ເວລາທີ່ເຮົາມັກໃຜຈັກຄົນ ແຕ່ລະຄົນກໍຄົງມີວິທີຈີບທີ່ແຕກຕ່າງກັນ ບາງຄົນເລືອກບອກຄວາມຮູ້ສຶກອອກໄປກົງໆ, ບາງຄົນຄ່ອຍໆເຂົ້າຫາ ແລະ ບາງຄົນກໍຍັງວົນວຽນຢູ່ກັບການພະຍາຍາມເອົາຊະນະໃຈໃຜຄົນໜຶ່ງ.
ມ່ວນຊວນຟັງ ຈະພາທຸກຄົນມາສຳຜັດອີກໜຶ່ງມຸມມອງຂອງການຈີບສາວ ຜ່ານບົດເພງ RIGHT ROUND ຂອງສິລະປິນ JAMEBOYZ ທີ່ຖ່າຍທອດເລື່ອງລາວຈາກມຸມມອງຂອງຜູ້ຊາຍຄົນໜຶ່ງ ທີ່ກຳລັງພະຍາຍາມຈີບຄົນທີ່ຕົນເອງມັກ ແລະ ຫວັງວ່າຄວາມສຳພັນຄັ້ງນີ້ຈະພັດທະນາໄປໄດ້ໄກກວ່າເກົ່າ.
ສະເໜ່ຂອງພາສາ ແລະ ດົນຕີ Afro R&B ຍຸກ 2000s
ຄວາມໜ້າສົນໃຈຂອງ RIGHT ROUND ແມ່ນການນຳເອົາພາສາລາວມາປະສົມປະສານກັບຄຳສັບພາສາໄທບາງສ່ວນ ເຮັດໃຫ້ເນື້ອເພງມີຄວາມຂີ້ຫຼິ້ນ, ມີສະເໜ່ ແລະ ສ້າງເອກະລັກສະເພາະຕົວທີ່ຟັງແລ້ວຕິດຫູ.
ໃນດ້ານຂອງແນວດົນຕີ JAMEBOYZ ໄດ້ເລົ່າໃຫ້ ມ່ວນຊວນຟັງ ຮູ້ວ່າຜົນງານນີ້ໄດ້ນຳເອົາສະໄຕລ໌ Afro R&B ຍຸກ 2000s ມາເປັນທິດທາງຫຼັກຂອງເພງ ເຊິ່ງເປັນແນວດົນຕີທີ່ມີຈັງຫວະຟັງງ່າຍ, ສະບາຍໆ ແລະ ສາມາດໂຢກຕາມໄດ້ຢ່າງເພີນໆ.
ສິລະປິນຍັງໄດ້ເວົ້າເຖິງຄວາມແປກໃໝ່ຂອງການນຳສະເໜີດົນຕີສະໄຕລ໌ນີ້ໃນວົງການເພງລາວ ເຊິ່ງຖືເປັນອີກໜຶ່ງການທົດລອງທາງດົນຕີທີ່ສະທ້ອນຕົວຕົນຂອງ JAMEBOYZ ໄດ້ຢ່າງໜ້າສົນໃຈ.
ຈັງຫວະຟັງສະບາຍ ແຕ່ຫົວໃຈຍັງບໍ່ໄດ້ຄຳຕອບ
ເຖິງວ່າ RIGHT ROUND ຈະມາພ້ອມກັບຈັງຫວະດົນຕີທີ່ມ່ວນ ແລະ ຟັງສະບາຍ ແຕ່ພາຍໃຕ້ຄວາມມ່ວນນັ້ນ ກັບເຊື່ອງໄວ້ດ້ວຍຄວາມຮູ້ສຶກທີ່ຫຼາກຫຼາຍ ທັງຄວາມມັກ, ຄວາມຫຼົງໄຫຼ, ຄວາມພະຍາຍາມ ແລະ ຄວາມຄາດຫວັງທີ່ຍັງໄປບໍ່ເຖິງເປົ້າໝາຍ.
ເພາະບາງຄັ້ງ ການຈີບໃຜຈັກຄົນກໍບໍ່ໄດ້ມີພຽງແຕ່ຄວາມຫວານ ແຕ່ຍັງມີຊ່ວງເວລາຂອງການລໍຖ້າ ແລະ ຄຳຖາມທີ່ວ່າ ຄວາມພະຍາຍາມຂອງເຮົາຈະສາມາດປ່ຽນສະຖານະຈາກຄົນຈີບ ໃຫ້ກາຍເປັນຄົນຮັກໄດ້ຫຼືບໍ່?
RIGHT ROUND ໜຶ່ງໃນ 5 ບົດເພງຈາກ Mini Album FLIRT MODE
RIGHT ROUND ເປັນໜຶ່ງໃນ 5 ບົດເພງຈາກ Mini Album ‘FLIRT MODE‘ ຂອງ JAMEBOYZ ທີ່ນຳສະເໜີເລື່ອງລາວຄວາມຮັກ, ຄວາມຫຼົງໄຫຼ ແລະ ມິຕິຄວາມສຳພັນກັບຜູ້ຍິງຜ່ານມຸມມອງທີ່ແຕກຕ່າງກັນ.
ແຕ່ລະບົດເພງຈະຄ່ອຍໆພາທຸກຄົນໄປສຳຜັດກັບອາລົມຂອງຄວາມສຳພັນໃນແຕ່ລະຊ່ວງເວລາ ພ້ອມທັງສະທ້ອນໃຫ້ເຫັນເຖິງການເຕີບໂຕ ແລະ ການຄົ້ນຫາທິດທາງດົນຕີໃໝ່ໆຂອງ JAMEBOYZ ທີ່ຢາກນຳສະເໜີຄວາມແຕກຕ່າງໃຫ້ກັບຄົນຟັງ.
ສຳລັບໃຜທີ່ກຳລັງຢູ່ໃນໂໝດຈີບ ຫຼື ກຳລັງພະຍາຍາມເອົາຊະນະໃຈໃຜຈັກຄົນ RIGHT ROUND ອາດຈະເປັນອີກໜຶ່ງເພງທີ່ກົງກັບສະຖານະຫົວໃຈຂອງທຸກຄົນໃນຕອນນີ້.