ຮູ້ຈັກ ແຄນດີ້ ດີໄຊເນີ້ລາວຄົນທຳອິດທີ່ໄດ້ຮ່ວມງານກັບລາຍການລະດັບຕຳນານ The Face Thailand.

ແບ່ງປັນ

ຮູ້ຈັກ ແຄນດີ້ ດີໄຊເນີ້ລາວຄົນທຳອິດທີ່ໄດ້ຮ່ວມງານກັບລາຍການລະດັບຕຳນານ The Face Thailand.

ໂດຍ: Tonmai Phoutthasack Tonmai Phoutthasack
28 September 2026● 24
✦ AI Summarized

Key Takeaways:

  • ແຄນດີ້ ວິດຊະພົນ ແກ້ວວິໄລ ຍິງສາວໄວ 29 ປີ ຜູ້ມີຕຳແໜ່ງເປັນ Fashion Designer ແລະ Content Creative ທີ່ສາມາດເຮັດຄວາມຝັນໃນການເຮັດວຽກກັບລາຍການໂທລະພາບທີ່ມັກມາຕະຫຼອດ 12 ປີໃຫ້ກາຍເປັນຄວາມຈິງ.
  • ຈຸດເລີ່ມຕົ້ນຄວາມ ມັກໃນການອອກແບບເສື້ອຜ້າຕັ້ງແຕ່ຍັງນ້ອຍ ແລະ ການຄວ້າລາງວັນຈາກໂຄງການ Lao Young Designer ປີ 2017 ແລະ 2018 ໄດ້ເປີດປະຕູໂອກາດໃຫ້ໄປສຶກສາຕໍ່ທີ່ London College for Fashion Design.
  • ມີຜົນງານການອອກແບບຊຸດໃຫ້ກັບສິລະປິນຫຼາຍວົງ ແລະ ເວທີປະກວດລະດັບປະເທດ ບໍ່ວ່າຈະເປັນ Miss Laos 2023 ແລະ Face of Laos 2025.
  • ປະຈຸບັນເຮັດວຽກໃຫ້ກັບແບຣນໂສ້ງຢີນ Bearbeary ເຊິ່ງເປັນໜຶ່ງໃນຜູ້ສະໜັບສະໜູນຫຼັກຂອງລາຍການ The Face Thailand ໂດຍໄດ້ມີສ່ວນຮ່ວມໃນການອອກແບບຄໍເລັກຊັນພິເສດ ແລະ ເຮັດວຽກຮ່ວມກັບທີມງານລາຍການ.
  • ຝາກຂໍ້ຄິດ ແລະ ມຸມມອງກ່ຽວກັບການ Manifest ຄວາມຝັນ ພ້ອມທັງແນະນຳໃຫ້ທຸກຄົນເປີດຮັບໂອກາດໃຫ້ຕົນເອງໃນທຸກໆດ້ານ ເພາະຄວາມຝັນບໍ່ເຄີຍມີວັນໝົດອາຍຸຖ້າເຊື່ອໝັ້ນໃນຕົວເອງ.
ອ່ານຕື່ມ:  ຮູ້ຈັກ ລີໂນ້ ໄຊສະຫວັນ ຜູ້ປ່ຽນຄວາມຕ່າງໃຫ້ເປັນຄວາມເດັ່ນໃນເວທີ FACE of LAOS

ລອງຈິນຕະນາການເບິ່ງວ່າ ຈະຮູ້ສຶກແນວໃດ ຖ້າມື້ໜຶ່ງເຮົາໄດ້ເຂົ້າໄປເຮັດວຽກໃນລາຍການໂທລະພາບທີ່ເຮົາມັກ ແລະ ນັ່ງຕິດໜ້າຈໍເບິ່ງມາຕະຫຼອດ 12 ປີເຕັມ? ສຳລັບຫຼາຍຄົນ ມັນອາດຈະເປັນພຽງຄວາມຝັນ ແຕ່ສຳລັບ “ແຄນດີ້ ວິດຊະພົນ ແກ້ວວິໄລ” ໃນໄວ 29 ປີ ຍິງສາວຜູ້ມີຕຳແໜ່ງເປັນ Fashion Designer & Content Creative ຄວາມຝັນນັ້ນໄດ້ກາຍເປັນຄວາມຈິງແລ້ວ.

ມື້ນີ້ ມ່ວນຈະພາທຸກຄົນມາຮູ້ຈັກກັບແຄນດີ້ທີ່ພິສູດໃຫ້ເຫັນວ່າ ຖ້າເຮົາກ້າທີ່ຈະຝັນ ແລະ ກຽມຕົວໃຫ້ພ້ອມ ໂອກາດໃຫຍ່ກໍພ້ອມຈະແລ່ນເຂົ້າຫາສະເໝີ.

ຖ້າຍ້ອນກັບໄປເບິ່ງຈຸດເລີ່ມຕົ້ນ, ຄວາມຮັກໃນການອອກແບບເສື້ອຜ້າຂອງແຄນດີ້ ບໍ່ໄດ້ເກີດຂຶ້ນແບບບັງເອີນ ແຕ່ມັນຝັງຢູ່ໃນຕົວຕັ້ງແຕ່ຍັງນ້ອຍຜ່ານຄວາມມັກໃນການແຕ້ມຮູບ ແລະ ການອອກແບບ. ຄວາມມັກນັ້ນໄດ້ຖືກປ່ຽນໃຫ້ກາຍເປັນເປົ້າໝາຍທີ່ຊັດເຈນຂຶ້ນ ເມື່ອລາວຕັດສິນໃຈເຂົ້າຮ່ວມປະກວດໃນໂຄງການ Lao Young Designer ເຊິ່ງແຄນດີ້ສາມາດຄວ້າຕຳແໜ່ງຮອງອັນດັບ 3 ໃນປີ 2017 ແລະ ປີຕໍ່ມາກໍຍົກລະດັບຕົວເອງຂຶ້ນມາຄວ້າຮອງອັນດັບ 2 ໃນປີ 2018 ໄດ້ສຳເລັດ.

ລາງວັນໃນມື້ນັ້ນ ບໍ່ແມ່ນແຕ່ຖ້ວຍລາງວັນ ແຕ່ມັນຄື “ປະຕູບານໃຫຍ່” ທີ່ເປີດໂອກາດໃຫ້ແຄນດີ້ໄດ້ໄປສຶກສາຕໍ່ດ້ານການອອກແບບໂດຍກົງທີ່ London College for Fashion Design ທີ່ນະຄອນຫຼວງຮ່າໂນ້ຍ. ການໄດ້ໄປຮຽນຮູ້ໃນສະຖາບັນລະດັບສາກົນ ຄືຈຸດປ່ຽນສຳຄັນທີ່ຫຼໍ່ຫຼອມໃຫ້ລາວກ້າວຂຶ້ນມາເປັນດີໄຊເນີ້ແບບເຕັມຕົວ.

ຖ້າໃຜຕິດຕາມຜົນງານຂອງສິລະປິນ ຫຼື ເວທີປະກວດລະດັບປະເທດ ອາດຈະເຄີຍເຫັນຜົນງານການອອກແບບຂອງລາວຜ່ານຕາແລ້ວຢ່າງແນ່ນອນ. ບໍ່ວ່າຈະເປັນການອອກແບບຊຸດໃຫ້ກັບວົງ NG-girl, MVIZZ, ຫຼີຫຼຽວ, Thin lampone, ເອື້ອຍຕ໋ອດ, ອ້າຍຊານົນ, ລວມໄປເຖິງການອອກແບບຊຸດໃຫ້ກັບເວທີໃຫຍ່ຢ່າງ Miss Laos 2023 ແລະ Face of Laos 2025. ນີ້ຍັງບໍ່ນັບລວມຜົນງານອື່ນໆ ອີກຫຼາກຫຼາຍທີ່ພິສູດໃຫ້ເຫັນເຖິງຄວາມສາມາດທີ່ບໍ່ທຳມະດາຂອງດີໄຊເນີ້ຄົນນີ້.

ປັດຈຸບັນ ແຄນດີ້ ເປັນ Fashion Designer & Content Creative ໃຫ້ກັບ Bearbeary ແບຣນໂສ້ງຢີນຊື່ດັງຂອງປະເທດໄທ ແລະ ຄວາມຕື່ນເຕັ້ນຄັ້ງໃຫຍ່ໃນຊີວິດກໍເກີດຂຶ້ນ ເມື່ອທາງແບຣນໄດ້ເຂົ້າໄປເປັນໜຶ່ງໃນຜູ້ສະໜັບສະໜູນຫຼັກ (Sponsor) ໃຫ້ກັບລາຍການລະດັບຕຳນານຢ່າງ The Face Thailand.

ຕອນທີ່ຮູ້ວ່າລາຍການມາປະຊຸມນຳ ກໍຕື່ນເຕັ້ນແບບ ເຮີ້ຍ! ແທ້ຫວາ? ເພາະມັນເປັນລາຍການທີ່ເຮົາຕິດຕາມເບິ່ງມາຕັ້ງແຕ່ຊີຊັນທຳອິດ

ການໄດ້ຮ່ວມປະຊຸມນຳ “ຄຸນເຕ້” (ປິຍະຣັດ ກັນຍາຣັກ) ຜູ້ຖືລິຂະສິດລາຍການ The Face Thailand ຄືໂມເມັນທີ່ເຕີມເຕັມຄວາມຝັນຂັ້ນສຸດ. ຈາກຄົນທີ່ເຄີຍນັ່ງເບິ່ງຜ່ານໜ້າຈໍໂທລະທັດເມື່ອ 12 ປີກ່ອນ ມື້ນີ້ລາວກາຍເປັນໜຶ່ງໃນທີມງານຜູ້ນຳສະເໜີໄອເດຍ ແລະ ອອກແບບຊຸດໃຫ້ກັບລາຍການແທ້ໆ.

ອ່ານຕື່ມ:  ປັງບໍ່ໄຫວ! ອານິຕ້າ ຢາການາກິ ຮັບບົດນາງເອກຊ່ອງດັງ ປະກົບຄູ່ພະເອກ ພູມ ກຽດຕິພູມ

ສຳລັບຜົນງານໃນລາຍການ, ເຖິງແຄນດີ້ຈະຍັງຂໍອຸບໄວ້ກ່ອນ ເພື່ອໃຫ້ແຟນໆໄດ້ລໍຖ້າຕິດຕາມໃນລາຍການ ແຕ່ລາວກໍແອບສະປອຍໃຫ້ຟັງໜ້ອຍໜຶ່ງວ່າ:

ດ້ວຍຄວາມທີ່ແບຣນເຮົາເປັນໂສ້ງຢີນ ມັນຈະອອກມາເປັນ Collection ພິເສດສະເພາະສຳລັບ The Face ເລີຍ. ທີ່ພູມໃຈສຸດໆ ແມ່ນການທີ່ໄດ້ເຫັນທັງ Mentor ແລະ ຜູ້ເຂົ້າແຂ່ງຂັນ ໃສ່ຊຸດທີ່ເຮົາເປັນຄົນອອກແບບ

ເມື່ອຖາມເຖິງບັນຍາກາດການເຮັດວຽກເບື້ອງຫຼັງລາຍການໃຫຍ່ແບບນີ້ ແຄນດີ້ບອກເລີຍວ່າ ຄົບທຸກລົດຊາດ! ທັງມ່ວນ, ຕື່ນເຕັ້ນ ແລະ ເຕັມໄປດ້ວຍແຮງກົດດັນ ພ້ອມທັງຄອນເຟີມໃຫ້ແຟນລາຍການສະບາຍໃຈໄດ້ເລີຍວ່າ “ເບື້ອງຫຼັງລາຍການນີ້ ບໍ່ມີສະຄິບແນ່ນອນ!”

ຈາກຈຸດເລີ່ມຕົ້ນຈົນເຖິງມື້ນີ້, ເສັ້ນທາງຂອງແຄນດີ້ ບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ແຕ່ມັນເກີດຈາກການສະສົມປະສົບການ ແລະ ບໍ່ເຄີຍຢຸດທີ່ຈະພັດທະນາຕົນເອງ. ເມື່ອໃຫ້ຝາກຂໍ້ຄິດເຖິງຄົນທີ່ມີຄວາມຝັນຢາກກ້າວມາຢືນໃນຈຸດນີ້ ແຄນດີ້ໄດ້ໃຫ້ມຸມມອງທີ່ໜ້າສົນໃຈຫຼາຍກ່ຽວກັບເລື່ອງ Manifest ໄວ້ວ່າ:

ຫຼັກໆເລີຍ ຄືການ Manifest ເຮົາຕ້ອງຕັ້ງຄວາມຝັນໃຫ້ກັບຕົນເອງວ່າ ຈັກມື້ໜຶ່ງເຮົາຕ້ອງມາຢືນໃນຈຸດນີ້ໃຫ້ໄດ້. ຈົ່ງເປີດຮັບໂອກາດໃຫ້ຕົນເອງໃນທຸກໆດ້ານ ເພາະເຮົາບໍ່ມີທາງຮູ້ເລີຍວ່າ ມື້ໜຶ່ງໂອກາດນັ້ນຈະແລ່ນມາຫາເຮົາຕອນໃດ. ສະນັ້ນ, ຢາກໃຫ້ທຸກຄົນຝັນໃຫ້ໄກ ແລະ ໄປໃຫ້ເຖິງ

ເລື່ອງລາວຂອງ ແຄນດີ້ ວິດຊະພົນ ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງວົງການແຟຊັ່ນລາວເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈຊັ້ນດີ ທີ່ບອກກັບພວກເຮົາທຸກຄົນວ່າ: ຄວາມຝັນບໍ່ເຄີຍມີວັນໝົດອາຍຸ ຖ້າເຮົາຍັງລົງມືເຮັດ ແລະ ເຊື່ອໝັ້ນໃນຕົວເອງຫຼາຍພໍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.