ຍົກມາໝົດຄ້າຍ SONRAY, LIT Pop Music Festival 2027 ຈັດເຕັມພາ BUS, DICE & 9214KIDS ກຽມຫຼິ້ນຄອນເສີດຢູ່ລາວ

ແບ່ງປັນ

ຍົກມາໝົດຄ້າຍ SONRAY, LIT Pop Music Festival 2027 ຈັດເຕັມພາ BUS, DICE & 9214KIDS ກຽມຫຼິ້ນຄອນເສີດຢູ່ລາວ

13 October 2026● 64

ເຊື່ອວ່າຫຼາຍຄົນຄົງຈະເປັນ, ເວລາເຫັນຄອນເສີດຢູ່ປະເທດອື່ນແລ້ວໄດ້ແຕ່ກັດປາກນັ່ງເບິ່ງຜ່ານໜ້າຈໍທີ່ລົງໃນໂຊຊຽວພ້ອມກັບຄິດໃນໃຈວ່າ ມື້ໃດສິລະປິນທີ່ເຮົາຮັກຈະມາຮອດບ້ານເຮົາຈັກເທື່ອ? ບອກເລີຍວ່າຄວາມຮູ້ສຶກນັ້ນກຳລັງຈະໝົດໄປ ເພາະເດືອນ ສິງຫາ ປີ 2027 ຄວາມຝັນທີ່ຈະໄດ້ເຫັນໜ້າສິລະປິນໃນດວງໃຈກຳລັງຈະເປັນຈິງແລ້ວ.

ມ່ວນ ຂໍບອກວ່າຕອນນີ້ແມ່ນຮອດຄິວທີ່ພວກເຮົາຈະໄດ້ໄປຢືນກີດຢູ່ຕໍ່ໜ້າເວທີແລ້ວທຸກຄົນ, ເພາະ L.I.T Pop Music Festival ເອົາແທ້! ພ້ອມຍົກມາໝົດຄ້າຍ SONRAY MUSIC ເລີຍ ເຊິ່ງ ມ່ວນ ກໍແອບໄປສ່ອງມາ ແລະ ເຫັນເພຈທາງການຂອງວົງ BUS ໄດ້ປ່ອຍ Timeline ຄອນເສີດຂອງວົງທີ່ກຳລັງຈະເກີດຂຶ້ນອອກມາ

ພາບ BUS because of you i shine

ໃຜທີ່ຢາກໄປເຫັນສິລະປິນຈາກຄ້າຍ SONRAY MUSIC ແລະ ເບິ່ງການສະແດງດ້ວຍຕາຕ້ອງກຽມກົດບັດເລີຍ. ແຕ່ຖ້າໃຜບໍ່ຮູ້ວ່າ SONRAY MUSIC ແມ່ນໃຜ ດຽວມ່ວນເລົ່າໃຫ້ຟັງໜ້ອຍໜຶ່ງເດີຄື ຄ້າຍ SONRAY MUSIC ແມ່ນຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງວົງບອຍແບນຊື່ດັງຄື BUS (Because of you i shine) ແລະ DICE ລວມໄປເຖິງກຸ່ມເດັກຝຶກ 9214KIDS ທີ່ກຳລັງກຽມຈະເດບິວໃນໄວໆນີ້.

ພາບ DICE.SONRAY

ຂະໜາດວ່າປີນີ້ມີ BUS ແລະ DICE ແຍກກັນມາແຕ່ລະ EP ຍັງເຮັດໃຫ້ມື້ຄອນເສີດເດືອດກັນສຸດໆ ແຕ່ຖ້າມາພ້ອມກັນນີ້ຈະຍິ່ງດີ ແລະ ມ່ວນຂະໜາດໃດ ພຽງແຕ່ຄິດກໍຟິນແລ້ວທຸກຄົນເອີ້ຍ. ສ່ວນຕອນນີ້, ຂໍ້ມູນເລື່ອງວັນເວລາໃດ, ຈັດຢູ່ໃສ ແລະ ເລີ່ມຂາຍບັດມື້ໃດນັ້ນ LIT POP ຍັງບໍ່ທัນໄດ້ປະກາດອອກມາແບບລະອຽດ, ຕ້ອງຖ້າລຸ້ນຕິດຕາມຂ່າວຈາກທາງຜູ້ຈັດງານກັນອີກເທື່ອເດີ.

ອ່ານຕື່ມ:  ສ່ອງ Line Up ສຸດຈຶ້ງ ທີ່ງານ LIT POP MUSIC FESTIVAL
ພາບ 9214kids

ແຕ່ຍັງມີສິ່ງໜຶ່ງທີ່ເຮົາເລີ່ມກະກຽມຕັ້ງແຕ່ຕອນນີ້ໄດ້ເລີຍກໍຄື ການເກັບເງິນ, ຊ້ອມຮ້ອງເນື້ອເພງ ແລະ ຊ້ອມ Fan chant ໃຫ້ຄັກ ແລະ ໄປກຽມກົດບັດນຳກັນ ເພາະ ສິງຫາ 2027 ນີ້ ເຮົາມີນັດກັນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.