SWAGWAZZ ຄົນລາວຜູ້ຢູ່ເບື້ອງຫຼັງການຈັດງານ Concert and Music Festival BU เจริญเฟส: ลานลับแล

ແບ່ງປັນ

SWAGWAZZ ຄົນລາວຜູ້ຢູ່ເບື້ອງຫຼັງການຈັດງານ Concert and Music Festival BU เจริญเฟส: ลานลับแล

24 November 2026● 6
✦ AI Summarized

Key Takeaways:

  • SWAGWAZZ ນັກສຶກສາປີທີ 3 ແລະ ແຣັບເປີລາວ ໄດ້ຮັບໜ້າທີ່ເປັນ Creative Director ຈັດງານຄອນເສີດ BU เจริญเฟส: ลานลับแล ດ້ວຍເວລາກະກຽມພຽງໜຶ່ງເດືອນ.
  • ຄອນເຊັບຂອງງານແມ່ນການ “ລ້າງຊວຍ” ໂດຍນຳປະກົດການທຳມະຊາດ 3 ຢ່າງ ຄື ສຸລິຍະຄາດ, ຈັນທະລະຄາດ ແລະ ດາວຕົກ ມາປະສົມປະສານກັບຄວາມເຊື່ອ ແລະ ວັດທະນະທຳດົນຕີ.
  • ທີມງານຕ້ອງແກ້ໄຂບັນຫາສະເພາະໜ້າດ້ວຍການປັບຮູບແບບເວທີ ແລະ ນຳວັດສະດຸເຫຼືອໃຊ້ມາສ້າງເປັນງານສິລະປະ ເມື່ອງົບປະມານບໍ່ພຽງພໍ.

ການທີ່ນັກສຶກສາທີ່ກຳລັງຮຽນຢູ່ປີ 3 ຄົນໜຶ່ງ ຕ້ອງຮັບມືກັບງານຄອນເສີດທີ່ມີເວລາກະກຽມພຽງໜຶ່ງເດືອນ ຖືເປັນສິ່ງທີ່ທ້າທາຍຫຼາຍ ຈາກຄວາມຄິດໃນຫົວພຽງເທົ່ານັ້ນ ລາວຈະປ່ຽນມັນໃຫ້ກາຍເປັນງານຈິງໄດ້ແນວໃດ?

ນີ້ແມ່ນປະສົບການຂອງສິລະປິນໄວໜຸ່ມຄົນໜຶ່ງ ທີ່ຫຼາຍຄົນຮູ້ຈັກໃນນາມ SWAGWAZZ ແຣັບເປີລາວ ທີ່ມີຜົນງານໃຫ້ເຮົາໄດ້ຟັງກັນຢູ່ເລື້ອຍໆ ເຊິ່ງເຮົາໄດ້ຜ່ານໄປເຫັນບົດຄວາມທີ່ລາວໄດ້ສະຫຼຸບປະສົບການນອກຫ້ອງຮຽນຢູ່ເຟສບຸກສ່ວນຕົວໃນ 1 ມື້ທີ່ຜ່ານມາ ແລະ ໄດ້ອ່ານຈົນຈົບຈຶ່ງເກີດຄວາມປະທັບໃຈ ແລະ ຢາກນຳມາແບ່ງປັນທຸກຄົນ.

ພາບ: A’Film Anouvong

ຕອນນີ້ລາວເປັນນັກສຶກສາປີທີ 3 ຮຽນຢູ່ມະຫາວິທະຍາໄລດັງແຫ່ງໜຶ່ງຂອງໄທ ແລະ ລາວໄດ້ລົງມືເກັບກ່ຽວປະສົບການຈິງ ແລະ ຮັບໜ້າທີ່ຫຼັກໃນງານ ຮັບຜິດຊອບວຽກໃນຖານະເປັນ Creative Director ຂອງ Concert and Music Festival ທີ່ມີຊື່ງານວ່າ BU เจริญเฟส: ลานลับแล ທີ່ມີເວລາກະກຽມພຽງໜຶ່ງເດືອນ ເຊິ່ງເປັນສິ່ງທີ່ທ້າທ້າຍຫຼາຍເລີຍກໍວ່າໄດ້.

ອ່ານຕື່ມ:  MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ"

ຄວາມຮູ້ບໍ່ໄດ້ມີຢູ່ແຕ່ໃນຫ້ອງຮຽນພຽງເທົ່ານັ້ນ ເມື່ອລາວໄດ້ຮັບໂອກາດກໍເຮັດມັນແບບເຕັມທີ່ ເຊິ່ງສິ່ງທີ່ລາວ ແລະ ທີມງານຕ້ອງການສ້າງ ບໍ່ແມ່ນພຽງເວທີຄອນເສີດ ແຕ່ເປັນພື້ນທີ່ທີ່ມີເລື່ອງລາວຂອງຕົນເອງ.

ພາບ: A’Film Anouvong

ຄອນເຊັບຂອງງານແມ່ນການ “ລ້າງຊວຍ” ທີ່ຊວນໃຫ້ຄົນທີ່ມາຮ່ວມໄດ້ສຳລະດວງຊະຕາ ແລະ ຮັບຄວາມໂຊກດີ. ລາວ ແລະ ທີມງານໄດ້ຕໍ່ຍອດຈິນຕະນາການນີ້ໃຫ້ກາຍເປັນໂລກອີກໜຶ່ງໜ່ວຍ ໂດຍນຳປາກົດການທຳມະຊາດ 3 ຢ່າງ ຄື ສຸລິຍະຄາດ, ຈັນທະລະຄາດ ແລະ ດາວຕົກ ມາປະສົມປະສານກັບຄວາມເຊື່ອ ແລະ ວັດທະນະທຳດົນຕີ.

ພາບ: A’Film Anouvong

ແຕ່ການສ້າງໂລກໃນຈິນຕະນາການໃຫ້ກາຍເປັນພາບຈິງ ບໍ່ໄດ້ງ່າຍຄືກັບການວາງແຜນ. ດ້ວຍເວລາກະກຽມພຽງໜຶ່ງເດືອນ ທີມງານຕ້ອງປັບແບບເວທີຢ່າງກະທັນຫັນ ເມື່ອງົບປະມານບໍ່ພຽງພໍກັບແຜນທີ່ວາງໄວ້. ພວກເຂົາຈຶ່ງຕ້ອງຫາວິທີໃໝ່ ທັງປັບຮູບແບບເວທີ ແລະ ນຳວັດສະດຸເຫຼືອໃຊ້ມາສ້າງເປັນງານສິລະປະ ເພື່ອຮັກສາບັນຍາກາດ ແລະ ເອກະລັກຂອງງານໃຫ້ໃກ້ຄຽງກັບພາບທີ່ຄິດໄວ້ຫຼາຍທີ່ສຸດ.

ໃນຊ່ວງຈັດງານ SWAGWAZZ ພັກຜ່ອນພຽງມື້ລະ 3-4 ຊົ່ວໂມງ ເພື່ອຄວບຄຸມລຳດັບການສະແດງ ແລະ ກວດກາການຊ້ອມຂອງສິລະປິນ ໃຫ້ທຸກສ່ວນດຳເນີນໄປຕາມແຜນ. ປະສົບການຄັ້ງນີ້ຈຶ່ງສອນໃຫ້ລາວເຫັນວ່າ ງານທີ່ດີບໍ່ໄດ້ໝາຍເຖິງງານທີ່ບໍ່ມີບັນຫາ ແຕ່ແມ່ນງານທີ່ທີມງານສາມາດຮັບມື ແລະ ປັບຕົວໄດ້ ເມື່ອສິ່ງຕ່າງໆບໍ່ເປັນໄປຕາມແຜນ.

ພາບ: A’Film Anouvong

ເຖິງວ່າຈຳນວນຜູ້ເຂົ້າຮ່ວມຈະຫຼຸດລົງໃນມື້ຕໍ່ມາ ແລະ ງານຍັງເຂົ້າບໍ່ເຖິງຄົນທຸກກຸ່ມ ແຕ່ສິ່ງທີ່ລາວຈື່ຈຳໄດ້ດີ ກັບເປັນຮອຍຍິ້ມ, ສຽງຫົວ ແລະ ຄວາມຮ່ວມມືຈາກທຸກຄົນ. ມັນອາດບໍ່ແມ່ນງານທີ່ສົມບູນແບບໃນທຸກດ້ານ ແຕ່ເປັນປະສົບການທີ່ມີຄວາມໝາຍສຳລັບທຸກຄົນທີ່ໄດ້ຮ່ວມສ້າງມັນຂຶ້ນມາ.

ສິ່ງທີ່ SWAGWAZZ ໄດ້ຮັບຈາກງານນີ້ ບໍ່ແມ່ນພຽງຜົນງານທີ່ສຳເລັດລົງ ແຕ່ແມ່ນບົດຮຽນຈາກການກ້າປ່ຽນຄວາມຄິດໃຫ້ກາຍເປັນຄວາມຈິງ. ເພາະສຳລັບລາວ ການລອງເຮັດ ແລະ ບໍ່ເສຍດາຍກັບຜົນທີ່ອອກມາ ຍັງດີກວ່າການຕ້ອງເສຍໃຈ ເພາະບໍ່ເຄີຍລອງເຮັດມັນເລີຍ.

ພາບ: A’Film Anouvong

ກ່ອນຈົບບົດຄວາມນີ້ SWAGWAZZ ກໍໄດ້ເລົ່າໃຫ້ເຮົາຟັງວ່າ: “ການມາສຶກສາຢູ່ຕ່າງປະເທດ ກໍປຽບເປັນດັ່ງການເປີດປະຕູບານໃໝ່ ໃຫ້ເຮົາໄດ້ຮູ້ຈັກກັບຄົນ ເເລະ ໂລກທີ່ກວ້າງຂຶ້ນ ຕັ້ງເເຕ່ໃດມາຂ້າພະເຈົ້າເປັນ Rapper ມັກການເຮັດເພງ Rap ຍ້ອນມັນມີຄວາມເເຕກຕ່າງຈາກເເນວອື່ນໆ ເເລະ ມື້ນີ້ໃນຖານະເບື້ອງຫຼັງເປັນ Organizer ເຮົາກໍຢາກຈະເຮັດສິ່ງທີ່ເເປກໃໝ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມເຊັ່ນກັນ”.

ພາບ: A’Film Anouvong

“ເຮົາທຸ່ມເທເວລາໄປຂ້ອນຂ້າງຫຼາຍທັງໜ້າວຽກຂອງການຮຽນ ເເລະ ເຄີຍລືມເຮັດສິ່ງທີ່ມັກໄປ ການເຮັດໂຄງການນີ້ຊ່ວຍໃຫ້ເຮົາຮູ້ຈັກບໍລິຫານຄວາມສ່ຽງ ເຊິ່ງເຮັດໃຫ້ເຮົາພະຍາຍາມໄຈ້ເເຍກຄວາມຝັນ ເເລະ ຄວາມຈິງອອກຈາກກັນໄດ້ ຜົນງານຕໍ່ໄປຈາກນີ້ ກໍຈະມີເພງຫຼາກຫຼາຍເເນວຂຶ້ນ ໃໝ່ຂຶ້ນ ເເລະ ກໍອາດຈະເປັນຜູ້ໃຫຍ່ຂຶ້ນ ຫວັງວ່າທຸກຄົນຈະຍັງຖ້າຕິດຕາມເຮົາ” SWAGWAZZ ກ່າວປິດທ້າຍ.

ອ່ານຕື່ມ:  ຟັງ ແດນຈໍາປາ ຈາກ GEMI9PK ເພງທີ່ເລົ່າກ່ຽວຄວາມງາມຂອງປະເທດລາວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.