ຂ່າວແວດວົງການປະກວດ, ການເປີດໂຕ, ຜົນການແຂ່ງຂັນ, voting, event calendar.
ສິ້ນສຸດການລໍຄອຍແລ້ວ! ສຳລັບລາຍການທີ່ແຟນໆສາຍແຟຊັ່ນ ແລະ ນາງແບບ-ນາຍແບບ ຖ້າຕິດຕາມກັນມາຢ່າງຍາວນານ ກັບໂຄງການປະກວດ FACE of LAOS 2026 ທີ່ລ່າສຸດໄດ້ປ່ອຍ EP:0 ເຊິ່ງເປັນຮອບຄັດເລືອກ (Audition) ອອກມາໃຫ້ໄດ້ຊົມກັນແລ້ວ ບອກເລີຍວ່າປີນີ້ທັງມ່ວນ, ທັງເດືອດ ແລະ ເຜັດຮ້ອນຕັ້ງແຕ່ເລີ່ມຕົ້ນ! ຫຼັງຈາກທີ່ປ່ອຍໃຫ້ແຟນໆຖ້າມາດົນ ທາງລາຍການກໍບໍ່ເຮັດໃຫ້ຜິດຫວັງ ຈັດເຕັມຄວາມບັນເທີງຕັ້ງແຕ່ EP...
ປ້າໃຈໄປຈັກກະວານແລ້ວ! ຈາກນັກສະແດງຮູບເງົາ ‘ກ່ອງກ່ອຍ’ ສູ່ການນັ່ງເປັນກຳມະການ MUT ປະທຸມທານີ ປະເທດໄທ. ຖືວ່າເປັນປີຄິວທອງເລີຍກັບ ຈັສມິນ ຄຸດທະວອນ ນັກສະແດງ ແລະ CEO ຂອງ Centerstage Laos ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນ ໃນການປະກວດນາງງາມເວທີໃຫຍ່ Miss Universe ປະທຸມທານີ, ອ່າງທອງ ແລະ...
ກຽມພ້ອມອອກເດີນທາງແລ້ວສຳລັບ ອາລັນ ນິລັນແສງ ໄກຍາລາດ ເພື່ອສູ້ສຶກໃນເວທີ Mister National Universe 2026 ທີ່ເມືອງຫົວຫິນ, ປະເທດໄທ. ຈາກປະສົບການທີ່ສັ່ງສົມມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນການຜ່ານເວທີປະກວດ Mister Universe Laos 2024 ແລະ Mister Universe Laos 2025 ສາມາດເຂົ້າສູ່ຮອບ...
ປະກາດອອກມາຢ່າງເປັນທາງການແລ້ວກັບ 20 ຄົນສຸດທ້າຍຂອງໂຄງການປະກວດ FACE of LAOS 2026 ຂໍສະແດງຄວາມຍິນດີກັບ TOP 20 ທີ່ໄດ້ຄະແນນສູງສຸດ ທີ່ຈະໄດ້ມີໂອກາດເຂົ້າຮ່ວມລາຍການແຂ່ງຂັນ ປະກວດ ນາງແບບ-ນາຍແບບ ຫນຶ່ງດຽວໃນລາວ. ຜ່ານການຄັດເລືອກໃນວັນທີ 31 ພຶດສະພາ ທີ່ຜ່ານມາ ທີ່ໂຮງແຮມ Holiday Inn &...
ເວທີ Mister Universe Laos ບໍ່ພຽງແຕ່ເປັນການຄົ້ນຫາຊາຍໜຸ່ມທີ່ມີຮູບຮ່າງໜ້າຕາທີ່ໂດດເດັ່ນເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ສະທ້ອນໃຫ້ເຫັນເຖິງສັກກະຍະພາບ, ຄວາມໝັ້ນໃຈ ແລະ ການເປັນຕົວແທນ “Soft Power” ຂອງຊາຍໜຸ່ມຍຸກໃໝ່ ທີ່ພ້ອມຈະນຳສະເໜີຄວາມເປັນລາວສູ່ສາຍຕາສາກົນ. ກ່ອນທີ່ຈະໄປຮ່ວມລຸ້ນກັບການຄັດເລືອກໃນປີນີ້, ເຮົາຢາກພາທຸກຄົນມາຍ້ອນຄວາມຫຼັງ ແລະ ຊື່ນຊົມກັບຜົນງານຂອງ 3 ໜຸ່ມຜູ້ສ້າງຕຳນານບົນເວທີແຫ່ງນີ້: 2023: ອາຊີ ເຮີ (Asee...
ຕຳນານບົດໃໝ່ກຳລັງຈະເກີດ ກັບ FACE of LAOS 2026 ໃນຮອບອໍດິຊັ່ນທີ່ຕ້ອງບອກວ່າ ກຳມະການເຖິງກັບຕ້ອງກຸມຫົວ ເພາະຜູ້ເຂົ້າແຂ່ງຂັນມີແຕ່ຜູ້ເດັດໆທັງນັ້ນ. ເຮັດເອົາວົງການແຟຊັ່ນ ແລະ ເດີນແບບບ້ານເຮົາລຸກເປັນໄຟ ເມື່ອ FACE of LAOS 2026 ເວທີທີ່ຄົ້ນຫາສຸດຍອດນາຍແບບ ແລະ ນາງແບບຂອງເມືອງລາວ ໄດ້ຈັດຮອບອໍດິຊັ່ນເພື່ອຄັດເລືອກເອົານາຍແບບ-ນາງແບບໜ້າໃໝ່ ໂດຍທີ່ຜູ້ຊະນະຈະໄດ້ເປັນຕົວແທນປະເທດລາວເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນເວທີ FACE...
ຖືເປັນອີກໜຶ່ງຄວາມພາກພູມໃຈຂອງເວທີການປະກວດບ້ານເຮົາ! ເມື່ອໜຸ່ມຫຼໍ່ຫຸ່ນໝີ “ແຈັກກີ້ ທິລະພົງ ຈັນທະວົງ” ຕົວແທນຈາກປະເທດລາວ ໄດ້ເດີນທາງໄປຮ່ວມການແຂ່ງຂັນບົນເວທີລະດັບໂລກຢ່າງ Mister Bear International 2026. ເຖິງການແຂ່ງຂັນຈະເຕັມໄປດ້ວຍຕົວແທນຈາກຫຼາຍປະເທດ ແຕ່ໜຸ່ມແຈັກກີ້ ກໍໄດ້ພົກພາເອົາຄວາມໝັ້ນໃຈ, ບຸກຄະລິກທີ່ໂດດເດັ່ນ, ຄວາມສາມາດ ແລະ ຮອຍຍິ້ມແບບສະບັບຄົນລາວ ໄປດຶງດູດໃຈຄະນະກຳມະການ ຈົນສາມາດຜ່ານເຂົ້າຮອບເລິກ ກາຍເປັນ 1 ໃນ...
ເອີ້ນໄດ້ວ່າເປັນອີກໜຶ່ງປີທອງຂອງນັກຮ້ອງລູກທົ່ງສາວສຽງດີ “ໜິງ ປັດທະມາ ຈິດສະຫວັດ” ທີ່ພິກບົດບາດຄັ້ງສຳຄັນໃນຊີວິດ ຈາກສິນລະປິນເທິງເວທີຄອນເສີດ ສູ່ເສັ້ນທາງນາງງາມຢ່າງເຕັມຕົວ ກ່ອນຈະປະສົບຄວາມສຳເລັດຄວ້າມຸງກຸດ ມິສແກຣນໄທແລນ 2026 (Miss Grand Thailand 2026) ມາຄອງໄດ້ຢ່າງສະຫງ່າງາມ ສ້າງຄວາມຮືຮາໃຫ້ກັບແຟນໆ ແລະ ວົງການບັນເທີງ. ໜິງ ປັດທະມາ ຈິດສະຫວັດ ເກີດເມື່ອວັນທີ 15...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.