ຫຼັງຈາກທ້າທາຍຕາມຝັນມາຫຼາຍປີ, ໃນທີ່ສຸດ Jenny Bella ນັກຮ້ອງສຽງດີຄົນນີ້ກໍສາມາດກ້າວຍ່າງໄປອີກຂັ້ນໜຶ່ງແລ້ວ. ເພາະຫຼ້າສຸດ Jenny Bella ໄດ້ແຈ້ງວ່າໄດ້ຜ່ານເຂົ້າຮອບ Blind Audition ການປະກວດຮ້ອງເພງໃນລາຍການ The Voice Thailand 2026 ເປັນທີ່ຮຽບຮ້ອຍ.

ຖືວ່າເປັນເລື່ອງທີ່ໜ້າຍິນດີຫຼາຍທຸກຄົນ ເພາະນີ້ຖືວ່າລາວໄດ້ຫຍັບເຂົ້າໃກ້ຄວາມຝັນໄປອີກເທື່ອແລ້ວນັ້ນເອງ. ຖ້າທຸກຄົນເປັນຄົນໜຶ່ງທີ່ໄດ້ຕິດຕາມວົງການເພງລາວຢູ່ແລ້ວ ແນ່ນອນວ່າຕ້ອງເຄີຍຟັງເພງຂອງ Jenny Bella ມາກ່ອນ ເຊິ່ງລາວເປັນເຈົ້າຂອງນ້ຳສຽງຫວານມີເອກະລັກ ທີ່ເຄີຍຝາກຜົນງານເພງຮິດຄື “ຫຼອກຕົວເອງ, ຢາຫຼອກ ແລະ ຮັກໄດ້ບໍ່“.
ການເດີນທາງຄັ້ງນີ້, ຈະໄດ້ເຫັນບົດບາດໃໝ່ຂອງລາວທີ່ກຳລັງກ້າວເຂົ້າສູ່ເວທີປະກວດທີ່ທ້າທາຍຫຼາຍກວ່າເກົ່າ. ພວກເຮົາມາຖ້າຕິດຕາມ ແລະ ເຊຍໄປພ້ອມໆກັນວ່າໃນຮອບ Blind Audition ນີ້ Jenny Bella ເລືອກຮ້ອງເພງໃດເພື່ອ Audition ແລະ ສຽງຮ້ອງແບບໃດ ທີ່ຈະເຮັດໃຫ້ກຳມະການຕ້ອງໝຸນຕັ່ງຫັນກັບມາ.