ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢອກແຮງ ຊັອດຟິວເກັ່ງ ໝູ່ເຈົ້າກໍເປັນຫວາ? ມັກເຮັດໃຫ້ເສຍຄວາມໝັ້ນໃຈ
Muan RelationTips

ຢອກແຮງ ຊັອດຟິວເກັ່ງ ໝູ່ເຈົ້າກໍເປັນຫວາ? ມັກເຮັດໃຫ້ເສຍຄວາມໝັ້ນໃຈ

ແບ່ງປັນ

ໝູ່ທີ່ໃຫ້ກຳລັງໃຈ, ມີເຫດຜົນ ແລະ ແນະນຳກັນໃນທາງທີ່ດີນັ້ນໃຜກໍ່ຢາກມີ, ແຕ່ມັນກໍມັກຈະມີຄົນໜຶ່ງໃນກຸ່ມທີ່ມັກເຮັດໃຫ້ເຈັບຫົວ, ຄຳເວົ້າທີ່ບໍ່ຄິດ ແລະ ພຶດຕິກຳທີ່ບໍ່ໜ້າຮັກ. ມັນໄດ້ສ້າງຄວາມບໍ່ສະບາຍໃຈໃຫ້ໝູ່ເພື່ອນທີ່ຢູ່ຮ່ວມກັນ.

ຈົນເຮັດໃຫ້ຄິດວ່າຈະຢູ່ນຳກັນໄດ້ໄປຮອດມື້ໃດເພາະເຈິໜ້າກັນເທື່ອໃດກໍມັກຖາມວ່າ: “ມື້ນີ້ແຕ່ງໂຕຫຍັງມາ? ແຕ່ງໂຕສະໄຕລ໌ຫຍັງນິ? ແບນ ຫຼື ຕຸ້ຍແຕ່ງຈັງໃດກໍບໍ່ງາມ”. ພໍໄດ້ຍິນເທື່ອໃດມັນກໍຮູ້ສຶກບໍ່ດີ ແລະ ບໍ່ໝັ້ນໃຈຕະຫຼອດ.

ພໍບອກໝູ່ວ່າປະໂຫຍກເຫຼົ່ານີ້ມັນບໍ່ດີ ແລະ ບໍ່ຢາກໃຫ້ເວົ້າອີກ, ກໍ່ບອກວ່າ: “ຮັກໃດນິຈຶ່ງບອກ ຫຼື ຢອກຊື່ໆກະບໍ່ໄດ້ຄິດຫຼາຍ” ຖ້າມີໝູ່ລັກສະນະນີ້ເຈົ້າຕ້ອງພິຈາລະນາແລ້ວເດີວ່າຄວນຄົບຕໍ່ ຫຼື ພໍສ່ຳນີ້. ເພາະມັນຈະເຮັດໃຫ້ເຈົ້າສູນເສຍຕົວຕົນ ຫຼື ກາຍເປັນຄົນບໍ່ໝັ້ນໃຈໃນຕົວເອງໄປເລີຍກໍ່ໄດ້.

ແຕ່ຖ້າເຮົາຍັງຄົງຢູ່ໃນກຸ່ມໝູ່ດຽວກັນ ແລະ ຍັງຫາໂອກາດຫຼີກລ້ຽງບໍ່ໄດ້ເຮົາຈະມີວິທີການຮັບມື້ແບບໃດລະ? ມື້ນີ້ມ່ວນຈະພາທຸກຄົນມາຫາຄຳຕອບກັນ.

1.ປະເມີນສະຖານະການ ແລະ ສື່ສານກົງໄປກົງມາ

ໃຫ້ປະເມີນວ່າໝູ່ຄົນນີ້ມີພຶດຕິກຳການວິຈານໝູ່ໃນທາງບໍ່ດີແບບນີ້ກັບທຸກຄົນບໍ່? ຫຼື ມີທ່າອ່ຽງຮຸນແຮງຂຶ້ນເລື້ອຍໆ. ລາວອາດຈະເຮັດໂດຍບໍ່ຮູ້ຕົວວ່າມັນເປັນສິ່ງທີ່ຜິດບໍ່ດີ ຫຼື ລາວບໍ່ມີໝູ່ທີ່ຈະຄອຍເຕືອນ, ລາວອາດຈະມີບັນຫາພາຍໃນຈິດໃຈທີ່ບໍ່ຮູ້ຈະສະແດງອອກແນວໃດ.

ໃຫ້ປຶກສາກັບໝູ່ສະໜິດທີ່ໄວ້ໃຈໄດ້ແລ້ວລົມກັນເລື່ອງບັນຫານີ້, ເພື່ອຫາໂອກາດລົມລາວຢ່າງເປີດໃຈ ແລະ ມີເຫດຜົນໂດຍບໍ່ໃຫ້ໃຊ້ອາລົມ, ໃຫ້ຍົກປະເດັນຂື້ນມາພ້ອມອະທິບາຍວ່າມັນໄດ້ກະທົບກັບຄວາມຮູ້ສຶກພວກເຈົ້າແນວໃດເພື່ອຫາທາງແກ້ໄຂເພື່ອຮັກສາຄວາມສຳພັນ.

2. ກຳໜົດຂອບເຂດ ແລະ ພະຍາຍາມຫຼີກລ້ຽງໃຫ້ໄດ້ຫຼາຍທີ່ສຸດ

ບາງຄັ້ງຄວາມສະໜິດກັນຫຼາຍ, ອາດເຮັດໃຫ້ລາວເບິ່ງຂ້າມເຮົາໄປ ແລະ ເວົ້າຫຍັງໂດຍບໍ່ຄິດ, ເຈົ້າຄວນຕັ້ງຂອບເຂດໃຫ້ຊັດເຈນ ແລະ ບອກເຂົາວ່າຕ້ອງຮັກສາຄວາມສຳພັນທີ່ດີ. ເພື່ອການຮັກສາຄວາມສຳພັນເຈົ້າຄວນຫຼີກລ້ຽງການປະທະອາລົມ ແລະ ໃນບາງຄັ້ງຖ້າຮູ້ສຶກບໍ່ສະບາຍໃຈຄວນຫຼຸດການພົບເຈິກັນກ່ອນກໍດີ.

3. ປ່ອຍວາງ ແລະ ດູແລຄວາມຮູ້ສຶກຕົນເອງ

ຫາກພຶດຕິກຳຂອງໝູ່ຍັງບໍ່ປ່ຽນແປງ ແລະ ມັນເຮັດໃຫ້ເຈົ້າຕ້ອງທຸກໃຈ, ການປ່ອຍວາງຄວາມສຳພັນອາດເປັນທາງເລືອກທີ່ດີທີ່ສຸດ. ຫຼັງຈາກຈາກຈັດການກັບໝູ່ທີ່ເປັນຄົນ Toxic ແລ້ວ, ໃຫ້ຫັນກັບມາດູແລຄວາມຮູ້ສຶກຕົວເອງ, ລອງເຮັດກິດຈະກຳທີ່ມັກທີ່ເຮັດໃຫ້ເຈົ້າມີຄວາມສຸກເພື່ອປູກຝັງຄວາມຄິດບວກໃຫ້ກັບຕົວເອງ.

ການຮັບມື້ກັບໝູ່ທີ່ມີພຶດຕິກຳ Toxic ແບບນີ້ແມ່ນຕ້ອງໃຊ້ຄວາມກ້າຫານ, ເຂັ້ມແຂງ ແລະ ຊັດເຈນໃນຕົວເອງ, ການປົກປ້ອງຕົວເອງຈາກພຶດຕິກຳທີ່ເປັນພິດຈະຊ່ວຍໃຫ້ເຈົ້າມີສຸຂະພາບຈິດທີ່ດີ ແລະ ມີຄວາມສຸກ.

ອ່ານຕື່ມ:  5 ສິ່ງທີ່ບໍ່ຄວນເວົ້າກັບຄົນເປັນຊຶມເສົ້າ ຄຳເວົ້າມີທັງຜົນດີ ແລະ ຜົນເສຍຕໍ່ພວກເຂົາ ສຸຂະພາບຈິດເປັນສິ່ງທີ່ຕ້ອງການຄວາມໃສ່ໃຈສູງ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.