???? Lao Pageant, Lao Idol, Lao Model, Lao Fashion, Style. ກອງປະກວດ, ນາງແບບນາຍແບບ, ແຟຊັນ ແລະ ສະໄຕລ໌ ເພື່ອສົ່ງເສີມຄວາມໝັ້ນໃຈ ກ້າສະແດງອອກຢ່າງສ້າງສັນ.
ເວລາເບິ່ງນາງງາມປະກວດ ຍ່າງສັບໆເທິງເວທີ ເປັນຫຍັງເຂົາເຈົ້າມັກຈະມີຜ້າຄຸມຍາວໆພິ້ວໆ ຫຼື ບໍ່ກໍຟາດຂົນນົກມາແບບຟູໆອະລັງການ? ມັນຊ່ວຍຫຍັງແດ່ ນອກຈາກຄວາມງາມຊື່ໆ? ມື້ນີ້ ມ່ວນຈະພາທຸກຄົນມາໄຂຂໍ້ສົງໄສນີ້ກັນ! ບອກເລີຍວ່າໃນວົງການປະກວດ ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ໃສ່ໃຫ້ງາມໄປລ້າໆ, ແຕ່ມັນຄື “ອຸປະກອນເສີມ” ຊັ້ນດີ ທີ່ຊ່ວຍສ້າງແຮງດຶງດູດເທິງເວທີນັ້ນເອງ. ທຸກມື້ນີ້ ການປະກວດນາງງາມບໍ່ໄດ້ວັດກັນແຕ່ຍ່າງງາມໆແລ້ວຈົບ, ແຕ່ເຂົາເຈົ້າວັດກັນທີ່ Performance! ການມີຜ້າ ຫຼື ຂົນນົກ ຈະຊ່ວຍເພີ່ມມິຕິໃຫ້ກັບການເຄື່ອນໄຫວ...
ເມື່ອເວົ້າເຖິງຊ່ວງໄວ 19 ປີ, ຫຼາຍຄົນອາດຈະກຳລັງມ່ວນຊື່ນກັບຊີວິດໃນມະຫາວິທະຍາໄລ ຫຼື ກຳລັງຄົ້ນຫາຕົນເອງ. ແຕ່ສຳລັບ “ດີໂດ້ – ລັດທະພອນ ສີລິຈັນໂທ” ຊາຍໜຸ່ມຈາກນະຄອນຫຼວງວຽງຈັນ ຜູ້ທີ່ປີນີ້ໄດ້ຮັບກຽດເປັນຕົວແທນໃຫ້ກັບ ແຂວງອັດຕະປື ໃນເວທີ Mister Universe Laos 2026, ລາວໄດ້ເລືອກທີ່ຈະຍ່າງອອກຈາກກອບເດີມໆ ເພື່ອມາທ້າທາຍຕົນເອງເທິງເວທີລະດັບປະເທດ. ດ້ວຍຮອຍຍິ້ມທີ່ສົດໃສ ເຊິ່ງເປັນເອກະລັກປະຈຳຕົວ...
ປ້າໃຈໄປຈັກກະວານແລ້ວ! ຈາກນັກສະແດງຮູບເງົາ ‘ກ່ອງກ່ອຍ’ ສູ່ການນັ່ງເປັນກຳມະການ MUT ປະທຸມທານີ ປະເທດໄທ. ຖືວ່າເປັນປີຄິວທອງເລີຍກັບ ຈັສມິນ ຄຸດທະວອນ ນັກສະແດງ ແລະ CEO ຂອງ Centerstage Laos ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນ ໃນການປະກວດນາງງາມເວທີໃຫຍ່ Miss Universe ປະທຸມທານີ, ອ່າງທອງ ແລະ...
ໃນໂລກຂອງການປະກວດ ຫຼາຍຄົນອາດຈະຄິດວ່າຜູ້ທີ່ກ້າວຂຶ້ນມາຢືນເທິງເວທີລະດັບປະເທດໄດ້ ຈະຕ້ອງເຕັມໄປດ້ວຍປະສົບການ ຫຼື ຜ່ານງານໃນວົງການບັນເທີງມາແລ້ວຢ່າງໂຊກໂຊນ. ແຕ່ສຳລັບ “ເຄ – ແສງອາທິດ” ຊາຍໜຸ່ມໄວ 26 ປີ ຈາກນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບກຽດເປັນຕົວແທນ ແຂວງຫົວພັນ ໃນເວທີ Mister Universe Laos ປີນີ້, ເສັ້ນທາງຂອງລາວເລີ່ມຕົ້ນຈາກ “ສູນ” ຢ່າງແທ້ຈິງ....
ລອງຈິນຕະນາການເຖິງການເປີດປະຕູຕູ້ເສື້ອຜ້າ ແລ້ວພົບວ່າຕົວເອງບໍ່ໄດ້ກ້າວເຂົ້າສູ່ຫ້ອງແຕ່ງຕົວທຳມະດາໆ ແຕ່ກຳລັງຫຼຸດເຂົ້າໄປໃນສາກຮູບເງົາແຟນຕາຊີທີ່ຖືກຈັດແສງມາຢ່າງຕັ້ງໃຈ ນັ້ນລະຄືຄວາມຮູ້ສຶກທີ່ ‘Whimsy Fashion’ ຫຼື ສະຕາຍ Whimsical ກຳລັງມອບໃຫ້ກັບໂລກແຟຊັ່ນໃນຕອນນີ້. ຫຼັງຈາກທີ່ເຮົາຄຸ້ນເຄີຍກັບເສື້ອຜ້າສະຕາຍມິນິມໍລຽບຫຼູ ຄຸມໂທນ ຫຼື ສະຕຣີດແວຣ໌ທີ່ເນັ້ນຄວາມຄ່ອງຕົວມາພັກໃຫຍ່ ຢູ່ໆຜູ້ຄົນກໍເລີ່ມຕັ້ງຄຳຖາມວ່າ “ເປັນຫຍັງການແຕ່ງຕົວຈຶ່ງຕ້ອງຢູ່ໃນກອບຂອງຄວາມເປັນຈິງຕະຫຼອດເວລາ?” ນີ້ຈຶ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ແຟຊັ່ນຊວນຝັນທີ່ເນັ້ນຄວາມຂີ້ຫຼິ້ນ ແລະ ຫຼຸດກອບຈາກໂລກແຫ່ງຄວາມເປັນຈິງ ຕື່ນຂຶ້ນຈາກການຫຼັບໄຫຼ. ມັນຄືສະຕາຍທີ່ເປີດໂອກາດໃຫ້ຜູ້ໃສ່ໄດ້ຢິບເອົາຄວາມແຟນຕາຊີ ແລະ ຄວາມໂຣແມນຕິກມາເລົ່າເລື່ອງຜ່ານເສື້ອຜ້າ....
ຫາກຈະນິຍາມຜູ້ຊາຍຈັກຄົນໜຶ່ງ ທີ່ມັກຈະເອົາພະລັງງານບວກ ແລະ ຮອຍຍິ້ມໄປນຳສະເໝີໃນທຸກໆບ່ອນທີ່ລາວໄປ, ຊື່ຂອງ “ອຳນາດ ໄຊຍະວົງຫົງແກ້ວ” ໜຸ່ມໄວ 29 ປີ ຈາກນະຄອນປາກເຊ ແຂວງຈຳປາສັກ ຄົງຈະເປັນຊື່ທຳອິດທີ່ຫຼາຍຄົນນຶກເຖິງ. ໃນປີນີ້ ລາວໄດ້ຮັບໂອກາດຄັ້ງສຳຄັນ ໃນການເປັນຕົວແທນໃຫ້ກັບ “ເມືອງປາກຊ່ອງ” ເພື່ອເຂົ້າຮ່ວມຊິງໄຊເທິງເວທີ Mister Universe Laos. ແຕ່ພາຍໃຕ້ບຸກຄະລິກທີ່ເບິ່ງຄືເປັນຄົນອາລົມດີ, ສະບາຍໆ...
ຫາກຍັງຈື່ກັນໄດ້ ໃນເວທີ Mister Universe Laos ປີ 2023 ມີຊາຍໜຸ່ມຄົນໜຶ່ງທີ່ເຄີຍຜ່ານເຂົ້າເຖິງຮອບ Top 18 ແລະ ໄດ້ສ້າງຄວາມປະທັບໃຈໃຫ້ກັບແຟນໆມາກ່ອນແລ້ວ. ມື້ນີ້ ລາວກັບມາອີກຄັ້ງໃນເວີຊັນທີ່ແຂງແກ່ນກວ່າເກົ່າ, ໝັ້ນໃຈກວ່າເກົ່າ ແລະ ບໍ່ມີຄວາມຢ້ານກົວອີກຕໍ່ໄປ! ມ່ວນກຳລັງເວົ້າເຖິງ “ຊັນ – ອານຸຊາ ສີຫາລາດ” ຊາຍໜຸ່ມຮູບຫຼໍ່ລວງສູງໂດດເດັ່ນ...
ໃຜຈະໄປຄິດວ່າ ຊາຍໜຸ່ມທີ່ມັກບອກກັບຄົນອື່ນສະເໝີວ່າຕົນເອງເປັນຄົນ “ຂີ້ອາຍ ແລະ ບໍ່ກ້າຢູ່ໜ້າກ້ອງ” ມື້ນີ້ຈະຕັດສິນໃຈກ້າວອອກຈາກເຊຟໂຊນ (Comfort Zone) ຄັ້ງຍິ່ງໃຫຍ່ ເພື່ອມາຢືນຢູ່ພາຍໃຕ້ແສງສະປອດໄລ້ເທິງເວທີການປະກວດລະດັບປະເທດ. ມ່ວນກຳລັງເວົ້າເຖິງ “ແຈັກກີ້ – ອາວອຍ ຄົງສະຫວັນ” ຊາຍໜຸ່ມໄວ 24 ປີ ຕົວແທນຈາກເມືອງມໍລະດົກໂລກ ແຂວງຫຼວງພະບາງ ຜູ້ທີ່ປ່ຽນບົດບາດຈາກການເປັນ “ຊ່າງພາບ” ຜູ້ບັນທຶກເລື່ອງລາວ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.