ຄໍາເວົ້າມີບົດບາດສໍາຄັນໃນການໃຫ້ກໍາລັງໃຈຜູ້ທີ່ເປັນຊຶມເສົ້າ, ຄວາມໃສ່ໃຈຂອງເຮົາສາມາດເຮັດໃຫ້ພວກເຂົາຮູ້ສຶກດີທີ່ຍັງມີຄົນທີ່ເຂົ້າອົກເຂົ້າໃຈເຮົາ. ແຕ່ໃນທາງກົງກັນຂ້າມ, ການເວົ້າໂດຍທີ່ບໍ່ໄດ້ຄິດ ແລະ ກັ່ນກອງດີໆອາດເຮັດໃຫ້ເຂົາຮູ້ສຶກບໍ່ດີ ແລະ ເຮັດໃຫ້ພວກເຂົາມີອາການຊຶມເສົ້າໜັກກວ່າເກົ່າໄດ້.
ເວົ້າງ່າຍໆຄືຄໍາເວົ້າມີຜົນກະທົບຕໍ່ຜູ້ທີ່ເປັນຊຶມເສົ້າສູງ ແລະ ມີຜົນຕໍ່ການຮັກສາອາການຊຶມເສົ້າຂອງພວກເຂົາອີກດ້ວຍ. ສະນັ້ນ, ມ່ວນຢາກມາບອກໝູ່ເພື່ອນໃຫ້ລະວັງ, ເອົາໃຈໃສ່ບຸກຄົນທີ່ເປັນຊຶມເສົ້າໃຫ້ຫຼາຍຂຶ້ນ ແລະ ຢ່າເວົ້າ 5 ສິ່ງນີ້ກັບພວກເຂົາ.
1. “ຊີວິດເຈົ້າດີແລ້ວເດ, ເປັນຫຍັງຕ້ອງຊຶມເສົ້ານໍາ?”
ຄວາມເຂົ້າໃຈແບບຜິດໆທີ່ຫຼາຍຄົນມີແມ່ນ ‘ຄົນທີ່ຊຶມເສົ້າຕ້ອງມີຊີວິດທີ່ລໍາບາກ’ ແຕ່ເຮົາບໍ່ສາມາດຮູ້ໄດ້ວ່າອີກຝ່າຍນັ້ນເຄີຍເຈິກັບຫຍັງມາກ່ອນ. ເຂົາອາດຈະມີເຫດການໂຫດຮ້າຍທີ່ກະທົບຈິດໃຈພວກເຂົາ ຫຼື ການສູນເສຍສິ່ງສໍາຄັນໄປເຊິ່ງເຮັດໃຫ້ອາການຊຶມເສົ້າເກາະກິນຈິດໃຈພວກເຂົາມາຕະຫຼອດ.
ແທນທີ່ເຮົາຈະເວົ້າເຖິງດ້ານດີໃນຊີວິດຂອງຜູ້ທີ່ເປັນຊຶມເສົ້າ ເຮົາລອງຮັບຟັງ ແລະ ທໍາຄວາມເຂົ້າໃຈກັບຄວາມເສົ້າທີ່ເຂົາກໍາລັງເຈິຢູ່, ມັນອາດເຮັດໃຫ້ເຮົາສາມາດເປັນທີ່ເພິ່ງພາດ້ານຈິດໃຈໃຫ້ເຂົາໄດ້.
2. “ລອງພະຍາຍາມບໍ່ຄິດຫາເລື່ອງນັ້ນເບິ່ງ”
ມັນອາດເບິ່ງຄືຄໍາແນະນໍາທີ່ດີ, ແຕ່ກໍເປັນໄປບໍ່ໄດ້ເລີຍທີ່ຜູ້ເປັນຊຶມເສົ້າຈະຢຸດຄິດຫາຄວາມຄິດ ແລະ ຄວາມຮູ້ສຶກດ້ານລົບຂອງພວກເຂົາໄດ້. ຜູ້ເປັນຊຶມເສົ້າຫຼາຍຄົນມັກຈະມີຄວາມຄິດດ້ານລົບວົນວຽນຢູ່ໃນຫົວ ແລະ ເຂົາບໍ່ສາມາດຢຸດມັນໄດ້ໃນທັນທີ.
ແທນທີ່ຈະບອກໃຫ້ເຂົາຢຸດຄິດ, ເຮົາສາມາດຊວນເຂົາໄປເບິ່ງໜັງ, ຫຼິ້ນເກມ ຫຼື ເຮັດກິດຈະກໍາທີ່ເພີ່ມຄວາມມ່ວນຈະຊ່ວຍໃຫ້ຜູ້ເປັນຊຶມເສົ້າຫຼຸດຄວາມຄິດໃນດ້ານລົບໄດ້ບໍ່ໜ້ອຍກໍຫຼາຍ.
3. “ເຈົ້າເບິ່ງບໍ່ຄືຄົນຊຶມເສົ້າເລີຍ”
ເຮົາບໍ່ສາມາດຕັດສິນຄວາມຮູ້ສຶກຂອງຄົນຈາກສິ່ງທີ່ເຂົາສະແດງອອກໄດ້ໃນທັນທີ, ແທນທີ່ເຮົາຈະຈົດຈໍ່ກັບລັກສະນະພາຍນອກຂອງເຂົາ ລອງນັ່ງຖາມອີກຝ່າຍດ້ວຍຄວາມເປັນຫ່ວງ ຫຼື ມີບົດສົນທະນາກ່ຽວກັບສຸຂະພາບຈິດໃຈຂອງກັນແລະກັນເພື່ອແບ່ງປັນຄວາມຮູ້ສຶກກັນເບິ່ງ ເພື່ອເຮັດໃຫ້ຜູ້ເປັນຊຶມເສົ້າຮູ້ສຶກໄດ້ວ່າເຮົາຢາກໃຫ້ກໍາລັງໃຈເຂົາ.
4. “ໃຜກໍເປັນຊຶມເສົ້າໄດ້ ດຽວເພິ່ນກໍດີຂຶ້ນເອງ”
ຄວາມຮູ້ສຶກເສົ້າ ແລະ ການເປັນຊຶມເສົ້າ ເປັນສິ່ງທີ່ແຕກຕ່າງກັນ. ເວລາທີ່ເຮົາມີມື້ທີ່ບໍ່ດີເຮົາອາດສາມາດຜ່ານມັນໄປໄດ້ໃນມື້ຕໍ່ມາ, ແຕ່ຜູ້ເປັນຊຶມເສົ້ານັ້ນຍັງມີຄວາມທຸກໃນມື້ທີ່ມີຄວາມສຸກ ແລະ ຜູ້ເປັນຊຶມເສົ້າໜັກໆຫຼາຍຄົນມີຄວາມຄິດຢາກຈົບຊີວິດຕົວເອງ ຫຼື ຢາກທໍາຮ້າຍຕົວເອງພ້ອມເຊິ່ງມັນແຕກຕ່າງຈາກຄວາມໂສກເສົ້າທົ່ວໄປ.
ແທນທີ່ເຮົາຈະປ່ອຍໃຫ້ຜູ້ເປັນຊຶມເສົ້າຈັດການກັບຄວາມຮູ້ສຶກຕົວເອງ ເຮົາລອງຊ່ວຍເຂົາຊອກຫາຜູ້ຊ່ຽວຊານດ້ານສຸຂະພາບຈິດ ເພື່ອຫາທາງອອກທີ່ດີທີ່ສຸດໃຫ້ເຂົາເບິ່ງ ເພາະໂລກຊຶມເສົ້າສາມາດຮັກສາໄດ້ດ້ວຍຄວາມເຂົ້າໃຈ.
5. “ເວລາຂ້ອຍຊຶມເສົ້າຂ້ອຍຈະໄປອອກກໍາລັງກາຍ ມັນຊ່ວຍໃຫ້ດີຂຶ້ນແທ້ໃດ”
ການແບ່ງປັນວິທີຮັກສາອາການຊຶມເສົ້ານັ້ນອາດຈະຊ່ວຍໄດ້, ແຕ່ເຮົາຢ່າລືມວ່າຄົນເຮົານັ້ນລ້ວນແຕ່ແຕກຕ່າງກັນ ວິທີຮັກສາແບບເຮົາອາດບໍ່ສາມາດຊ່ວຍໃຫ້ເຂົາດີຂຶ້ນໄດ້.
ແທນທີ່ເຮົາຈະບອກໃຫ້ອີກຝ່າຍເຮັດຕາມວີທີຕ່າງໆທີ່ເຮົາຮູ້, ມ່ວນແນະນໍາໃຫ້ຜູ້ເປັນຊຶມເສົ້າຄົນນັ້ນໄປປຶກສາຜູ້ຊ່ຽວຊານດ້ານສຸຂະພາບຈິດຈະດີທີ່ສຸດ. ເພື່ອແກ້ບນຫາໃຫ້ກົງຈຸດ ແລະ ຫາວິທີທີ່ເໝາະສົມໃນການຮັກສາຜູ້ເປັນຊຶມເສົ້າທີ່ສຸດເທົ່າທີ່ຈະເຮັດໄດ້.
ຫາກໝູ່ເພື່ອນອ່ານມາຈົນຮອດວັກນີ້ແລ້ວ, ມ່ວນຫວັງວ່າທຸກຄົນຈະເຂົ້າໃຈຜູ້ເປັນຊຶມເສົ້າຫຼາຍຂຶ້ນ ແລະ ສາມາດຊ່ວຍຄົນໃກ້ໂຕທີ່ເປັນຊຶມເສົ້າໄດ້ບໍ່ໜ້ອຍກໍຫຼາຍ. ຢ່າລືມເດີວ່າ ‘ຄໍາເວົ້າ’ ມີບົດບາດສໍາຄັນໃນການໃຫ້ກໍາລັງໃຈຜູ້ທີ່ເປັນຊຶມເສົ້າ ແລະ ໃນທາງກົງກັນຂ້າມກໍສາມາດທໍາຮ້າຍເຂົາໄດ້ເຊັ່ນກັນ.
ໂດຍ: ທີມບັນນາທິການ Muan