ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ
Muan RelationTips

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ແບ່ງປັນ

ເວລາທີ່ເຮົາຕົກຢູ່ໃນຄວາມສຳພັນໃດໜຶ່ງມັນຈຳເປັນບໍ່? ທີ່ຕ້ອງໃຊ້ສະຕິໃນການດູແລເຊິ່ງກັນ ແລະ ກັນ, ຖ້າເຮົາຂາດສະຕິເດ ມັນຈະເກີດເລື່ອງລາວໃດແດ່ຕາມມາ. ຄຳຖາມນີ້, ມ່ວນ ຄິດວ່າຫຼາຍຄົນຄືຈະມີຄຳຕອບໃນໃຈກັນຢູ່ແລ້ວວ່າ ພວກເຮົາຕ້ອງມີ “Critical Reflection ຫຼື ການທົບທວນຕົນເອງຢ່າງມີສະຕິໃນຄວາມສຳພັນ” ທີ່ເປັນພື້ນຖານຂອງຄົນທົ່ວໄປ.

Critical Reflection ແມ່ນຫຍັງ?

Critical Reflection ຫຼື ການສະທ້ອນຄວາມຄິດຢ່າງມີວິຈາລະນະຍານ ທີ່ບໍ່ແມ່ນພຽງແຕ່ການ “ຄິດທົບທວນ” ທົ່ວໄປ ແຕ່ມັນແມ່ນຂະບວນການ “ເຈາະເລິກ” ລົງໄປເຖິງຄວາມຄິດ ແລະ ພຶດຕິກຳພື້ນຖານຂອງເຮົາເອງ. 

Critical Reflection ໃນຄວາມສຳພັນ

ຄວາມຮັກ-ຄວາມສຳພັນຂອງທຸກຄູ່ ແນ່ນອນວ່າມັນຕ້ອງມີການໃຊ້ຄວາມຄິດ ແລະ ສະຕິໃນການໃຊ້ຊີວິດຄູ່ຢູ່ເພື່ອປະຄັບປະຄອງກັນໄປໃຫ້ຍາວນານທີ່ສຸດ. ເວລາບໍ່ເຂົ້າໃຈ, ຜິດຖຽງກັນ ຫຼື ຫຼາຍຄັ້ງບັນຫາໃນຄວາມສຳພັນກໍບໍ່ໄດ້ເກີດຈາກ “ໃຜເປັນຄົນຜິດ” ແຕ່ເກີດຈາກເລື່ອງເກົ່າໆທີ່ຫຼາຍຄົນມັກເບິ່ງຂ້າມ.

ສະນັ້ນ, Critical Reflection ຈຶ່ງສຳຄັນຫຼາຍໃນຄວາມສຳພັນ ເພາະການໄດ້ໃຊ້ທັກສະນີ້ມັນຄືການທົບທວນຫາເຫດ ແລະ ຜົນ, ພ້ອມທັງເຂົ້າໃຈ ໂດຍບໍ່ໂທດໃຜ, ແຕ່ກ້າທີ່ຈະເຫັນຄວາມຈິງຂອງຕົນເອງ ເພື່ອຫາທາງອອກໃນການປັບທັດສະນະຄະຕິຂອງທັງສອງເຂົ້າດ້ວຍກັນ.

ວິທີຝຶກ Critical Reflection ໃນຄວາມສຳພັນ

ເວລາມີບັນຫາກັນໃຫ້ລອງໃຊ້ 3 ຄຳຖາມງ່າຍໆແລ້ວໃຊ້ຄວາມໃຈເຢັນ ພ້ອມຄ່ອຍໆລົມ ແລະ ບອຫເຫດຜົນຄື:

  • ເກີດຫຍັງຂຶ້ນ? (What): ບັນຍາຍເຫດການທີ່ເກີດຂຶ້ນຕາມຄວາມຈິງ ໂດຍບໍ່ໃສ່ອາລົມ.
  • ມັນສຳຄັນແນວໃດ? (So what): ຕອນນັ້ນເຮົາຮູ້ສຶກແນວໃດ? ຄວາມເຊື່ອໃດທີ່ເຮັດໃຫ້ເຮົາຮູ້ສຶກແບບນັ້ນ? ເຮົາກຳລັງປົກປ້ອງຕົວເອງຈາກຫຍັງ?
  • ຈະເຮັດແນວໃດຕໍ່ໄປ? (Now What): ຖ້າເກີດເຫດການແບບນີ້ອີກ ເຮົາຈະເຮັດແນວໃດໃຫ້ຕ່າງຈາກເດີມ? ເຮົາຕ້ອງປ່ຽນຄວາມເຊື່ອໃດ?

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ “ຄວາມຊັດເຈນ” ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ອ່ານຕື່ມ:  ອີ່ຫຍັງກະ Gen Z: ສະໜາມອາລົມໃນໂລກອອນລາຍ ແລະ ເຄັດລັບການຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ວາເລນທາຍນີ້ ຢ່າໃຫ້ດອກກຸຫຼາບບັງຕາ! ເຊັກດ່ວນວ່າຄົນທີ່ເຈົ້າລົມຢູ່ ຄືຄົນທີ່ ໃສ່ໃຈ ຫຼື ໃສ່ໜ້າກາກ

Love Bombing ຄືວິທີການທີ່ພວກ Red Flag ມັກໃຊ້ "ຄວາມຮັກ" ເປັນເຄື່ອງມືໃນການຄວບຄຸມຈົນເຮັດໃຫ້ເຮົາສູນເສຍໂຕຕົນຖ້າຮູ້ສຶກວ່າຄວາມສຳພັນມັນ "ໄວ ແລະ ລົ້ນ" ເກີນໄປຈົນຜິດປົກກະຕິໃຫ້ຮີບຖອຍອອກມາທັນທີ...

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ການບໍ່ມີເຈົ້ານັ້ນແຫຼະບໍ່ປົກກະຕິ ຟັງ ຢູ່ພຸ້ນ (Over There) ຈາກ uknowhatimean ສົ່ງຕໍ່ຄວາມຄິດຮອດຜ່ານບົດເພງ

ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ. ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)”...

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.