ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮ້າຍຄົນສະໜິດເກັ່ງແຕ່ເວົ້າດີກັບຄົນອື່ນສຸດໆ ເປັນຫຍັງຈຶ່ງເປັນແບບນີ້
Muan RelationTips

ຮ້າຍຄົນສະໜິດເກັ່ງແຕ່ເວົ້າດີກັບຄົນອື່ນສຸດໆ ເປັນຫຍັງຈຶ່ງເປັນແບບນີ້

ແບ່ງປັນ

ເຄີຍສັງເກດໂຕເອງບໍ່ວ່າເປັນຫຍັງເຮົາຈຶ່ງມັກເວົ້າດີກັບຄົນອື່ນ, ແຕ່ມັກສະແດງຄວາມໃຈຮ້ອນອອກມາເມື່ອຢູ່ກັບຄອບຄົວ ແລະ ຄົນທີ່ຢູ່ໃກ້ໂຕເຮົາ? ມື້ນີ້ມ່ວນຈະມາອະທິບາຍໃຫ້ຟັງວ່າ ເປັນຫຍັງເຮົາຈຶ່ງມີພຶດຕິກໍາແບບນີ້.

ບາງຄົນອາດຈະມີທັດສະນະຄະຕິວ່າເຮົາຢູ່ກັບຄອບຄົວ ຫຼື ຄົນໃກ້ໂຕແລ້ວເຮົາຈະເຮັດຫຍັງກໍໄດ້, ເພາະເຮົາໝັ້ນໃຈວ່າພວກເຂົາຈະບໍ່ຖິ້ມເຮົາໄປໃສແນ່ນອນ, ໃນບາງເທື່ອກໍເປັນຍ້ອນວ່າພວກເຂົາເຮັດໃຫ້ເຮົາຮູ້ສຶກປອດໄພ ເລີຍສາມາດສະແດງນິໄສທີ່ແທ້ຈິງຂອງຕົນອອກມາ.

ບາງຄົນກໍໄປເຈິເຫດການຕ່າງໆທີ່ບໍ່ດີຈາກນອກບ້ານ, ເລີຍເຮັດໃຫ້ເກີດມີພາວະເກັບກົດ ແລ້ວມາລະບາຍກັບຄົນຢູ່ບ້ານທີ່ອາດຈະເປັນຄອບຄົວ ຫຼື ຄົນຮັກ ໂດຍການສະແດງຄວາມໂມໂຫຮ້າຍອອກໄປ.

ພຶດຕິກໍາເຫຼົ່ານີ້ ເປັນກົນໄກການປ້ອງກັນທາງຈິດໃຈທີ່ມະນຸດມີໂດຍທໍາມະຊາດ, ແຕ່ເນື່ອງຈາກວ່າຄວາມອົດທົນຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ ກໍເລີຍມີການລະບາຍອາລົມຮ້າຍອອກມາໃສ່ຄົນໃນບ້ານຂອງຕົນເອງ.

ແນ່ນອນວ່າ ໃຜໆກໍບໍ່ມັນຄົນອາລົມຮ້ອນ, ການທີ່ເຮົາລະບາຍອາລົມໃສ່ຄົນໃກ້ໂຕເລື້ອຍໆອາດເຮັດໃຫ້ຄວາມສໍາພັນແຕກຫັກ ແລະ ຫ່າງເຫີນກັນ ເພາະຄວາມບໍ່ເຂົ້າໃຈກັນ ແລະ ກັນ, ທາງທີ່ດີທີ່ສຸດຄືເຮົາຄວນເຝິກຄວາມອົດທົນ ແລະ ຫາວິທີຄວາມຄຸບອາລົມຂອງຕົນ ເພື່ອບໍ່ໃຫ້ກະທົບກັບຄົນອ້ອມຂ້າງເຮົາ, ສຸດທ້າຍແລ້ວ ເຂົາຈະຮັກເຮົາສໍ່າໃດຄວາມອົດທົນຂອງເຂົາກໍມີຂີດຈໍາກັດ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ໂສດມາຕັ້ງແຕ່ເກີດ ຂໍອະນຸຍາດເປີດໂຕແຟນ ມືໃໝ່ຮຽນມີແຟນ ເຮັດແນວໃດຈຶ່ງຈະ work?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.