ລວມປະກົດການ Thinla ສ້າງເພງ BEA ຕິດຫູຄົນຟັງ ແລະ ແຟນລາຍການ Eurovision Asia 2026

ແບ່ງປັນ

ລວມປະກົດການ Thinla ສ້າງເພງ BEA ຕິດຫູຄົນຟັງ ແລະ ແຟນລາຍການ Eurovision Asia 2026

16 November 2026● 18
✦ AI Summarized

Key Takeaways:

  • Thinla ຕົວແທນຈາກ ສປປ ລາວ ສາມາດຈົບການແຂ່ງຂັນໃນອັນດັບທີ 5 ດ້ວຍ 139 ຄະແນນ ໃນເວທີ Eurovision Song Contest Asia 2026.
  • ເພງ BAE ແນວ Dance Pop ຂອງ Thinla ມີທ່ອນຮ້ອງ BAE BAE BAE ທີ່ມ່ວນ, ຕິດຫູ ແລະ ໄດ້ຮັບສຽງຊົມເຊີຍຈາກແຟນໆທົ່ວໂລກ.
  • ການສະແດງໃນຮອບສົດປະສົບບັນຫາ In-ear Monitor ເຮັດໃຫ້ Thinla ບໍ່ໄດ້ຍິນສຽງຕົນເອງຢ່າງຊັດເຈນ ແລະ ສົ່ງຜົນກະທົບຕໍ່ການຄວບຄຸມສຽງ.

ເຖິງຈະບໍ່ໄດ້ແຊັມ ແຕ່ Thinla ເປັນອີກໜຶ່ງຊື່ທີ່ແຟນ Eurovision ທົ່ວໂລກຈື່ ແລະ ນຳທ່ອນຮ້ອງຕິດຫູ BEA BEA BEA ອອກຈາກຫົວຄົນຟັງບໍ່ໄດ້.

ບາງເທື່ອ ສິ່ງທີ່ເຮັດໃຫ້ຄົນປະທັບໃຈ ແລະ ຈື່ຊື່ເຮົາໄດ້ກໍບໍ່ໄດ້ມາຈາກການຊະນະ ຫຼື ໃຜໄດ້ອັນດັບທີເທົ່າໃດ ແຕ່ແມ່ນຊ່ວງເວລາດີໆທີ່ເກີດຂຶ້ນລະຫວ່າງທາງນັ້ນເອງ ເຊິ່ງການຂຶ້ນສະແດງເທິງເວທີ Eurovision Song Contest Asia 2026 ຂອງ Thinla (ຫຼື ຖິ່ນລຳພອນ) ຖືວ່າເປັນການເປີດທາງໃຫ້ທົ່ວໂລກຮູ້ຈັກລາວເຮົາຫຼາຍຂຶ້ນ.

ອ່ານຕື່ມ:  ຕົວແທນລາວພ້ອມແລ້ວ ກຽມເຊຍ Thinla ໃນ Eurovision Song Contest Asia 2026

ນີ້ຄືການແຂ່ງຂັນຄັ້ງທຳອິດຂອງ Eurovision Asia ມີ 11 ປະເທດເຂົ້າຮ່ວມ ແລະ Thinla ກໍສາມາດພາຕົວແທນຈາກລາວຈົບລົງໃນອັນດັບທີ 5 ດ້ວຍ 139 ຄະແນນ. ແຕ່ຫຼັງຈາກການແຂ່ງຂັນຈົບລົງ ສິ່ງທີ່ແຟນໆ ພາກັນເວົ້າເຖິງກໍມີຫຼາຍກວ່າຕົວເລກອັນດັບ.

ພາບ: eurovisionasia

ເລີ່ມຈາກເພງ BAE ທີ່ Thinla ເລືອກມາສະແດງ, ເປັນເພງແນວ Dance Pop ທີ່ມີຈັງຫວະມ່ວນໆ ແລະ ທ່ອນ BAE BAE BAE ທີ່ຮ້ອງຊ້ຳໆຈົນຕິດຫູ ເຊິ່ງໃນໂຊຊຽວມີແຟນໆ ຫຼາຍຄົນເຂົ້າມາຍ້ອງວ່າເພງມ່ວນ, ຟັງແລ້ວຢາກເຕັ້ນ ແລະ ເປັນທ່ອນທີ່ຈື່ໄດ້ງ່າຍ. ບາງຄົນເຖິງກັບບອກວ່າຟັງແລ້ວທ່ອນນີ້ຕິດຢູ່ໃນຫົວບໍ່ຍອມອອກໄປໃສ.

ສ່ວນລຸກການແຕ່ງຕົວ ແລະ ສະໄຕລ໌ຂອງ Thinla ກໍເປັນອີກສິ່ງທີ່ໄດ້ຮັບຄຳຍ້ອງ ໂດຍສະເພາະການນຳກິ່ນອາຍຄວາມເປັນລາວມາປະສົມກັບຄວາມທັນສະໄໝ ມັນເຮັດໃຫ້ການສະແດງຂອງລາວມີເອກະລັກຂອງຕົນເອງ ເປັນອີກມຸມທີ່ຄົນເບິ່ງສັງເກດເຫັນ.

ແຕ່ຄືນການແຂ່ງຂັນກໍບໍ່ໄດ້ງ່າຍດັ່ງທີ່ຄິດ ເພາະໃນລະຫວ່າງການສະແດງ Thinla ປະສົບບັນຫາກັບ In-ear Monitor ຫຼື ອຸປະກອນຟັງສຽງທີ່ນັກຮ້ອງໃຊ້ຟັງດົນຕີ ແລະ ສຽງຮ້ອງຂອງຕົນເອງ. 

ພາບ: eurovisionasia

ເມື່ອອຸປະກອນເກີດບັນຫາ ລາວຈຶ່ງບໍ່ສາມາດໄດ້ຍິນສຽງຕົນເອງຕອນຮ້ອງເພງໄດ້ຊັດເຈນຄືເກົ່າ ເລື່ອງນີ້ຈຶ່ງກະທົບຕໍ່ການຄວບຄຸມສຽງ ແລະ ຈັງຫວະໃນການສະແດງແບບຫຼີກລ້ຽງບໍ່ໄດ້.

ຫຼັງຈາກນັ້ນ, ຄອມເມັນຈາກຄົນເບິ່ງກໍມີຫຼາຍມຸມ ບາງຄົນຄິດວ່າສຽງຮ້ອງໃນຮອບສົດຍັງມີຈຸດທີ່ບໍ່ລົງຕົວ ແຕ່ອີກຫຼາຍຄົນກໍເຂົ້າໃຈວ່າ ການທີ່ນັກຮ້ອງບໍ່ສາມາດໄດ້ຍິນສຽງດົນຕີ ແລະ ສຽງຂອງຕົນເອງໄດ້ຕາມປົກກະຕິ ກໍຕ້ອງສົ່ງຜົນຕໍ່ການສະແດງຫຼາຍພໍສົມຄວນ.

ທາງລາຍການຍັງໄດ້ນຳພາບການສະແດງຈາກຮອບຊ້ອມມາສາຍແທນພາບຮອບຖ່າຍທອດສົດ ເຊິ່ງກໍເປັນອີກຈຸດທີ່ແຟນໆຮູ້ສຶກດີໃຈ ເພາະຢ່າງໜ້ອຍກໍໄດ້ເຫັນການສະແດງຂອງ Thinla ໃນສະພາບທີ່ພ້ອມກວ່າເກົ່າ.

ເມື່ອພາບການສະແດງຈາກຮອບຊ້ອມຖືກນຳມາສາຍ ຜູ້ເຂົ້າແຂ່ງຂັນຈາກຫຼາຍປະເທດ ພ້ອມກັບແດນເຊີ ກໍພາກັນລຸກຂຶ້ນເຕັ້ນ, ຮ້ອງເພງ ແລະ ສົ່ງສຽງເຊຍໄປພ້ອມໆກັນ.

ສ່ວນໂຕເຮົາຄິດວ່າມັນເປັນພາບທີ່ເບິ່ງແລ້ວອົບອຸ່ນດີ ເພາະໃນເວທີທີ່ທຸກຄົນມາເພື່ອແຂ່ງຂັນກັນ ກໍຍັງມີພື້ນທີ່ໃຫ້ກັບການສົ່ງກຳລັງໃຈ ເຊິ່ງຈາກຄູ່ແຂ່ງເທິງເວທີ ກາຍເປັນໝູ່ເພື່ອນທີ່ພ້ອມຈະຢືນຢູ່ຂ້າງກັນໃນຊ່ວງເວລາທີ່ Thinla ຕ້ອງການກຳລັງໃຈທີ່ສຸດ.

ພາບຈາກແຟນເພງຟີລິບປິນ Pilipinas Calling

ອ່ານຕື່ມ:  ຕົວແທນລາວພ້ອມແລ້ວ ກຽມເຊຍ Thinla ໃນ Eurovision Song Contest Asia 2026

ນອກຈາກນີ້, ແຟນເພງຈາກຕ່າງປະເທດຂອງ Thinla ກໍຍັງເຮັດເຊີໄພຣ໌ໂດຍການສະກຣີນຮູບຂອງລາວໃນກະເປົາເດີນທາງ ແລະ ໝວກ ເພື່ອເປັນກຳລັງໃຈ ນັ້ນຈຶ່ງກາຍເປັນພາບສຸດໜ້າຮັກຂອງ Thinla ແລະ ແຟນໆຂອງລາວ.

ສ່ວນຜົນການແຂ່ງຂັນ Thinla ຈົບຢູ່ອັນດັບທີ 5 ດ້ວຍ 139 ຄະແນນ ແບ່ງເປັນ 61 ຄະແນນຈາກຄະນະກຳມະການ ແລະ 78 ຄະແນນຈາກຄົນເບິ່ງ.

ພາບ: eurovision.com

ສ່ວນຜູ້ຊະນະອັນດັບທຳອິດໄດ້ແກ່ ຟີລິບປິນ, ອັນດັບ 2 ໄທ, ອັບດັບ 3 ຫວຽດນາມ ແລະ ອັນດັບ 4 ມາເລເຊຍ.

ຈາກຄະແນນໂຫວດກໍເປັນສິ່ງໜຶ່ງທີ່ຢັ້ງຢືນວ່າ ຍັງມີຄົນເບິ່ງທີ່ມັກ ແລະຄອຍເຊຍການສະແດງຂອງລາວ.

ແນ່ນອນວ່າຜົນງານໃນຄືນນັ້ນມີທັງສ່ວນທີ່ໄດ້ຮັບຄຳຍ້ອງ ແລະ ສ່ວນທີ່ຖືກວິຈານ ແຕ່ການໄດ້ພາເພງຂອງຕົນເອງໄປສູ່ເວທີລະດັບສາກົນ ແລະ ຈົບໃນ Top 5 ກໍເປັນອີກກ້າວທີ່ໜ້າຈື່ຈຳສຳລັບ Thinla ແລະ ວົງການດົນຕີລາວ.

ພາບ: eurovisionasia

ໃນຄ່ຳຄືນນັ້ນ, ມີຜູ້ຊະນະພຽງປະເທດດຽວ ແຕ່ສຳລັບ Thinla ກໍມີຫຼາຍຢ່າງທີ່ໄດ້ຈາກການເດີນທາງຄັ້ງນີ້ ທັງປະສົບການ, ໂອກາດໃຫ້ຄົນຟັງໃໝ່ໆໄດ້ຮູ້ຈັກ ແລະ ຊ່ວງເວລາດີໆທີ່ເກີດຂຶ້ນຮ່ວມກັບເພື່ອນສິລະປິນຈາກຫຼາຍປະເທດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.