ທຸກໆຄັ້ງທີ່ເວທີການປະກວດນາງງາມໝູນວຽນ ສິ່ງໜຶ່ງທີ່ດຶງດູດທັ້ງສາຍຕາ ແລະ ຄວາມສົນໃຈຂອງຄົນລາວທົ່ວປະເທດໄດ້ສະເໝີ ກໍຄື “ຊຸດປະຈຳຊາດ”. ມັນບໍ່ແມ່ນພຽງແຕ່ເສື້ອຜ້າທີ່ສວມໃສ່ເທິງຮ່າງກາຍ ແຕ່ມັນຄື Soft Power ທີ່ເຮັດໜ້າທີ່ບອກເລົ່າເລື່ອງລາວ, ຈິດວິນຍານ ແລະ ວັດທະນະທຳຂອງຊາດສູ່ສາຍຕາຊາວໂລກ. ມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບເລື່ອງລາວເບື້ອງຫຼັງຜືນຜ້າທີ່ງົດງາມ ເຊິ່ງແລກມາດ້ວຍຢາດເຫື່ອ, ຄວາມກົດດັນ ແລະ ຄວາມຫຼົງໄຫຼ ຂອງ ‘ຂັນໄຊ ແຖມພູຄຳ’...
ຫຼັງຈາກຈົບງານ Z Fashion Shows Celebrity Night 2026 ທີ່ໂຮງແຮມ Amari Vientiane ທີ່ຜ່ານມາເຊິ່ງເປັນງານມັດລວມເອົາທັງຫ້ອງເສື້ອຊື່ດັງ, ດີຊາຍເນີ້ຕົວທັອບ ແລະ ນາງແບບນາຍແບບແຖວໜ້າຂອງລາວມາປ່ອຍຂອງເທິງຣັນເວດຽວກັນແບບຈັດເຕັມສຸດໆ! ແຕ່ບອກເລີຍວ່າມີໜຶ່ງຫ້ອງເສື້ອທີ່ເຮັດໃຫ້ ມ່ວນ ຖືກຕົກເຂົ້າເຕັມໆ ແລະຍັງຕາຕຶງມາຮອດມື້ນີ້, ນັ້ນກໍຄືຫ້ອງເສື້ອ JATAVA ຄືຊຸດຂອງເພິ່ນເຫັນປຸບແລ້ວມັນໂດດເດັ່ນເຕະຕາແຮງ! ມູດແອນໂທນຄືທັນສະໄໝ, ດີເທວການຕັດຫຍິບຄືມີເອກະລັກແບບບໍ່ຊ້ຳໃຜ....
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.