ໝູ່ທີ່ໃຫ້ກຳລັງໃຈ, ມີເຫດຜົນ ແລະ ແນະນຳກັນໃນທາງທີ່ດີນັ້ນໃຜກໍ່ຢາກມີ, ແຕ່ມັນກໍມັກຈະມີຄົນໜຶ່ງໃນກຸ່ມທີ່ມັກເຮັດໃຫ້ເຈັບຫົວ, ຄຳເວົ້າທີ່ບໍ່ຄິດ ແລະ ພຶດຕິກຳທີ່ບໍ່ໜ້າຮັກ. ມັນໄດ້ສ້າງຄວາມບໍ່ສະບາຍໃຈໃຫ້ໝູ່ເພື່ອນທີ່ຢູ່ຮ່ວມກັນ. ຈົນເຮັດໃຫ້ຄິດວ່າຈະຢູ່ນຳກັນໄດ້ໄປຮອດມື້ໃດເພາະເຈິໜ້າກັນເທື່ອໃດກໍມັກຖາມວ່າ: “ມື້ນີ້ແຕ່ງໂຕຫຍັງມາ? ແຕ່ງໂຕສະໄຕລ໌ຫຍັງນິ? ແບນ ຫຼື ຕຸ້ຍແຕ່ງຈັງໃດກໍບໍ່ງາມ”. ພໍໄດ້ຍິນເທື່ອໃດມັນກໍຮູ້ສຶກບໍ່ດີ ແລະ ບໍ່ໝັ້ນໃຈຕະຫຼອດ. ພໍບອກໝູ່ວ່າປະໂຫຍກເຫຼົ່ານີ້ມັນບໍ່ດີ ແລະ ບໍ່ຢາກໃຫ້ເວົ້າອີກ, ກໍ່ບອກວ່າ: “ຮັກໃດນິຈຶ່ງບອກ...