ຫຼາຍໆຄົນທີ່ຍັງໂສດ ແລະ ຢ້ານໃນການເລີ່ມຕົ້ນຄວາມສຳພັນເຊີນທາງນີ້ເລີຍ, ຢາກຮັກກໍຕ້ອງກ້າທີ່ຈະຮຽນຮູ້, ການເລີ່ມຕົ້ນອາດເຮັດໃຫ້ຮູ້ສຶກຕື່ນເຕັ້ນ ແລະ ບໍ່ໝັ້ນໃຈແດ່ກໍບໍ່ເປັນຫຍັງເດີ.
ມື້ນີ້ມ່ວນເລີຍຈະພາມາເລີ່ມຕົ້ນຄວາມສໍາພັນຮັກຄັ້ງທໍາອິດໂດຍບໍ່ຕ້ອງຮູ້ສຶກກັງວົນໃຈເລື່ອງຄວາມຮັກ ແລະ ການສ້າງຄວາມສໍາພັນທີ່ດີຕ້ອງໃຊ້ເວລາ ແລະ ການຮຽນຮູ້ຈາກປະສົບການຈາກຫຼາຍໆມຸມມອງ, ຄໍາແນະນໍາບາງຢ່າງອາດຈະຊ່ວຍໃຫ້ເຮົາເລີ່ມຕົ້ນໂມເມັ້ນດີໆດ້ວຍຄວາມໝັ້ນໃຈໄດ້.
ກ່ອນຈະເປີດໂຕແຟນໄດ້ເຮົາຕ້ອງເຮັດແນວໃດແດ່? ມືໃໝ່ຮຽນມີແຟນມາຟັງຄຳແນະນຳກັນໄດ້ເລີຍກັບ 6 ຂັ້ນຕອນງ່າຍໆນີ້.
1.ເລີ່ມຕົ້ນດ້ວຍການຮູ້ຈັກຕົນເອງກ່ອນ
ກ່ອນຈະຮັກໃຜເຈົ້າຄວນເລີ່ມຕົ້ນດ້ວຍການຮູ້ຈັກ ແລະ ຮັກຕົນເອງກ່ອນ. ໃຫ້ຖາມຕົວເອງວ່າເຈົ້າຕ້ອງການຫຍັງໃນຄວາມສໍາພັນນີ້. ຄຸນຄ່າຂອງເຈົ້າແມ່ນຫຍັງ? ແລະ ເຈົ້າກຽມພ້ອມແນວໃດທີ່ຈະໃຫ້ຄວາມຮັກ ແລະ ໄດ້ຮັບຄວາມຮັກ, ການຮູ້ຈັກຕົວເອງຈະຊ່ວຍສ້າງຄວາມສໍາພັນທີ່ດີ.
2. ພັດທະນາທັກສະການສື່ສານ
ການສື່ສານເປັນກຸນແຈຂອງການສານສຳພັນທີ່ດີ. ໃຫ້ຮຽນຮູ້ທີ່ຈະເວົ້າຢ່າງເປີດເຜີຍ ແລະ ຊື່ສັດ. ລວມທັງການຟັງຢ່າງຕັ້ງໃຈຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເພື່ອຊ່ວຍສ້າງພື້ນຖານທີ່ເຂັ້ມແຂງສໍາລັບຄວາມສໍາພັນຂອງເຈົ້າ.
3. ເລີ່ມຈາກການເປັນໝູ່
ຖ້າເຈົ້າບໍ່ເຄີຍມີຄວາມຄວາມຮັກມາກ່ອນ, ໃຫ້ເລີ່ມຕົ້ນດ້ວຍການສ້າງມິດຕະພາບກ່ອນ. ການເປັນໝູ່ກັນຈະຊ່ວຍໃຫ້ເຈົ້າຮູ້ຈັກກັນຫຼາຍກວ່າເກົ່າ ແລະ ມີຄວາມເປັນທໍາມະຊາດ. ເມື່ອເຈົ້າຮູ້ສຶກສະບາຍໃຈ ແລະ ມີຄວາມໄວ້ວາງໃຈຄວາມສໍາພັນຈະສາມາດເຕີບໂຕໄດ້ດ້ວຍຕົນເອງ.
4. ຄ່ອຍໆເປີດໃຈ
ການເປີດໃຈ ແລະ ສະແດງຄວາມຮູ້ສຶກຂອງເຈົ້າເປັນສິ່ງສຳຄັນ. ແຕ່ເຈົ້າບໍ່ຈໍາເປັນຕ້ອງຮີບຮ້ອນໃຫ້ພະຍາຍາມສ້າງຄວາມສໍາພັນຂອງເຈົ້າແບບຄ່ອຍເປັນຄ່ອຍໄປໃຫ້ເວລາຕົວເອງເພື່ອຮູ້ຈັກກັນ ແລະ ກັນ. ການໃຊ້ເວລາພຽງພໍຈະຊ່ວຍໃຫ້ເຈົ້າມີຄວາມໝັ້້ນໃຈໃນຕົວເອງ ແລະ ຄວາມຮູ້ສຶກຂອງຄົນທີ່ເຈົ້າຮູ້ສຶກດີນຳ.
5. ຮຽນຮູ້ຈາກປະສົບການຂອງຄົນອື່ນ
ເຈົ້າສາມາດຮຽນຮູ້ຈາກປະສົບການຂອງໝູ່ເພື່ອນ ຫຼື ຄົນທີ່ມີຄວາມສໍາພັນດີໆ. ລອງຂໍຄໍາແນະນໍາ ຫຼື ແລກປ່ຽນຄວາມຄິດເຫັນກັບຄົນທີ່ເຈົ້າໄວ້ໃຈ. ການຮຽນຮູ້ຈາກຄົນອື່ນຈະຊ່ວຍໃຫ້ເຂົ້າໃຈວິທີການຈັດການກັບສະຖານະການທີ່ແຕກຕ່າງກັນໃນການສ້າງສາຍສຳພັນທີ່ດີກວ່າ.
6. ເຊື່ອໝັ້ນໃນຕົວເອງ ແລະ ຄວາມຮັກ
ຄວາມຮັກເປັນເລື່ອງທີ່ສວຍງາມທີ່ຄວນເຕັມໄປດ້ວຍຄວາມມ່ວນ ແລະ ຄວາມສຸກ, ເຈົ້າຄວນເຊື່ອໝັ້ນໃນຕົວເອງ ແລະ ເຊື່ອໃນຄວາມຮັກ, ຢ່າຢ້ານທີ່ຈະເລີ່ມຕົ້ນ ແລະ ໃຫ້ຈື່ໄວ້ວ່າເຈົ້າສົມຄວນໄດ້ຮັບຄວາມຮັກທີ່ດີ ແລະ ມີຄວາມສຸກ.
ສຳລັບຄົນໂສດທີ່ບໍ່ເຄີຍມີຄວາມຮັກມາກ່ອນທຳອິດເບິ່ງຄືວ່າເປັນຕາຢ້ານ, ແຕ່ຄວາມຮັກແມ່ນສາມາດຮຽນຮູ້ ແລະ ພັດທະນາຕົວເອງ ແລະ ຄົນທີ່ຮັກໄດ້. ຫຼັງຈາກນັ້ນເຈົ້າຈະສາມາດເປີດໃຈໃຫ້ກັບປະສົບການໃໝ່ໆ ແລະ ສ້າງຄວາມຮັກຄວາມສໍາພັນທີ່ມີຄຸນຄ່າທີ່ສຸດໄດ້.
.
ໂດຍ: ທີມບັນນາທິການ Muan