ ມັນເປັນສິ່ງທີ່ເປີດໂລກໃໝ່ໃຫ້ Omaidy ຫຼາຍທີ່ສຸດຄື ການເປັນຜູ້ໃຫ້ ເຊິ່ງຈຸດປ່ຽນນີ້ມັນມາຈາກຄວາມຕັ້ງໃຈຕັ້ງແຕ່ສະໄໝເລີ່ມເຮັດວຽກໃໝ່ໆ.
Omaidy ເລີ່ມຕົ້ນຊ່ວຍເຫຼືອສັງຄົມມາຕັ້ງແຕ່ປີ 2012 ບໍ່ວ່າຈະເປັນການຮ່ວມມືກັບອົງກອນ ຫຼື ການເອົາທຶນສ່ວນຕົວໄປຊ່ວຍເຫຼືອເອງ. ຈົນມາຮອດຊ່ວງປີ 2020-2022 ທີ່ໂຄວິດລະບາດໜັກ ບ້ານເມືອງຖືກປິດຈົນເຮັດຫຍັງບໍ່ໄດ້, ລາວເລືອກທີ່ຈະຂີ່ລົດເລາະອອກໄປໂຊນເຂດນອກ ແລ້ວເອົາເຄື່ອງ, ເອົາເຂົ້າໜົມໄປຢາຍໃຫ້ເດັກນ້ອຍຕາມແຄມທາງ ເຊິ່ງການເຫັນຮອຍຍິ້ມເຫຼົ່ານັ້ນມັນເຮັດໃຫ້ລາວຮູ້ສຶກດີ ແລະ ມີພະລັງໃຈຂຶ້ນມາທັນທີ.
ຄວາມຕັ້ງໃຈນັ້ນໄດ້ເພີ່ມພູນຂຶ້ນເລື້ອຍໆ ຈົນໃນປີ 2023 ລາວໄດ້ເລີ່ມສ້າງໂຮງຮຽນ, ມອບເຄື່ອງຮຽນໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫຼີກ ແລະ ລົງພື້ນທີ່ຊ່ວຍເຫຼືອຕອນເກີດໄພນ້ຳຖ້ວມ ທີ່ໃຜໄດ້ຕິດຕາມລາວມາກ່ອນກໍຄົງຈະເຫັນຕະຫຼອດ.
“ການໄດ້ລົງໄປເຫັນຄວາມເດືອດຮ້ອນໃນເຫດການນ້ຳຖ້ວມ ມັນເຮັດໃຫ້ຂ້ອຍເສຍໃຈ ແລະ ຕັ້ງຄຳຖາມວ່າ ບ້ານເຮົາມີປ່າໄມ້ອຸດົມສົມບູນຂະໜາດນີ້ ເປັນຫຍັງຈຶ່ງຍັງເກີດນ້ຳຖ້ວມໄດ້ ແຕ່ໃນຂະນະດຽວກັນປະສົບການເຫຼົ່ານີ້ມັນກໍສອນໃຫ້ເຂົ້າໃຈຊີວິດ ແລະ ຮຽນຮູ້ການປ່ອຍວາງໄດ້ຫຼາຍຂຶ້ນ” Omaidy ເລົ່າປະສົບການທີ່ຜ່ານມາ.
ສິ່ງຕ່າງໆທີ່ເກີດຂຶ້ນມັນເຮັດໃຫ້ລາວຮູ້ວ່າ ເມື່ອບັນຫາເກີດຂຶ້ນແລ້ວ, ກໍຕ້ອງຫາວິທີຮັບມື, ວິທີຊ່ວຍເຫຼືອເບື້ອງຕົ້ນ ແລະ ຈະເຮັດແນວໃດເພື່ອຊ່ວຍດຶງຊີວິດຂອງຜູ້ຄົນໃຫ້ດີຂຶ້ນໄດ້ ເຊິ່ງນີ້ແຫຼະຄືສິ່ງທີ່ເຕີມເຕັມຫົວໃຈຂອງລາວທີ່ສຸດ.
ການເຮັດຕາມເປົ້າໝາຍຂອງຄວາມຝັນ
Omaidy ມີຄວາມຝັນອັນຍິ່ງໃຫຍ່ທີ່ຄິດວ່າຊີວິດນີ້ຕ້ອງເຮັດໃຫ້ໄດ້ຈັກເທື່ອນັ້ນຄື ການໄດ້ໄປເຫັນຫິມະຈັກຄັ້ງໃນຊີວິດ ເວົ້າລວມແລ້ວຄົນລາວສ່ວນຫຼາຍລວມທັງ Omaidy ເອງກໍບໍ່ເຄີຍເຫັນຫິມະມາກ່ອນ, ມັນເລີຍກາຍເປັນເປົ້າໝາຍທີ່ລາວຢາກໄປທີ່ສຸດ.
ເມື່ອລາວໄດ້ລາງວັນ Muan Awards 2025 ມັນເປັນຈຸດປ່ຽນທີ່ເຮັດໃຫ້ມີລາຍໄດ້ ແລະ ລາຍຮັບເພີ່ມຂຶ້ນເລີຍມີໂອກາດໄດ້ເດີນທາງໄປທ່ຽວສະຖານທີ່ແຫ່ງນັ້ນ. ລາວບໍ່ລໍຊ້າ, ຟ້າວຕັ້ງເປົ້າ ແລະ ຈັດງົບປະມານພາໂຕເອງບິນໄປລຸຍ Leh Ladakh ທາງພາກເໜືອຂອງປະເທດອິນເດຍທັນທີ.
ບ່ອນນັ້ນມີທຸກຢ່າງທີ່ລາວຝັນໄວ້ ທັງຫິມະສີຂາວສະອາດຕາ, ທະເລສາບທີ່ສູງທີ່ສຸດໃນໂລກ ແລະ ເສັ້ນທາງລົດແລ່ນທີ່ສູງທີ່ສຸດ ພ້ອມກັບອາກາດທີ່ໜາວຈັດຕິດລົບ 10-25 ອົງສາ.

ຄວາມຄັກຄື Omaidy ໄດ້ໄປສະຫຼອງວັນເກີດທ່າມກາງຄວາມໜາວຢູ່ບ່ອນນັ້ນ ແຖມຍັງໄດ້ລອງຊີມລົດຊາດຂອງຫິມະແທ້ໆນຳອີກ ມັນເປັນຄວາມຮູ້ສຶກທີ່ລາວຍິນດີ ແລະ ເຕັມອິ່ມສຸດໆ ເພາະໃນທີ່ສຸດລາວກໍສາມາດເຮັດຕາມຄວາມຝັນທີ່ຕັ້ງໄວ້ໄດ້ສຳເລັດ.
ຂໍ້ຄິດເຖິງຄົນທີ່ຍັງບໍ່ກ້າເລີ່ມ
“ຖ້າເຈົ້າຍັງເລືອກທີ່ຈະນັ່ງຢູ່ແຕ່ໃນຫ້ອງເກົ່າໆ ເຈົ້າກໍຈະບໍ່ມີວັນໄດ້ເຫັນໂລກທີ່ກວ້າງກວ່າ, ສູງກວ່າ ຫຼື ໄກກວ່າເກົ່າໄດ້ເລີຍ” ນີ້ຄືຂໍ້ຄິດດີໆຈາກ Omaidy ເຖິງໃຜທີ່ຍັງບໍ່ກ້າເລີ່ມເຮັດຫຍັງໃໝ່ໆ ຫຼື ບໍ່ກ້າອອກໄປປະເຊີນໂລກກວ້າງ.
Omaidy ຢາກບອກທຸກຄົນວ່າ “ໃຫ້ພວກເຈົ້າພາໂຕເອງຍ່າງອອກໄປເສັ້ນທາງໃໝ່ ແລະ ໂຫຍຫາຄວາມຮູ້ໃໝ່ໆຢູ່ສະເໝີ ເພາະສິ່ງເຫຼົ່ານີ້ແຫຼະທີ່ຈະມາປ່ຽນແປງຊີວິດເຮົາໃນອະນາຄົດ, ມັນຈະເຮັດໃຫ້ເຮົາໄດ້ເຫັນມຸມມອງການໃຊ້ຊີວິດຂອງຄົນອື່ນ ແລະ ເຕີບໃຫຍ່ຂຶ້ນ. ຄົນເຮົາມັກຢ້ານໃນສິ່ງທີ່ບໍ່ຮູ້ ແລະ ບໍ່ກ້າເຮັດເພາະຢ້ານມັນຜິດ ແຕ່ຄວາມຈິງແລ້ວຖ້າເຮົາບໍ່ລອງ ເຮົາກໍຈະບໍ່ມີວັນຮູ້ເລີຍວ່າອັນໃດຖືກ ຫຼື ຜິດ”.
Omaidy ເລົ້າຕື່ມວ່າ “ສ່ວນໃຜທີ່ຢາກເຮັດຄອນເທັນ ແຕ່ຍັງບໍ່ກ້າລົງ, ອາຍສຽງໂຕເອງ ຫຼື ຢ້ານໝູ່ເວົ້າຂວັນ… ໃຫ້ທ່ອງຄຳວ່າ ຢ່າມັນ! ເອົາໄວ້ເລີຍ ເພາະໃນຄວາມເປັນຈິງ ບໍ່ມີໃຜມາໃສ່ໃຈເຮົາຂະໜາດນັ້ນດອກ. ຂໍແຕ່ເຈົ້າກ້າທີ່ຈະລົງມືເຮັດ ເຈົ້າກໍກາຍເປັນຄົນທີ່ເກັ່ງ ແລະ ກ້າຫານກວ່າຄົນອີກເປັນລ້ານໆຄົນທີ່ຍັງບໍ່ທັນໄດ້ເລີ່ມແລ້ວ”.

ທຸກຄົນຮູ້ບໍ່ວ່າ? ຄອນເທັນຄຣີເອເຕີຄື Omaidy ລາວກໍບໍ່ມີອຸປະກອນຫຍັງຕັ້ງແຕ່ເລີ່ມຕົ້ນດ້ວຍຊ້ຳ ເພາະລາວເລີ່ມເຮັດຄອນເທັນດ້ວຍ iPhone 7 ພຽງໜ່ວຍດຽວ ເຊິ່ງສິ່ງທີ່ເຮັດໃຫ້ລາວຕັ້ງໃຈເຮັດໃຫ້ດີທີ່ສຸດ ກໍຍ້ອນຄວາມເຫຼືອໃຈ ແລະ ຄວາມບໍ່ພ້ອມ.
ຈົນໃຜຊິຄິດວ່າຊ່ອງນ້ອຍໆຊິມາໄດ້ໄກຈົນຮອດມື້ນີ້ ແລະ ກ່ອນຈະປິດທ້າຍກັນໄປໃນບົດຄວາມນີ້ Muan TheInterview ກໍຢາກໃຫ້ Omaidy ຝາກຄວາມໃນໃຈເຖິງທຸກຄົນທີ່ຕິດຕາມ ແລະ ຖ້າສະໜັບສະໜຸນຢູ່.
“ຂ້ອຍບໍ່ມີຫຍັງຊິເວົ້າເປັນພິເສດດອກ ແຕ່ສິ່ງທີ່ຢູ່ໃນໃຈ ແລະ ຢາກເວົ້າທີ່ສຸດຄື ຄຳຂອບໃຈ, ຢາກຂອບໃຈຜູ້ຕິດຕາມທຸກໆຄົນ ທີ່ເຫັນຊ່ອງນ້ອຍໆນີ້ ແລະ ຄອຍສະໜັບສະໜຸນກັນມາຕະຫຼອດ ເພາະທຸກຄົນຄືອົງປະກອບທີ່ສຳຄັນທີ່ສຸດ ທີ່ພັກດັນຕັ້ງແຕ່ເລີ່ມຕົ້ນທີ່ຕິດລົບ ແຕ່ມາໄດ້ໄກຂະໜາດນີ້ກໍຍ້ອນທຸກຄົນແທ້ໆ ຂອບໃຈມະນຸດ” Omaidy ກ່າວປິດທ້າຍ.