ເຈແປນ – ເຊັນໂດ້ ຄູ່ນີ້ເຄມີຈະດີຂະໜາດໃດ ລຸ້ນໃນຊີຣີສ໌ວາຍ “ຮັກໃນສາຍໝອກ” ເປີດກ້ອງແລ້ວ ຖ້າເບິ່ງພ້ອມກັນຕົ້ນປີ 2027

Key Takeaways:
- ຊີຣີສ໌ວາຍລາວເລື່ອງ “ຮັກໃນສາຍໝອກ” ກໍາລັງຈະໄດ້ຮັບຊົມກັນໃນໄວໆນີ້.
- ໄດ້ຜ່ານພິທີບວງສວງ ແລະ ເລີ່ມຖ່າຍທຳໄປແລ້ວໃນວັນທີ 23 ພະຈິກ 2026, ຄາດວ່າຈະໄດ້ເບິ່ງໃນຊ່ວງຕົ້ນປີໜ້າ.
- ທັບນັກສະແດງມີທັງໜ້າຄຸ້ນ ແລະ ໜ້າໃໝ່ ເຊັ່ນ ເຈແປນ, ເຊັນໂດ້, ໂບ້, ບູ່, ນ້ຳເໜືອ, ໂດນັດ, ຊີນ໋ອນ, ຊີເກມ ແລະ ຟ້າໃສ.
- ເຊັນໂດ້ - ສະນິກອນ ດວງປາສິດ ຮັບບົດ “ຊັນນີ້” ແລະ ນີ້ເປັນຜົນງານການສະແດງເລື່ອງທຳອິດຂອງເຈົ້າຕົວ.
- ເຈແປນ - ສິດທິເດດ ແກ້ວຈຸມສີ ມາຮັບບົດພະເອກ ທີ່ເຄີຍມີຜົນງານຜ່ານມາແລ້ວຈາກ My Melody, Oh My Four ແລະ ໂນຣາ ນາຣີ.
ສາວວາຍກຽມຕົວມາລຸ້ນກັນໄດ້ເລີຍ ເພາະຊີຣີສ໌ວາຍລາວເລື່ອງ “ຮັກໃນສາຍໝອກ” ເຮົາກຳລັງຈະໄດ້ເບິ່ງກັນໃນໄວໆນີ້ແລ້ວເດີ.
ຖືວ່າໄດ້ຫຍັບເຂົ້າໃກ້ຄວາມຈິງແລ້ວເດີທຸກຄົນ ຫຼັງຈາກທາງກອງຖ່າຍຊີຣີສ໌ວາຍ ເລື່ອງ “ຮັກໃນສາຍໝອກ” ໄດ້ຜ່ານພິທີບວງສວງ ແລະ ເຜີຍພາບຄູ່ພະເອກ-ນາຍເອກ ອອກມາໃຫ້ແຟນໆໄດ້ເຫັນ. ບອກເລີຍວ່າ ພໍເຫັນພາບຄູ່ຫຼັກແບບນີ້ ກໍອົດສົງໄສບໍ່ໄດ້ວ່າ ເມື່ອທັງສອງມາເຂົ້າສາກຮ່ວມກັນແລ້ວ ເຄມີຈະອອກມາເຮັດໃຫ້ເຮົາຕ້ອງຟິນແນວໃດແດ່.

ຫຼັງຈາກມີການຄັດເລືອກນັກສະແດງ, ຕອນນີ້ໂຄງການກໍເດີນໜ້າມາອີກຂັ້ນ ໂດຍມີການຈັດພິທີບວງສວງເພື່ອເປັນສິລິມຸງຄຸນກ່ອນເລີ່ມຖ່າຍທຳ. ສ່ວນກຳນົດການຖ່າຍທຳຊີຣີສ໌ກໍໄດ້ມີແຜນເລີ່ມຖ່າຍມາແດ່ແລ້ວ ໃນວັນທີ 23 ພະຈິກ 2026 ທີ່ຜ່ານມາ ແລະ ຄາດວ່າແຟນໆຊີຣີສ໌ຈະໄດ້ເບິ່ງກັນໃນອີກ 2 ເດືອນຫຼັງຈາກນີ້ ຫຼື ຊ່ວງຕົ້ນປີໜ້ານີ້ ນັ້ນເອງ.
ສຳລັບທີມນັກສະແດງທີ່ຜ່ານການຄັດເລືອກ ກໍມີທັງໜ້າຄຸ້ນ ແລະ ນັກສະແດງໜ້າໃໝ່ທີ່ແຟນໆກໍກຳລັງລໍຖ້າຕິດຕາມຜົນງານຢູ່ ນຳໂດຍ ເຈແປນ, ເຊັນໂດ້, ໂບ້, ບູ່, ນ້ຳເໜືອ, ໂດນັດ, ຊີນ໋ອນ, ຊີເກມ ແລະ ຟ້າໃສ. ການລວມຕົວຂອງນັກສະແດງຫຼາກຫຼາຍຄົນໃນຄັ້ງນີ້ ກໍເປັນອີກສິ່ງໜຶ່ງທີ່ຊວນໃຫ້ຕິດຕາມວ່າ ແຕ່ລະຄົນຈະມາຮັບບົດບາດແບບໃດໃນເລື່ອງນີ້.

ສ່ວນນັກສະແດງຫຼັກທີ່ຮັບບົດນາຍເອກແມ່ນ ເຊັນໂດ້ – ສະນິກອນ ດວງປາສິດ ຮັບບົດ “ຊັນນີ້” ໜຸ່ມໜ້າຫວານທີ່ມາພ້ອມຄາແລັກເຕີສົດໃສ ເປັນຝ່າຍເດີນໜ້າຈີບຄົນທີ່ຕົນເອງປະທັບໃຈ ຫຼື ກໍຄືພະເອກໄອດໍໃນດວງໃຈນັ້ນເອງ. ທີ່ນ່າລຸ້ນໄປກວ່ານັ້ນ ນີ້ຍັງເປັນຜົນງານການສະແດງເລື່ອງທຳອິດຂອງ ເຊັນໂດ້ ອີກດ້ວຍ.
ສ່ວນບົດພະເອກແມ່ນ ເຈແປນ – ສິດທິເດດ ແກ້ວຈຸມສີ ມາຮັບບົດສຳຄັນໃນເລື່ອງນີ້. ໃຜທີ່ຕິດຕາມຜົນງານຂອງເຈແປນຈາກ My Melody, Oh My Four ແລະ ໂນຣາ ນາຣີ ກໍຄົງຈະຄຸ້ນໜ້າຄຸ້ນຕາກັນດີ.