ສາວລາວຄົນໃດທີ່ມັກການສະແດງ ຫຼື ເຄີຍຝັນຢາກລອງມີປະສົບການໃນກອງຖ່າຍຮູບເງົາ ໂອກາດດີໆມາຮອດແລ້ວເດີ. ເພາະຕອນນີ້ມີການເປີດ Casting ນັກສະແດງຍິງຊາວລາວ ອາຍຸ 20–30 ປີ.
ເພື່ອຮ່ວມສະແດງໃນຮູບເງົາເລື່ອງໃໝ່ທີ່ມີຊື່ວ່າ RHIZOME ຈາກ ຈັກກະວານ ນິລທຳຣົງ (Jakrawal Nilthamrong) ຜູ້ກຳກັບຊາວໄທ ທີ່ມີຜົນງານໄດ້ຮັບລາງວັນຈາກເທດສະການຮູບເງົານານາຊາດ.

ພາບ: Bangkok Art Biennale
ນອກຈາກຈະເປັນຜູ້ກຳກັບ ແລະ ນັກຂຽນບົດແລ້ວ ຈັກກະວານ ນິລທຳຣົງ ຍັງມີພື້ນຖານດ້ານສິລະປະຮ່ວມສະໄໝ, ມີຜົນງານຮູບເງົາທີ່ໂດດເດັ່ນຄື Vanishing Point (2015) ທີ່ໄດ້ຮັບລາງວັນ Hivos Tiger Award ຈາກເທດສະການຮູບເງົານານາຊາດ Rotterdam ແລະ Anatomy of Time (2021) ທີ່ໄດ້ຮັບລາງວັນ Grand Prize ຈາກ Tokyo FILMeX.
ສຳລັບການ Casting ຄັ້ງນີ້ ມີບົດບາດໃດແດ່?
ເປີດ Casting ນັກສະແດງຍິງຊາວລາວ ອາຍຸ 20–30 ປີ ສອງບົດບາດຫຼັກຄື ນາ ແລະ ບົວ.
- ບົດບາດການສະແດງຂອງ ນາ ເຊິ່ງເປັນສາວລາວທີ່ໄປໃຊ້ຊີວິດຢູ່ສະຫະລັດຕັ້ງແຕ່ຍັງນ້ອຍ ເວົ້າພາສາອັງກິດໄດ້ດີ ແລະ ຕ້ອງກັບຄືນມາປະເທດລາວເພື່ອຕິດຕາມຫາພໍ່.
- ບົດບາດການສະແດງຂອງ ບົວ ເຊິ່ງເປັນຫົວໜ້າທີມຍິງເກັບກູ້ລະເບີດບໍ່ທັນແຕກ ເປັນຜູ້ຍິງທີ່ເຂັ້ມແຂງ ແລະ ໝັ້ນໃຈໃນຕົວເອງ.
ພິເສດ, ນອກຈາກສອງບົດບາດຫຼັກນີ້ ຍັງເປີດຮັບນັກສະແດງຍິງສົມທົບອີກຈຳນວນໜຶ່ງ ເພື່ອມາຮ່ວມສະແດງເປັນສະມາຊິກພາຍໃນທີມອີກດ້ວຍ.
ໃຜທີ່ສົນໃຈ ຫຼື ມີໝູ່ທີ່ມັກການສະແດງ ລອງຊວນກັນມາ Casting ເບິ່ງເດີ. ບາງຄັ້ງໂອກາດໃໝ່ໆກໍເລີ່ມຈາກການກ້າລອງຂອງເຮົາ.
ວັນ ແລະ ສະຖານທີ່ Casting
- ວັນພະຫັດ ທີ 12 ພະຈິກ 2026.
- ບໍລິສັດ Lao Art Media
