Lao Creative & Entertainment Update, ອັບເດດວົງການບັນເທີງລາວ, ຂ່າວສາລະບັນເທີງ
ໂອກາດຂອງສາວລາວອາຍຸ 20–30 ປີ ຮ່ວມ Casting ຮູບເງົາເລື່ອງໃໝ່ຂອງ ຈັກກະວານ ນິລທຳຣົງ ຜູ້ກຳກັບຊາວໄທ ວັນທີ 12 ພະຈິກ 2026 ທີ່ Lao Art Media.
ມີນາ Mina Phounsee Hvt ນັກຮ້ອງສາວລາວ ກຽມຂຶ້ນເວທີ The Voice Thailand 2026 ໃນ EP 4 ຊວນທຸກຄົນມາຮ່ວມລຸ້ນຜົນຮອບ Blind Audition ຂອງລາວໄປນຳກັນ.
ແຟນໆ T-POP ລາວ ຫ້າມພາດ! L.I.T Pop Music Festival ກຽມຍົກທັບສິລະປິນໄທຄ້າຍ SONRAY MUSIC ມາສ້າງຄວາມມ່ວນທີ່ ນະຄອນຫຼວງວຽງຈັນ ເດືອນ ສິງຫາ 2027 ນີ້.
Jenny Bella ຜ່ານເຂົ້າຮອບ Blind Audition ໃນ The Voice Thailand 2026. ມາຮ່ວມຕິດຕາມ ແລະ ເຊຍການເດີນທາງຕາມຄວາມຝັນຄັ້ງໃໝ່ຂອງລາວໄປພ້ອມໆກັນ.
ຖອດບົດຮຽນເທັກນິກການເລົ່າເລື່ອງຈາກ 3 ໄວໜຸ່ມລາວທີມແຕ້ມແສ ທີ່ ຄວ້າຫຼຽນເງິນຈາກງານຖ່າຍຮູບລະດັບໂລກ Higashikawa Youth Fest 2026 ຢູ່ ປະເທດຍີ່ປຸ່ນ
ອານິຕ້າ ຢາການາກິ ກັບບົດ "ລາວທອງ" ໃນ ອັດສະຈັນວັນທອງ (In the Name of Love) ຍິງສາວຕ່າງເມືອງທີ່ກ້າສູ້ເພື່ອຄວາມຮັກ ຖ້າເບິ່ງທີ່ໂຮງໜັງໃນ ວັນທີ 3 ກັນຍາ 2026 ນີ້.
ຜູ້ກຳກັບ ຊູໂມ້ ຈັນເທວາ ກຽມກັບມາໃນຮອບ 4 ປີ ພ້ອມໂຄງການຊີຣີສ໌ Boy Love ຟອມໃຫຍ່ LOSER LOVER ຮັກໝົດໃຈ ອ້າຍຂີ້ແພ້ ທີ່ກຽມອອກອາກາດທາງແພລັດຟອມໄທ. ຕອນນີ້ກຳລັງຢູ່ໃນຂັ້ນຕອນພັດທະນາບົດ ແລະ ກຽມຄັດເລືອກນັກສະແດງ.
ຕ້ອງບອກວ່າກະແສກໍຍັງຄົງແຮງ ແລະ ວຽກເຂົ້າບໍ່ຢຸດເລີຍສຳລັບນັກສະແດງລາວ ອານິຕ້າ ຢາການາກິ. ຫຼ້າສຸດ, ຊ່ອງດັງຫຼາຍສີຈາກປະເທດເພື່ອນບ້ານໄດ້ປ່ອຍພາບຢືນຢັນອອກມາແລ້ວວ່າ ອານິຕ້າ ໄດ້ຮັບບົດນາງເອກປະກົບຄູ່ພະເອກຂອງຊ່ອງຄື ພູມ ກຽດຕິພູມ (ภูมิ เกียรติภูมิ). ຕ້ອງຂໍບອກວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ອານິຕ້າ ໄດ້ຮ່ວມສະແດງລະຄອນຢູ່ປະເທດເພື່ອນບ້ານ ເພາະລາວກໍຍັງໄດ້ຝາກຜົນງານການສະແດງໃນຊີຣີສ໌ອີສານແນວສືບສວນສວນ ສາຍລັບລົດແຫ່ (สายลับรถแห่) ມາກ່ອນ ອີກດ້ວຍ. ອານິຕ້າ ຢາການາກິ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.