“ເຮົາເຮັດໂຕຄືກັບເປັນແຟນກັນເລີຍ ໄປກິນເຂົ້າ ໄປທ່ຽວ ແຕ່ເຮົາບໍ່ໄດ້ເປັນຫຍັງກັນ”
ນີ້ຄືສິ່ງທີ່ເກີດຂຶ້ນ ເມື່ອສອງຄົນຕົກຢູ່ໃນຄວາມສຳພັນທີ່ບໍ່ມີສະຖານະທີ່ຊັດເຈນ. ຖ້າໃຜໄດ້ເບິ່ງຊີຣີໄວລຸ້ນທີ່ກຳລັງມາແຮງຂອງໄທ “Gelboys” ຄົງຈະໄດ້ເຫັນແລ້ວວ່າ ຄວາມສຳພັນແບບນີ້ມັນ Toxic ແລະ ພານແຕ່ຈະສ້າງຄວາມຮູ້ສຶກທີ່ບໍ່ດີໃຫ້ກັບທັງສອງຄົນ.
ອີກດ້ານໜຶ່ງຄວາມສຳພັນນີ້ເອີ້ນວ່າ Situationship ຫຼື ຄວາມສຳພັນທີ່ຄົນສອງຄົນເຊື່ອມຕໍ່ກັນທາງອາລົມ, ທາງກາຍະພາບ ແຕ່ບໍ່ມຸ່ງຫວັງ ຫຼື ພັດທະນາສູ່ຄວາມສຳພັນທີ່ມີການຜູກມັດ.
ຄວາມສຳພັນແບບນີ້ ມັນເປັນຄວາມສຳພັນທີ່ເຮັດໃຫ້ເຮົາເປັນອິດສະລະ ສາມາດເຮັດຫຍັງກໍໄດ້ໂດຍທີ່ບໍ່ຕ້ອງກັງວົນວ່າອີກຝ່າຍຈະຄິດແນວໃດ ຫຼື ມັນເປັນພຽງແຕ່ເຫດຜົນຂອງຄົນເຫັນແກ່ຕົວທີ່ເອົາໄວ້ເປັນຂໍ້ອ້າງ ເພື່ອຫາທາງໜີທີໄລ່ໃຫ້ກັບຕົວເອງເທົ່ານັ້ນ?
ແຕ່ຮູ້ບໍ່ວ່າ ຄວາມສຳພັນແບບກັກໆນີ້ ເຮັດໃຫ້ເຮົາເຈັບປວດໄດ້ຫຼາຍກວ່າການອົກຫັກແບບຊັດເຈນອີກ? ເຫດຜົນກໍຍ້ອນ ສະໝອງຂອງເຮົາຕ້ອງການຄວາມຊັດເຈນ ເພື່ອປະມວນຜົນອາລົມໄດ້ຢ່າງເໝາະສົມ. ບາດນີ້ ເມື່ອຄວາມສຳພັນນັ້ນບໍ່ມີຄຳນິຍົມ ຈຶ່ງກາຍເປັນວ່າ ສະໝອງເຮົາກໍສັບສົນເຄັ່ງຕຶງຕະຫຼອດເວລາ ແລະ ພະຍາຍາມຫາຄຳຕອບ ແລະ ຄວາມຊັດເຈນ ຈົນພາໃຫ້ເກີດບັນຫາຫຼາຍຢ່າງ ບໍ່ວ່າຈະເປັນ ຕິດໃນພາວະຄວາມຮູ້ສຶກທີ່ຄ້າງຄາ ຈະເດີນໜ້າກໍບໍ່ໄດ້ ຈະຖອຍຫຼັງກໍບໍ່ອອກ, ການຄາດຫວັງທີ່ບໍ່ກົງກັນ, ຄວາມວິຕົກກັງວົນແບບຊໍາເຮື້ອ ກ້າວໄປຈົນເຖິງການສູນເສຍຕົວຕົນ.
ແລ້ວຈະເຮັດແນວໃດດີ ຖ້າຫາກພົບວ່າອີກຝ່າຍໃຫ້ເຮົາຢູ່ໃນສະຖານະແບບ ກັກໆ ນີ້?
- ຕັ້ງຂອບເຂດທີ່ຊັດເຈນ: ໃຫ້ຮູ້ວ່າໂຕເອງຕ້ອງການຫຍັງ ແລະ ບໍ່ຕ້ອງການຫຍັງຈາກຄວາມສຳພັນນີ້
- ສື່ສານແບບກົງໄປກົງມາ ເພື່ອໃຫ້ອີກຝ່າຍຮູ້ເຖິງຄວາມຮູ້ສຶກ, ຄວາມຄາດຫວັງ ແລະ ພຶດຕິກຳຂອງເຂົາທີ່ສ້າງຄວາມສັບສົນໃຫ້ເຮົາ.
- ຍອມຮັບຄວາມຈິງ ແລະ ຕັດສິນໃຈວ່າຈະເຮັດແນວໃດຕໍ່ ຖ້າຫາກອີກຝ່າຍບໍ່ຊັດເຈນຫຍັງເລີຍ
- ເຫັນຄວາມສຳຄັນຂອງໂຕເອງ ເຮັດໃນສິ່ງທີ່ມັກ, ພັດທະນາຕົນເອງ ແລະ ຢູ່ກັບໝູ່ເພື່ອນ–ຄອບຄົວ.
ຢ່າລືມວ່າ ຄວາມສຳພັນທີ່ດີຄວນສ້າງຄວາມຮູ້ສຶກທີ່ໝັ້ນຄົງ–ປອດໄພ ບໍ່ແມ່ນຄວາມວິຕົກກັງວົນ–ສົງໄສ ແລະ ການຍອມຢູ່ໃນຄວາມສຳພັນແບບນີ້ເປັນເວລາດົນ ກໍອາດເຮັດໃຫ້ເຮົາພາດໂອກາດທີ່ຈະພົບກັບຮັກທີ່ດີ. ຢ່າລືມວ່າ ການກ້າທີ່ຈະຖາມຫາຄວາມຊັດເຈນ ຫຼື ຍ່າງອອກມາຈາກຄວາມສຳພັນແບບນັ້ນ ເປັນສິ່ງທີ່ກ້າຫານທີ່ສຸດທີ່ເຮົາສາມາດເຮັດໄດ້ເພື່ອສະແດງວ່າເຮົາເຫັນຄວາມສຳຄັນ ແລະ ຮັກໂຕເອງຫຼາຍສໍ່າໃດ.
ພາບ: LOOKE / Instagram