ເລື່ອງຂອງ Gen Z ເນາະ ມັນຄືກັບສະໜາມອາລົມໃນໂລກອອນລາຍແທ້ໆ ເພາະພວກເຂົາເຕີບໃຫຍ່ມາກັບໂລກດິຈິຕອລ ມີມຸມມອງທີ່ແຕກຕ່າງຈາກຄົນຮຸ່ນກ່ອນໆ ມັກຫຍັງທີ່ຫຼາກຫຼາຍ ເທົ່າທຽມກັນສຸດໆ ແລະ ກ້າສະແດງອອກຫຼາຍ ໃຊ້ໂຊຊຽວມີເດຍເປັນບ່ອນລະບາຍຄວາມຄິດແບບບໍ່ປິດບັງ.
ບາງເທື່ອກໍເບິ່ງແຮງໄປແດ່ຈັກໜ້ອຍ ຈົນເຮັດໃຫ້ຄົນຮຸ່ນເກົ່າຄິດວ່າ ບໍ່ເໝາະສົມ ແຖມຍັງຮູ້ສຶກງ່າຍກັບເລື່ອງສັງຄົມສຸດໆ ບໍ່ວ່າຈະເປັນ ເລື່ອງສິ່ງແວດລ້ອມ ຫຼື ສິດທິມະນຸດ, ຮຽກຮ້ອງການປ່ຽນແປງຈົນບາງທີກໍຂັດແຍ່ງກັບຄົນທີ່ຄິດບໍ່ຄືກັນ.
ສິ່ງທີ່ສຳຄັນກວ່ານັ້ນ ພວກເຂົາມັກສະແດງຕົວຕົນແບບເປີດເຜີຍ ບໍ່ວ່າຈະເປັນເລື່ອງເຊື້ອຊາດ, ສາສະໜາ ຫຼື ເລື່ອງເພດ. ບາງຄົນທີ່ບໍ່ຄຸ້ນກໍອາດຈະຮູ້ສຶກແປກໆແດ່ ແຕ່ກໍຕ້ອງຍອມຮັບແລ້ວວ່າ Gen Z ນີ້ແຫຼະ ເປັນຄົນຮຸ່ນໃໝ່ທີ່ມາແຮງ ທຸກຄົນຈຶ່ງຈັບຕາມອງກັນເປັນພິເສດ. ມີທັງຄົນຍ້ອງ ມີທັງຄົນດ່າ ປະປົນກັນໄປ ແລ້ວແຕ່ຄວາມເຂົ້າໃຈຂອງໃຜລາວ.
ແລ້ວຖ້າຢາກຢູ່ກັບ Gen Z ໃຫ້ໄດ້ ຈະເຮັດແນວໃດລະ? ເພາະເຮົາປະຕິເສດບໍ່ໄດ້ວ່າ ເຮົາບໍ່ສາມາດທີ່ຈະເລືອກວ່າຈະບໍ່ໃຊ້ຊີວິດ ຫຼື ເຮັດວຽກໂດຍບໍ່ກ່ຽວຂ້ອງກັບຄົນ Gen ນີ້ໄດ້. ເຮົາກໍເລີຍມີເຄັດລັບມາຝາກກັນ.
- ເປີດໃຈຟັງເຂົາເຈົ້າ: ເຂົາເຈົ້າມັກເວົ້າຕົງໆ ແລະ ໝັ້ນໃຈໃນຄວາມຄິດຂອງຕົນເອງຫຼາຍ. ຖ້າເຮົາລອງເປີດໃຈຟັງ, ບໍ່ຕັດສິນເຂົາໄປກ່ອນ ມັນຈະຊ່ວຍໃຫ້ເຂົ້າໃຈກັນຫຼາຍຂຶ້ນ ແລະ ບໍ່ຕ້ອງມາຖຽງກັນຢູ່ເລື້ອຍໆ.
- ຍອມຮັບຄວາມແຕກຕ່າງ: Gen Z ນີ້ເຂົາມັກຫຍັງທີ່ຫຼາກຫຼາຍ ບໍ່ວ່າຈະເປັນເລື່ອງເພດ, ເຊື້ອຊາດ ຫຼື ວັດທະນະທຳ. ຖ້າເຮົາຍອມຮັບ ແລະ ເຄົາລົບຄວາມແຕກຕ່າງເຫຼົ່ານີ້, ກໍຈະສ້າງບ່ອນທີ່ທຸກຄົນຮູ້ສຶກດີ ຢູ່ຮ່ວມກັນໄດ້ງ່າຍຂຶ້ນ.
- ເວົ້າໃຫ້ຈະແຈ້ງ: ພວກເຂົາມັກສິ່ງທີ່ມັນຊັດເຈນ ບໍ່ຕ້ອງມາເວົ້າອ້ອມໆ, ຖ້າຢາກບອກຫຍັງກໍບອກໄປເລີຍ ຈະໄດ້ບໍ່ຕ້ອງມາຜິດໃຈກັນ.
- ເຂົ້າໃຈເຕັກໂນໂລຊີແດ່: ເຂົາເຈົ້າເຕີບໃຫຍ່ມາກັບເຕັກໂນໂລຊີ ໃຊ້ມັນທຸກມື້ ຈົນຄືເປັນເລື່ອງປົກກະຕິ. ຖ້າເຮົາເຂົ້າໃຈ ແລະ ຕາມໃຫ້ທັນແດ່, ມັນຈະຊ່ວຍໃຫ້ລົມກັນຮູ້ເລື່ອງ ເຮັດວຽກນຳກັນໄດ້ງ່າຍຂຶ້ນ.
- ເຄົາລົບເວລາສ່ວນຕົວຂອງເຂົາເຈົ້າ: Gen Z ມັກຄວາມສົມດຸນ. ວຽກກໍວຽກ ຊີວິດສ່ວນຕົວກໍຕ້ອງມີ. ຖ້າເຮົາເຄົາລົບເວລາຂອງເຂົາເຈົ້າ, ຊ່ວຍໃຫ້ເຂົາເຈົ້າມີຄວາມສຸກໄດ້ ມັນຈະຍິ່ງເຮັດໃຫ້ເຂົາເຈົ້າເຮັດວຽກດີຂຶ້ນໄປອີກ.
- ກຽມປັບຕົວໄວ້ແດ່: ໂລກມັນປ່ຽນໄວ ແລະ Gen Z ກໍປັບຕົວເກັ່ງຫຼາຍ. ຖ້າເຮົາເອງກໍຍອມຮັບການປ່ຽນແປງ, ຮຽນຮູ້ໄປກັບເຂົາເຈົ້າ ມັນຈະຊ່ວຍໃຫ້ທຸກຢ່າງມັນລ່ຽນໄຫຼ, ບໍ່ມີຕິດຂັດ.
ສຸດທ້າຍກໍຄື ຖ້າເຂົ້າໃຈ ແລະ ຍອມຮັບຄວາມແຕກຕ່າງຂອງ Gen Z ໄດ້ ມັນຈະຊ່ວຍໃຫ້ຢູ່ດ້ວຍກັນແບບມ່ວນໆ ແລະເຮັດວຽກດ້ວຍກັນດີຂຶ້ນຫຼາຍເລີຍ!