ອາລັນ ນິລັນແສງ ພາສາຍສະພາຍລາວສູ່ເວທີສາກົນ Mister National Universe

Key Takeaways:
- ອາລັນ ນິລັນແສງ ໄກຍາລາດ ຈະເປັນຕົວແທນປະເທດລາວເຂົ້າຮ່ວມການປະກວດ Mister National Universe 2026 ທີ່ປະເທດໄທ.
- ອາລັນ ມີປະສົບການໃນການປະກວດຫຼາຍຄັ້ງ, ເຊັ່ນ Mister Universe Laos 2024 ແລະ Mister Universe Laos 2025, ໂດຍໃນປີ 2025 ເຂົາໄດ້ເຂົ້າຮອບ Top 5.
- ດ້ວຍປະສົບການ ແລະ ຜົນງານໃນການເດີນແບບ, ຖ່າຍແບບ ທີ່ຜ່ານມາ ອາລັນຖືວ່າພ້ອມສຳລັບເວທີ Mister National Universe.
- ຄາດຫວັງວ່າ ອາລັນ ຈະນຳໃຊ້ຄວາມສາມາດ ແລະ ປະສົບການເພື່ອໃຫ້ໄດ້ຮັບໄຊຊະນະ ແລະ ສ້າງຄວາມພາກພູມໃຈໃຫ້ກັບຊາວລາວ.
- ຂໍເຊີນຊວນທຸກຄົນມາຮ່ວມເປັນກຳລັງໃຈ ແລະ ຕິດຕາມການເດີນທາງຂອງ ອາລັນ ໃນການປະກວດຄັ້ງນີ້.
ກຽມພ້ອມອອກເດີນທາງແລ້ວສຳລັບ ອາລັນ ນິລັນແສງ ໄກຍາລາດ ເພື່ອສູ້ສຶກໃນເວທີ Mister National Universe 2026 ທີ່ເມືອງຫົວຫິນ, ປະເທດໄທ.
ຈາກປະສົບການທີ່ສັ່ງສົມມາຢ່າງຫຼວງຫຼາຍ ບໍ່ວ່າຈະເປັນການຜ່ານເວທີປະກວດ Mister Universe Laos 2024 ແລະ Mister Universe Laos 2025 ສາມາດເຂົ້າສູ່ຮອບ Top 5 ໃນປີ 2025 ຈົນກ້າວຂຶ້ນມາເປັນຕົວແທນປະເທດຢ່າງເຕັມພາກພູມພາຍໃຕ້ສາຍສະພາຍ “Mister National Universe Laos”. ບວກກັບຜົນງານໃນວົງການທັງການເດີນແບບ ແລະ ຖ່າຍແບບທີ່ຫຼາກຫຼາຍ ເຮັດໃຫ້ອາລັນມີຄວາມພ້ອມ ແລະ ເຕັມປ່ຽມໄປດ້ວຍສັກກະຍະພາບສຳລັບເວທີນີ້.
ເຊື່ອວ່າ ອາລັນ ຈະງັດເອົາທຸກຄວາມສາມາດຈາກປະສົບການທີ່ຜ່ານມາ ເຮັດໜ້າທີ່ນີ້ ແລະ ສາມາດຄວ້າເອົາຄວາມສຳເລັດ ກໍຄືຄວາມພາກພູມໃຈກັບມາຝາກພີ່ນ້ອງຊາວລາວທຸກຄົນໄດ້ຢ່າງແນ່ນອນ.
ມາຮ່ວມເຊຍ, ສົ່ງແຮງໃຈ ແລະ ຕິດຕາມການເດີນທາງຄັ້ງສຳຄັນຂອງ ອາລັນ ໄປພ້ອມໆກັນເດີ້ທຸກຄົນ!




