ທຸກຄົນ ມ່ວນ ມີຂ່າວມາບອກອີກແລ້ວ ເມື່ອ ມີນາ ຫຼື Mina Phounsee Hvt ນັກຮ້ອງສາວລາວສຽງຫວານໃສ ທີ່ເຄີຍຜ່ານເວທີປະກວດຮ້ອງເພງຊື່ດັງໃນລາວຄື Pepsi Singing Contest 2020 ມາແລ້ວ.
ລາວຍັງເປັນອີກໜຶ່ງຜູ້ເຂົ້າແຂ່ງຂັນຈາກປະເທດລາວ ທີ່ກຽມປາກົດຕົວໃນຮອບ Blind Audition ຂອງລາຍການແຂ່ງຮ້ອງເພງຊື່ດັງຈາກໄທ The Voice Thailand 2026 ໃນ EP4.
ທີ່ໜ້າຕື່ນເຕັ້ນກໍຄື ຈາກຂໍ້ມູນທີ່ ມ່ວນ ໄດ້ຮັບມາຕອນນີ້ ແມ່ນມີຜູ້ເຂົ້າແຂ່ງຂັນຄົນລາວເຖິງ 2 ຄົນແລ້ວ ເຊິ່ງໃນນັ້ນກໍຄື “ມີນາ ແລະ Jenny Bella” ທີ່ຈະມາຮ່ວມຊິງໄຊໃນຮອບ Blind Audition ເພື່ອຄວ້າໂອກາດເຂົ້າທີມ Coach ທັງ 4 ຄົນ ແລະ ກ້າວຕໍ່ໄປສູ່ຮອບ Battle ຫຼື ຮອບດວນເພງ.
ແຕ່ຄຳຖາມກໍຄື… ສຽງຮ້ອງຂອງສາວລາວທັງສອງຄົນ ຈະຖືກໃຈ Coach ຈົນຕ້ອງໝຸນຕັ່ງກັບມາຫາຫຼືບໍ່? ແລ້ວຖ້າມີ Coach ຫັນມາຫຼາຍຄົນ ມີນາ ຈະເລືອກເຂົ້າທີມໃຜ? ງານນີ້ຕ້ອງລຸ້ນກັນແລ້ວເດີ.
ມາຮ່ວມລຸ້ນ ແລະ ສົ່ງກຳລັງໃຈໃຫ້ສາວລາວທັງສອງຄົນ ໃນ The Voice Thailand 2026 ນຳກັນທຸກຄົນ.
ລາຍການສາຍທຸກ ວັນອາທິດ ເວລາ 18:00 ໂມງ.