ຖືກຕົກກັນເປັນແຖວ! ພາສ່ອງ ATEEZ ບອຍແບນ K-POP ທີ່ກຳລັງເປັນໄວຣັລຈາກທ່າເດັ້ງເອິກໃນເພງ BAD

ແບ່ງປັນ

ຖືກຕົກກັນເປັນແຖວ! ພາສ່ອງ ATEEZ ບອຍແບນ K-POP ທີ່ກຳລັງເປັນໄວຣັລຈາກທ່າເດັ້ງເອິກໃນເພງ BAD

ໂດຍ: Tonmai Phoutthasack Tonmai Phoutthasack
10 July 2026 0
AI Summarized

Key Takeaways:

  • ATEEZ member San's "hip-thrusting dance" in the song "BAD" has become a viral phenomenon, captivating both fans and the general public, leading to a rapid increase in views both domestically and globally. The song's comeback has a fierce, seductive tone, symbolizing intense infatuation with a formidable woman, conveyed through ATEEZ's unique, powerful, and solid Latin-style music.
  • ATEEZ's 14th mini-album, GOLDEN HOUR : Part.5, released on June 26th, achieved first-week sales of over 1.88 million copies in South Korea, marking their seventh 'Million Seller' achievement.
  • ATEEZ, a 4th generation boy group from KQ Entertainment, has achieved immense international success with their "pirate" concept, fierce performances, and powerful live stage presence. They debuted on October 24, 2018, with the mini-album TREASURE EP.1 : All To Zero.
  • Despite initial low sales in South Korea (around 5,000 albums in the first week) due to their smaller agency, ATEEZ quickly gained international fans with their unique and intense performances. They won their first music show award for the song "WAVE" on M Countdown just 8 months after their debut.
  • ATEEZ's popularity surged after participating in the show Kingdom: Legendary War (2021), showcasing their musical theatre-level performances. Songs like "BOUNCY" (2023) and "WORK" (2024) went viral, establishing ATEEZ as a 'Million Seller' group that now holds world tours.

ຫາກເວົ້າເຖິງກະແສທີ່ຮ້ອນແຮງທີ່ສຸດໃນວົງການ K-pop ຕອນນີ້ຊື່ຂອງ ຊເວຊານ (SAN) ຈາກວົງ ATEEZ ທີ່ໄດ້ໂຊທັກສະການເຕັ້ນ ແລະ ຄາຣິສມ່າສຸດເຊັກຊີ່ກັບ “ທ່າເດັ້ງເອິກ” ໃນເພງ BAD ຈົນກາຍເປັນໄວຣັລທີ່ຖືກໃຈທັງແຟນຄລັບ ແລະ ຄົນທົ່ວໄປຈົນສ້າງປາກົດການຍອດວິວພຸ່ງສູງຂຶ້ນຢ່າງວ່ອງໄວທັງໃນປະເທດເກົາຫຼີໃຕ້ ແລະ ລະດັບໂລກ, ເຊິ່ງການກັບມາຮອບນີ້ຂອງເພງ BAD ນີ້ມາໃນໂທນທີ່ດຸດັນ, ເຍົ້າຍວນ ແລະ ສື່ເຖິງຄວາມຫຼົງໄຫຼໃນຕົວຜູ້ຍິງທີ່ຮ້າຍກາດ. ເນື້ອຫາຂອງເພງເວົ້າເຖິງຄວາມຫຼົງໄຫຼຂັ້ນສຸດ ເຊິ່ງຖືກຖ່າຍທອດອອກມາຜ່ານດົນຕີລາຕິນອັນສະໄຕລ໌ອັນເປັນເອກະລັກຂອງ ATEEZ ທີ່ໜັກແໜ້ນ ແລະ ຊົງພະລັງ.

ຄວາມຮ້ອນແຮງບໍ່ໄດ້ຢຸດຢູ່ພຽງແຕ່ກະແສໄວຣັລ ເພາະທາງ KQ Entertainment ເຊິ່ງເປັນຕົ້ນສັງກັດຂອງວົງບອຍກຣຸບ ATEEZ ໄດ້ເປີດເຜີຍຄວາມສຳເລັດລ່າສຸດວ່າ ມິນິອັລບັ້ມຊຸດທີ 14 ຢ່າງ GOLDEN HOUR : Part.5 ທີ່ຫາກໍປ່ອຍອອກມາເມື່ອວັນທີ 26 ມິຖຸນາທີ່ຜ່ານມາ ສາມາດສ້າງຍອດຂາຍໃນອາທິດທຳອິດທະລຸ 1.88 ລ້ານຊຸດໃນເກົາຫຼີໃຕ້, ນີ້ຖືເປັນການສ້າງຍອດຂາຍລະດັບ Million Seller ຄັ້ງທີ 7 ຂອງວົງອີກດ້ວຍ!

ເພື່ອຮູ້ຈັກວ່າ ກ່ອນທີ່ຈະມາເດັ້ງເອິກໄດ້ປັງລະດັບໂລກປານນີ້ ພວກເຂົາຜ່ານຫຍັງມາແນ່, ມື້ນີ້ ມ່ວນເລີຍຈະພາທຸກຄົນມາຮູ້ຈັກກັບ ATEEZ ວົງຈາກຄ້າຍນ້ອຍສູ່ລາຊາໂຈນສະຫຼັດແຫ່ງວົງການ K-Pop ທີ່ຄົນທົ່ວໂລກຍອມຮັບ.

ATEEZ ຫຼື ເອທີຊ ເປັນວົງບອຍກຣຸບເຈນເນີເຣຊັນ 4 ຈາກຄ້າຍ KQ Entertainment ທີ່ປະສົບຄວາມສຳເລັດຢ່າງລົ້ນຫຼາມໃນລະດັບສາກົນ ດ້ວຍຄອນເຊັບ “ໂຈນສະຫຼັດ” , ລາຍເຕັ້ນທີ່ດຸດັນຄືກັບຈະພັງເວທີ ແລະ ທັກສະການສະແດງສົດ (Live Performance) ທີ່ຊົງພະລັງສຸດຂີດ.

ອ່ານຕື່ມ:  ນາງມານ = ຕົວແມ່! ເປັນຫຍັງ Prada ຈຶ່ງເປັນພາສາລັບຂອງຄວາມປັງທີ່ 'ຕົວແມ່' ເຂົາໃສ່ກັນ?

ກ່ອນທີ່ຈະໃຊ້ຊື່ ATEEZ ພວກເຂົາເປັນທີ່ຮູ້ຈັກໃນນາມ KQ Fellaz ທີມເດັກຝຶກຂອງຄ້າຍນ້ອຍໆ ຢ່າງ KQ Entertainment. ພວກເຂົາເລີ່ມດຶງດູດແຟນຄລັບຈາກການຖືກສົ່ງໄປເທຣນເຕັ້ນທີ່ ລອສ ແອນເຈລິສ, ສະຫະລັດອາເມລິກາ ແລະ ປ່ອຍຄລິບ Performance Video I (ເຕັ້ນເພງ Pick It Up) ເຊິ່ງກາຍເປັນໄວຣັລທັນທີຍ້ອນຄວາມພ້ອມພຽງ ແລະ ລາຍນ໌ເຕັ້ນທີ່ດຸດັນເກີນມາດຕະຖານເດັກຝຶກ. ຕໍ່ມາຄ້າຍໄດ້ເຮັດລາຍການເຣຍລິຕີ້ KQ Fellaz American Training ແລະ ປ່ອຍເພງພຣີເດບິວຕ໌ຊື່ From.

ແລະ ໃນວັນທີ 24 ຕຸລາ 2018 ATEEZ ກໍເດບິວຕ໌ຢ່າງເປັນທາງການ ພ້ອມມິນິອັລບັ້ມທຳອິດ TREASURE EP.1 : All To Zero ເພງໂປຣໂໝດມີເຖິງສອງເພງຄື Treasure ແລະ Pirate King ໂດຍທີ່ ຊື່ວົງ ATEEZ ມາຈາກຄຳວ່າ “A TEEnager Z” ເຊິ່ງສື່ຄວາມໝາຍເຖິງ ໄວລຸ້ນກຸ່ມໜຶ່ງ (Teenager) ທີ່ມີຄວາມມຸ່ງໝັ້ນ ແລະ ພ້ອມທີ່ຈະເຮັດທຸກຢ່າງ “ຕັ້ງແຕ່ A ເຖິງ Z” ຫຼື ເຮັດໄດ້ທຸກສິ່ງເພື່ອໄລ່ຕາມຄວາມຝັນຂອງພວກເຂົາ.

ປັດຈຸບັນ ATEEZ ຢູ່ພາຍໃຕ້ສັງກັດຄ້າຍ KQ Entertainment ໂດຍມີສະມາຊິກທັງໝົດ 8 ຄົນ ໄດ້ແກ່: ຮົງຈຸງ, ຊອງຮວາ, ຢຸນໂຮ, ຢໍຊັງ, ຊານ, ມິນກິ, ອູຍອງ ແລະ ຈົງໂຮ ພ້ອມກັບມີສະໂລແກນປະຈຳວົງທີ່ໜັກແໜ້ນວ່າ “8 makes 1 team”. ນອກຈາກນີ້, ກຸ່ມແຟນຄລັບຂອງພວກເຂົາມີຊື່ເອີ້ນວ່າ ATINY (ເອທິນີ່) ເຊິ່ງມາຈາກການນຳເອົາຊື່ວົງ ATEEZ ມາປະສົມກັບຄຳວ່າ Destiny ທີ່ແປວ່າພົມລິຂິດ ເພື່ອສື່ຄວາມໝາຍສຸດເລິກເຊິ່ງວ່າ ການທີ່ວົງ ແລະ ແຟນຄລັບໄດ້ມາພົບກັນນັ້ນ ຄືໂຊກຊະຕາທີ່ພາໃຫ້ເຮົາໄດ້ພົບກັນ.

ໃນຕອນນັ້ນຄ້າຍຍັງມີຂະໜາດນ້ອຍ ເຮັດໃຫ້ພວກເຂົາບໍ່ໄດ້ຮັບຄວາມສົນໃຈໃນເກົາຫຼີໃຕ້ຫຼາຍປານໃດ. ຍອດຂາຍອາທິດທຳອິດເຮັດໄດ້ພຽງ 5,000 ກວ່າອັລບັ້ມ ແຕ່ດ້ວຍການເຕັ້ນ ແລະ ການສະແດງເທິງເວທີທີ່ແປກໃໝ່ໃນຕະຫຼາດ K-pop ຕອນນັ້ນ ພວກເຂົາບໍ່ໄດ້ເປັນກະແສໃນຝັ່ງເກົາຫຼີ ແຕ່ກັບຕົກແຟນອິນເຕີ (International Fans) ໄດ້ຢ່າງວ່ອງໄວ ແລະ ໃນເດືອນມິຖຸນາ 2019 ໂດຍໃຊ້ເວລາພຽງ 8 ເດືອນຫຼັງເດບິວຕ໌ ພວກເຂົາຄວ້າຖ້ວຍລາຍການເພງທຳອິດໄດ້ສຳເລັດຈາກເພງ WAVE ໃນລາຍການ M Countdown.

ຊະນະຖ້ວຍລາຍການເພງທຳອິດຈາກເພງ WAVE ໃນລາຍການ M Countdown.

ຖານແຟນຄລັບໃນເກົາຫຼີເລີ່ມແໜ້ນຂຶ້ນຫຼັງເຂົ້າຮ່ວມລາຍການ Kingdom: Legendary War (2021) ທີ່ໂຊສັກກະຍະພາບການສະແດງລະດັບມິວສິຄັລ. ຫຼັງຈາກນັ້ນກຣາຟຄວາມນິຍົມກໍພຸ່ງທະຍານ ເພງຢ່າງ BOUNCY (2023) ແລະ WORK (2024) ກາຍເປັນໄວຣັລ. ປັດຈຸບັນ ATEEZ ຄືວົງລະດັບ Million Seller ແລະ ຈັດເວີລດ໌ທົວຣ໌ທົ່ວໂລກ.

ຖ້າຈະເວົ້າເຖິງຜົນງານ ແລະ ເສັ້ນທາງດົນຕີຂອງ ATEEZ ແມ່ນເລີ່ມຕັ້ງແຕ່ຍຸກ Treasure ທີ່ປ່ອຍເພງຮິດອອກມາລຽນຕິດ ທັງ Pirate King, Say My Name ແລະ HALA HALA ທີ່ເຮັດໃຫ້ຄົນເລີ່ມຈື່ພາບຈຳການເຕັ້ນທີ່ຊົງພະລັງຂອງພວກເຂົາ ໄປຈົນເຖິງເພງ WAVE ແລະ ເພງຊາດສຸດດຸດັນຂອງວົງຢ່າງ WONDERLAND. ຫຼັງຈາກນັ້ນ ພວກເຂົາກໍກ້າວເຂົ້າສູ່ຍຸກ FEVER ທີ່ນຳເອົາເພງຢ່າງ INCEPTION, THANXX ແລະ The Real ທີ່ແອບປະສົມປະສານດົນຕີພື້ນເມືອງເກົາຫຼີເຂົ້າໄປນຳໄດ້ຢ່າງລົງຕົວ. ກ່ອນຈະມາເຖິງຍຸກ THE WORLD ທີ່ປຸກກະແສຄວາມຮ້ອນແຮງດ້ວຍເພງ Guerrilla ທີ່ມາໃນສະໄຕລ໌ຣັອກປົນເມທັລເຮັດເອົາແຟນໆ ຮ້ອງເຊຍກັນສຸດສຽງ ຕາມມາດ້ວຍເພງໄວຣັລຢ່າງ BOUNCY, WORK ແລະ Ice On My Teeth ທີ່ຮິດກັນທົ່ວບ້ານທົ່ວເມືອງ.

ສາຍາ “ວົງປີສາດ” ຫຼື Demon Line ທີ່ບໍ່ໄດ້ຕັ້ງກັນຂຶ້ມມາເອງແຕ່ໄດ້ມາຈາກການສະແດງອອກທາງສີໜ້າເທິງເວທີທີ່ດິບ ເຖື່ອນ ອິນເນີຕາດຸ ແລະ ຄວາມຄາຣີສມາທີ່ເຮັດໃຫ້ຄົນເບິ່ງລະສາຍຕາບໍ່ໄດ້ເລີຍ. ທີ່ສຳຄັນ ຄືເລື່ອງການຮ້ອງສົດທີ່ມີພະລັງເຫຼືອລົ້ນ ບໍ່ວ່າພວກເຂົາຈະເຕັ້ນແຮງຈົນຫອບສໍ່າໃດ ກໍຍັງຮ້ອງສົດໄດ້ຢ່າງໝັ້ນຄົງ ໂດຍສະເພາະສຽງໄຮໂນ໊ດທີ່ທະລຸເພດານສຸດໆ, ນອກຈາກເລື່ອງການສະແດງເທິງເວທີແລ້ວ ບັນດາ MV ກໍຍັງເລື່ອງລາວທີ່ໜ້າຕິດຕາມ ໂດຍມັກຈະເລົ່າເຖິງຄອນເຊັບໂລກດິສໂທເປຍ ກຸ່ມໂຈນສະຫຼັດທີ່ຊື່ວ່າ HALATEEZ ແລະ ການຕໍ່ຕ້ານລັດຖະບານທີ່ຫ້າມຜູ້ຄົນມີຄວາມຮູ້ສຶກ ເຊິ່ງຈຸດນີ້ແຫຼະທີ່ເຮັດໃຫ້ແຟນໆ ມ່ວນກັບການຖອດລະຫັດ ແລະ ຕີຄວາມໝາຍໃນ MV ຂອງພວກເຂົາຢູ່ຕະຫຼອດ.

ດ້ວຍຄວາມສາມາດທີ່ໂດດເດັ່ນທັງໝົດທີ່ເວົ້າມາ ເຮັດໃຫ້ ATEEZ ສາມາດສ້າງຜົນງານລະດັບສາກົນໄດ້ຢ່າງຍິ່ງໃຫຍ່ ບໍ່ວ່າຈະເປັນການສ້າງປະຫວັດສາດເປັນບອຍກຣຸບ K-Pop ວົງທຳອິດທີ່ໄດ້ຂຶ້ນສະແດງໃນເທດສະການດົນຕີລະດັບໂລກຢ່າງ Coachella ປີ 2024 ພ້ອມກັບໂຊຮ້ອງສົດຮ່ວມກັບວົງດົນຕີເກືອບ 1 ຊົ່ວໂມງເຕັມໂດຍທີ່ພະລັງບໍ່ຕົກເລີຍ, ດ້ານຊາຣ໌ຕເພງກໍບໍ່ທຳມະດາ ເພາະອັລບັ້ມ THE WORLD EP.FIN : WILL ທີ່ປ່ອຍໃນປີ 2023 ສາມາດຄວ້າອັນດັບ 1 ເທິງຊາຣ໌ຕອັລບັ້ມທີ່ໃຫຍ່ທີ່ສຸດໃນອາເມລິກາຢ່າງ Billboard 200 ມາແລ້ວ ແถมຍັງສາມາດເຈາະຕະຫຼາດເພງອັງກິດທີ່ວ່າກັນວ່າຫີນທີ່ສຸດ ຈົນຕິດ Top 10 ຂອງ UK Albums Chart ໄດ້ສຳເລັດ. ທັງໝົດນີ້ສົ່ງຜົນໃຫ້ປັດຈຸບັນ ATEEZ ສາມາດຈັດຄອນເສີດດ່ຽວລະດັບສະເຕດຽມທີ່ຈຸຄົນໄດ້ຫຼາຍໝື່ນຄົນ ທັງໃນອາເມລິກາເໜືອ, ເອີຣົບ ແລະ ຍີ່ປຸ່ນ ຢ່າງເຊັ່ນສະໜາມ Citi Field ໃນນິວຢອກໄດ້ຢ່າງສະບາຍເລີຍ.

ຊື່ແທ້: Kim Hong-joong (김홍중)

ອ່ານຕື່ມ:  ທຳຄວາມຮູ້ຈັກ HORI7ON ວົງບອຍແບນຟີລິບປິນ ກັບສະເໜ່ການປະສົມປະສານດ້ານດົນຕີ P-POP ແລະ K-POP

ຕຳແຫນ່ງໃນວົງ: ກັບຕັນ (Captain), ແຣັບເປີຫຼັກ, ໂປຣດິວເຊີ

ວັນເກີດ: 7 ພະຈິກ 1998

ກຣຸບເລືອດ: B

MBTI: INFP

ນິໄສ: ບ້າວຽກ, ມັກແຕ່ງເພງຈົນເດິກ, ຂີ້ກັງວົນເລື່ອງສະມາຊິກຈົນໄດ້ຮັບໜ້າທີ່ເປັນ “ພໍ່” ຂອງວົງ ແລະ ຈິງຈັງຫຼາຍກັບກົດທີ່ຕ້ອງເອີ້ນລາວວ່າ “ກັບຕັນ”.

ຂໍເລີ່ມທີ່ກັບຕັນຂອງເຮົາ, ຄິມ ຮົງຈຸງ ເດັກໜຸ່ມຊາວອັນຢາງຜູ້ຫຼົງໄຫຼໃນສຽງດົນຕີ, ລາວຕັດສິນໃຈຂຽນຈົດໝາຍພ້ອມແນບມິກເທບ (Mixtape) ທີ່ແຕ່ງເອງສົ່ງໄປຍັງຄ້າຍ KQ Entertainment ເພື່ອຂໍໂອກາດເປັນເດັກຝຶກ. ໃນຍຸກທີ່ຄ້າຍຍັງບໍ່ມີແມ່ນແຕ່ລະບົບເດັກຝຶກ (Trainee), ຮົງຈຸງຕ້ອງຝຶກຊ້ອມພຽງລຳພັງຍາວນານເຖິງ 6 ເດືອນ ກວ່າຈະມີໝູ່ຄົນທຳອິດຕາມມາ.

ປັດຈຸບັນລາວຄື “ກັບຕັນ” ຂອງວົງ (ໃຜເຜີເອີ້ນວ່າ Leader ຕ້ອງໂດນປັບໃໝ 50,000 ວອນ!) ແລະ ປຽບສະເໝືອນພໍ່ທີ່ຄອຍເບິ່ງແຍງນ້ອງໆ. ຮົງຈຸງເປັນໂປຣດິວເຊີຫຼັກທີ່ຈົບການສຶກສາດ້ານ Entertainment & Media ຈາກ Global Cyber University ແລະ ມີເຄຣດິດເພງກັບ KOMCA ຫຼາຍກວ່າ 171 ເພງ. ນອກເໜືອຈາກດົນຕີ, ລາວຍັງເປັນສິນລະປິນທີ່ມັກດັດແປງເສື້ອຜ້າ DIY, ຫຼົງໄຫຼກ້ອງຟິล์ม, ຟັງເພງຂອງ David Bowie ແລະ Harry Styles. ລາວມີຮອຍສັກຄຳວ່າ ‘faith’ ແລະ ‘NO 1 LIKE ME’ ລວມເຖິງມັກທາເລັບກ້ອຍສີໜຶ່ງເພື່ອສະໜັບສະໜູນແຄມເປນຕໍ່ຕ້ານຄວາມຮຸນແຮງໃນເດັກ (Polished Man).

ເບື້ອງຫຼັງຄວາມສາມາດທີ່ຮອບດ້ານ ຄືຄວາມກົດດັນທີ່ລາວແບກຮັບໄວ້ຕັ້ງແຕ່ອາຍຸ 19 ປີ. ໃນຍາມທີ່ວົງພົບວິກິດ ເຊັ່ນ: ຕອນທີ່ສະມາຊິກບາດເຈັບ ຫຼື ຕ້ອງພັກວຽກ, ຮົງຈຸງຄືຄົນທີ່ກ້າວຂຶ້ນມາຈັບໄມເປັນກະບອກສຽງທີ່ເຂັ້ມແຂງເພື່ອຂອບໃຈ ແລະ ປອບໃຈແຟນໆສະເໝີມາ.

ຊື່ແທ້: Park Seong-hwa (박성화)

ຕຳແຫນ່ງໃນວົງ: ວິຊວລ (Visual), ນັກຮ້ອງ, ອ້າຍກົກຂອງວົງ

ວັນເກີດ: 3 ເມສາ 1998

ກຣຸບເລືອດ: O

MBTI: ENFJ (ບາງຄັ້ງ ESFJ)

ນິໄສ: ຮັກຄວາມສະອາດ, ເຈົ້າລະບຽບ, ມັກເບິ່ງແຍງຄົນອື່ນຄືກັບເປັນ “ແມ່” ຂອງວົງ ແຕ່ມັກຈະມີມຸມຕະຫຼົດເວລາຢູ່ຫໍພັກ.

ມາຕໍ່ກັນທີ່ ປາຣ໌ຄ ຊອງຮວາ ອ້າຍກົກຂອງວົງຈາກເມືອງຈິນຈູ ກ້າວເຂົ້າມາເປັນເດັກຝຶກຄົນທີ 5 ຂອງຄ້າຍ ໂດຍພົກພາປະສົບການລະດັບຫົວໜ້າຊົມລົມເຕັ້ນສະໄໝມັດທະຍົມມາດ້ວຍ. ເທິງເວທີລາວຄືວິຊວລ (Visual) ທີ່ສະຫງ່າງາມໄຮ້ທີ່ຕິ, ແຕ່ເມື່ອແສງໄຟມອດລົງ ລາວກັບມີມຸມຕະຫຼົກ ແລະ ໜ້າຮັກ ຈົນແຟນໆປຽບທຽບຮອຍຍິ້ມຂອງລາວກັບຕົວລະຄອນ Toothless ຈາກ How to Train Your Dragon.

ຊອງຮວາໄດ້ຮັບສາຍາວ່າເປັນ “ແມ່” ຂອງຫໍພັກ ເພາະລາວເປັນຄົນທີ່ຮັກຄວາມສະອາດ, ເຈົ້າລະບຽບ ແລະ ຄອຍເບິ່ງແຍງທຸກຄົນຢ່າງໃກ້ຊິດ. ທຸກເຊົ້າລາວຈະເລີ່ມຕົ້ນມື້ດ້ວຍນ້ຳລ້າ 1 ຈອກ. ວັນວ່າງຂອງລາວໝົດໄປກັບການຫຼິ້ນເກມ, ຕໍ່ໂມເດວແອກຊັນຟິກເກີ, ເບິ່ງຊີຣີ ແລະ ຟັງ ASMR. ລາວມັກແຟຊັ່ນໂທນສີເອີຣ໌ທໂທນ (Earth tone) ແລະ ເກີບໂລຟເຟີ (Loafer).

ຊອງຮວາເປັນຄົນທີ່ໃສ່ໃຈຄວາມຮູ້ສຶກຂອງແຟນໆຫຼາຍ ມັກຈະຄອຍອ່ານຄອມເມນ ແລະ ປັບສະຕາຍລ໌ຢູ່ສະເໝີ. ຄວາມຜູກພັນຂອງລາວກັບວົງຢັ່ງຮາກເລິກມາຕັ້ງແຕ່ກ່ອນເດບິວ ໂດຍສະເພາະການລວມກຸ່ມໂຊສະຕຣີທເພີຟໍແມນຊ໌ຮ່ວມກັບຮົງຈຸງ ແລະ ຢຸນໂຮ ໃນນາມ “Matz Line”.

ຊື່ແທ້: Jeong Yun-ho (정윤호)

ຕຳແຫນ່ງໃນວົງ: ແດນເຊີຫຼັກ, ນັກຮ້ອງ

ວັນເກີດ: 23 ມີນາ 1999

ກຣຸບເລືອດ: A

MBTI: ENFJ

ນິໄສ: ສົດໃສ, ອາລົມດີ, ເປັນ “ພະລັງບວກ” ຂອງວົງ ແລະ ເປັນເສົາຫຼັກທີ່ຄອຍໃຫ້ກຳລັງໃຈສະມາຊິກທຸກຄົນສະເໝີ.

ຄົນຖັດມາຄືພະລັງງານບວກຂອງວົງ, ຊອງ ຢຸນໂຮ ຈາກກວາງຈູ ຈົບການສຶກສາຈາກໂຮງຮຽນສິລະປະຊື່ດັງ SOPA ແລະ ເປັນເດັກຝຶກຄົນທີ 2 ຂອງຄ້າຍ. ເລື່ອງລາວການເຂົ້າວົງການຂອງລາວມີຄວາມບັງເອີນທີ່ໜ້າເຫຼືອເຊື່ອ, ຢຸນໂຮ ແລະ ມິນກິ ເຄີຍຮຽນເຕັ້ນທີ່ດຽວກັນມາກ່ອນ. ມື້ໜຶ່ງທັງຄູ່ຕ່າງແຍກຍ້າຍກັນໄປອໍດິຊັນທີ່ KQ ໂດຍບໍ່ໄດ້ນັດໝາຍ ຈົນກະທັ່ງມາພົບກັນອີກຄັ້ງໃນຖານະເດັກຝຶກຄ້າຍດຽວກັນ.

ຢຸນໂຮຄື “Energizer” ຫຼື ພະລັງງານບວກຂອງວົງ. ດ້ວຍບຸກຄະລິກທີ່ພະລັງບວກເຫຼືອລົ້ນຄືບໍ່ມີວັນໝົດ ລາວຈຶ່ງເປັນເສົາຫຼັກທີ່ຄອຍເຊຍ ແລະ ພະຍຸງໝູ່ໆໃນມື້ທີ່ອິດເມື່ອຍ ໂດຍສະເພາະໃນຊ່ວງເວລາທີ່ມິນກິຕ້ອງຜະເຊີນກັບຄວາມຍາກລຳບາກ. ລາວເປັນຜູ້ຊາຍລຽບງ່າຍທີ່ຮັກການຫຼິ້ນເກມ, ເບິ່ງໜັງ Spider-Man: No Way Home ແລະ ມັກຫຼິ້ນກັບໝູ່ໃນວົງ. ນອກຈາກນີ້ ລາວຍັງມີຄວາມສາມາດໃນການຈື່ທ່າເຕັ້ນໄດ້ໄວທີ່ສຸດໃນວົງອີກດ້ວຍ.

ຊື່ແທ້: Kang Yeo-sang (강여상)

ຕຳແຫນ່ງໃນວົງ: ນັກຮ້ອງ, ແດນເຊີ, ວິຊວລ

ວັນເກີດ: 15 ມິຖຸນາ 1999

ກຣຸບເລືອດ: A

MBTI: ISFJ

ນິໄສ: ນິ້ງ, ເປັນຕາໜ້າຮັກຈົນໄດ້ສາຍາວ່າ “ຮູບປັ້ນທີ່ມີຊີວິດ” ແຕ່ເປັນຄົນທີ່ມັກເວົ້າຄວາມຈິງແບບກົງໄປກົງມາເວລາຢອກໝູ່.

ສ່ວນຄົນນີ້ຄືວິຊວລໜ້າຟ້າປະທານ, ຄັງ ຢໍຊັງ ຊາຍໜຸ່ມຈາກໂພຮັງ ຜູ້ມີໃບໜ້າງົດງາມລາວກັບຮູບປັ້ນຈົນໄດ້ສາຍາວ່າ “ຮູບປັ້ນທີ່ມີຊີວິດ”. ອະດີດລາວເຄີຍເປັນເດັກຝຶກຂອງ Big Hit Entertainment ແລະ ທີ່ນັ້ນເອງທີ່ໂຊກຊະຕາພາລາວມາພົບກັບອູຍອງ. ເຖິງພາຍນອກຢໍຊັງຈະເບິ່ງເປັນຄົນນິ້ງສະຫງົບ, ແຕ່ຈິງໆແລ້ວລາວເປັນສາຍທີ່ມັກຈະເວົ້າຄວາມຈິງໜ້າຕາຍຢູ່ເລື້ອຍໆ.

ຢໍຊັງເປັນຄົນມັກຂອງຫວານ ແລະ ໄກ່ຈືນ. ງານອະດິເຣກຂອງລາວຄືການຫຼິ້ນສະເກັດບອດຄາຍຄຽດ, ອ່ານເວັບຕູນ ແລະ ສະສົມໂດຣນ (ມີເຖິງ 5 ໂຕ) ແถมຍັງມີຄວາມສາມາດແປກໆຢ່າງການຮຽນແບບສຽງບີເວີ (Beaver) ໄດ້. ຈຸດປ່ຽນສຳຄັນໃນຊີວິດຄືຕອນທີ່ລາວຕັດສິນໃຈຍ້າຍມາຍັງ KQ Entertainment ເຊິ່ງການຕັດສິນໃຈຄັ້ງນັ້ນນຳມາສູ່ຕຳນານມິດຕະພາບ “Woosang” ຍາວນານກວ່າ 9 ປີ ເມື່ອໝູ່ສະໜິດຢ່າງອູຍອງຍອມຖິ້ມຄ້າຍໃນຝັນເພື່ອຕາມລາວມາຮ່ວມເສັ້ນທາງດຽວກັນ.

ຊື່ແທ້: Choi San (최산)

ຕຳແຫນ່ງໃນວົງ: ນັກຮ້ອງນຳ, ແດນເຊີຫຼັກ

ອ່ານຕື່ມ:  ຫຼົບໄປແມ່ຈະເດີນ! ພາລູກໄປອໍດິຊັນນາງແບບ ແຕ່ກຳມະການດຶງແມ່ເຊັນສັນຍາແທນ

ວັນເກີດ: 10 ກໍລະກົດ 1999

ກຣຸບເລືອດ: B

MBTI: INFP

ນິໄສ: ອ່ອນໂຍນ, ມັກໃຫ້ຄົນຍ້ອງ ແລະ ລູບຫົວເວລາເຮັດຫຍັງສຳເລັດ, ມັກເວົ້າຄົນດຽວເວລາຢູ່ລຳພັງ ແລະ ຮັກໝູ່ຫຼາຍ.

ຖ້າເວົ້າເຖິງ ATEEZ ຈະຂາດລາວຄົນນີ້ບໍ່ໄດ້, ຊເວ ຊານ ເຕີບໂຕມາຈາກຄອບຄົວເຈົ້າຂອງໂຮງຍິມເທຄວັນໂດໃນເມືອງນຳແຮ. ລາວເປັນເດັກໜຸ່ມສາຍດຳເທຄວັນໂດທີ່ສ້າງຄວາມພາກພູມໃຈໃນຖານະໄອດໍຄົນທຳອິດຂອງບ້ານເກີດຈົນໄດ້ເປັນທູດປະຊາສຳພັນເມືອງ. ຊານຈົບການສຶກສາຈາກ Korean Arts High School ແລະ ເປັນໝູ່ສະໜິດກັບ Yeonjun (TXT) ມາຕັ້ງແຕ່ສະໄໝມັດທະຍົມ.

ບຸກຄະລິກຂອງຊານເຕັມໄປດ້ວຍຄວາມອ່ອນໂຍນ. ລາວຮັກການສະສົມຕຸກກະຕາ ໂດຍສະເພາະ “ຊິເບີ” ຕຸກກະຕາໝາຊິບະໂຕໂປດທີ່ລາວພົກຕິດໂຕໄປທຸກມຸມໂລກ. ຍາມວ່າງລາວມັກນອນ, ປັ່ນລົດຖີບ, ທານຊີ້ນສັດ ແລະ ຊັອກໂກແລັດ. ແຕ່ສິ່ງທີ່ງົດງາມບໍ່ແພ້ພອນສະຫວັນເທິງເວທີຂອງລາວຄື ມິດຕະພາບ “Woosan” ທີ່ລາວມີຕໍ່ອູຍອງ. ທັງຄູ່ສະໜິດກັນຮອດຂັ້ນສັກຮອຍສັກຄູ່ຄຳວ່າ “Amicus Ad Aras” (ໝູ່ກັນຈົນວາລະສຸດທ້າຍ) ໄວ້ທີ່ກົກຂາ ແລະ ຖືກຮັບເປັນລູກຂອງຄອບຄົວອີກຝ່າຍໄປແລ້ວຮຽບຮ້ອຍ.

ຊື່ແທ້: Song Min-gi (송민기)

ຕຳແຫນ່ງໃນວົງ: ແຣັບເປີຫຼັກ, ແດນເຊີຫຼັກ

ວັນເກີດ: 9 ສິງຫາ 1999

ກຣຸບເລືອດ: B

MBTI: ENTP

ນິໄສ: ມັກການນອນ, ເບິ່ງພາຍນອກຄືຄົນເຂັ້ມແຂງ ແຕ່ຄວາມຈິງແລ້ວເປັນຄົນຂີ້ຢ້ານ (ໂດຍສະເພາະແມງໄມ້).

ມາຮອດແຣັບເປີສຽງຕໍ່າສຸດເທ້, ຊົງ ມິນກິ ຈາກອິນຊອນ ອະດີດເດັກຝຶກຄ້າຍ Maroo Entertainment ທີ່ເຄີຍຜ່ານເວທີເຊີໄວເວີ MIXNINE. ມິນກິເປັນຜູ້ຊາຍໂຕສູງທີ່ຊັງຜັກແຕ່ມັກກິນໄກ່, ຢ້ານແມງໄມ້ຂຶ້ນສະໝອງ, ຮັກການນອນພັກຜ່ອນຢູ່ບ້ານ, ແຊ່ນ້ຳພຸຮ້ອນ ແລະ ເບິ່ງອະນິເມະ. ປັດຈຸບັນລາວມີເຄຣດິດແຕ່ງເພງຮ່ວມກັບວົງເກືອບຮ້ອຍເພງ.

ແຕ່ເສັ້ນທາງຂອງມິນກິບໍ່ໄດ້ໂຣຍດ້ວຍກີບກຸຫຼາບ. ໃນເດືອນພະຈິກ 2020 ລາວຕ້ອງຜະເຊີນກັບບົດທົດສອບໜັກໜ່ວງເມື່ອຖືກກວດພົບວ່າມີ ພາວະວິຕົກກັງວົນຮຸນແຮງ (Severe anxiety). ລາວຕ້ອງຢຸດພັກກິດຈະກຳທັງໝົດນານເຖິງ 8 ເດືອນເຕັມ ປ່ອຍໃຫ້ວົງຕ້ອງໂປຣໂມດດ້ວຍສະມາຊິກ 7 ຄົນ. ແຕ່ດ້ວຍຄວາມເຂັ້ມແຂງ ແລະ ການບຳບັດຮັກສາ ໃນທີ່ສຸດເດືອນກໍລະກົດ 2021 ລາວກໍເອົາຊະນະຄວາມມືດມົນນັ້ນ ແລະ ກັບມາລວມທີມໄດ້ຢ່າງສົມບູນ.

ຊື່ແທ້: Jung Woo-young (정우영)

ຕຳແຫນ່ງໃນວົງ: ແດນເຊີຫຼັກ, ນັກຮ້ອງ

ວັນເກີດ: 26 ພະຈິກ 1999

ກຣຸບເລືອດ: A

MBTI: ENFJ (ບາງຄັ້ງ ESFJ)

ນິໄສ: ສຽງດັງ, ເຮຮາປາຕີ້, ເປີດເຜີຍ, ມັກກວນໝູ່ (ໂດຍສະເພາະ Seonghwa) ແລະ ເປັນຄົນທີ່ໃຫ້ຄວາມສຳຄັນກັບມິດຕະພາບມາເປັນອັນດັບໜຶ່ງ.

ສ່ວນຄົນນີ້ຄືຮອຍຍິ້ມ ແລະ ບັນຍາກາດຂອງວົງ, ຈອງ ອູຍອງ ໜຸ່ມອິລຊານສຽງດັງກັງວານ ລາວຄືສະມາຊິກລຳດັບສຸດທ້າຍທີ່ກ້າວເຂົ້າມາເຕີມເຕັມ ATEEZ. ອູຍອງເປັນຄົນລ່າເລີງ, ເຮຮາ ແລະ ມັກຢອກຊອງຮວາເປັນກິດຈະວັດ. ລາວມີຄວາມສາມາດແປກໆ ຄືແລບລີ້ນແຕະດັງຕົວເອງໄດ້. ຍາມວ່າງມັກສະສົມເສື້ອຜ້າ, ຫຼິ້ນເກມ ແລະ ມັກສີດຳ. ເທິງຮ່າງກາຍລາວມີຮອຍສັກ 3 ຈຸດ ລວມເຖິງປະໂຫຍກ “I’m never alone and I will never be” ທີ່ແຜ່ນຫຼັງ.

ສິ່ງທີ່ນິຍາມຕົວຕົນຂອງອູຍອງໄດ້ດີທີ່ສຸດຄື “ຄວາມຈົງຮັກພັກດີຕໍ່ໝູ່”. ການທີ່ລາວຍອມຖິ້ມ Big Hit ຄ້າຍຕົ້ນສັງກັດຂອງໄອດໍທີ່ລາວຮັກ (BTS) ເພື່ອຕາມຢໍຊັງມາທີ່ KQ ດ້ວຍຄຳສັນຍາວວ່າ “ຖ້າຈະສຳເລັດກໍສຳເລັດດ້ວຍກັນ ຖ້າຈະລົ້ມກໍລົ້ມດ້ວຍກັນ” ຄືເຄື່ອງພິສູດຫົວໃຈທີ່ຍິ່ງໃຫຍ່ຂອງລາວ. ແລະ ເມື່ອຜະສານເຂົ້າກັບຄວາມຜູກພັນລະດັບໂຊລເມທທີ່ລາວມີຕໍ່ຊານ (Woosan) ອູຍອງຈຶ່ງເປັນເໝືອນກາວໃຈທີ່ຄອຍສ້າງຮອຍຍິ້ມ ແລະ ຍຶດໂຍງຄວາມສຳພັນຂອງຄົນໃນວົງເອົາໄວ້.

ຊື່ແທ້: Choi Jong-ho (최종호)

ຕຳແຫນ່ງໃນວົງ: ຮ້ອງຫຼັກ (Main Vocal), ນ້ອງຫຼ້າ (Maknae)

ວັນເກີດ: 12 ຕຸລາ 2000

ກຣຸບເລືອດ: O

MBTI: ISFP

ນິໄສ: ເປັນຜູ້ໃຫຍ່ເກີນອາຍຸ, ມີຄວາມຕັ້ງໃຈສູງ, ເຂັ້ມແຂງທັງຮ່າງກາຍ ແລະ ຈິດໃຈ, ເດັດດ່ຽວ ແລະ ມັກກິລາ.

ປິດທ້າຍທີ່ມັກເນ່ນ້ອງນ້ອຍ ແຕ່ຄົນສ່ວນໃຫຍ່ມັກເຂົ້າໃຈຜິດວ່າຄືອ້າຍໃຫຍ່, ຊເວ ຈົງໂຮ ນ້ອງຫຼ້າສຸດຂອງວົງຈາກໂຊລຜູ້ເຕີບໂຕມາໃນຄອບຄົວນັກກິລາ. ຈົງໂຮເປັນອະດີດເດັກຝຶກ TOP Media ທີ່ມີຄູຝຶກສຽງ (Voice coach) ຄົນດຽວກັບ ແບກຮຢອນ (Baekhyun EXO). ລາວປຽບສະເໝືອນອາວຸດລັບຂອງວົງດ້ວຍພະລັງສຽງຮ້ອງທີ່ແຂງແກ່ນ ແລະ ນິ້ງທີ່ສຸດ, ແຂງແຮງຮອດຂັ້ນສາມາດຮ້ອງເພງໄປນຳ ແລະ ໃຊ້ມືລ້າໆຫັກແອັບເປີ້ນເປັນສອງຊີກໄດ້ຢ່າງສະບາຍ ຈົນມີຜົນງານຮ້ອງເພງ OST ດ່ຽວເຖິງ 3 ເພງ, ຍາມວ່າງລາວມັກຫຼິ້ນເກມແຂ່ງລົດ, ຟັງເພງບັລລາດ ແລະ ເປັນແຟນຄລັບຕົວຢົງຂອງວົງ Monsta X.

ເຖິງຈະເປັນນ້ອງຫຼ້າ, ແຕ່ລາວກັບມີຫົວໃຈທີ່ເດັດດ່ຽວ. ຄັ້ງໜຶ່ງໃນງານ KCON LA 2023 ລາວຕ້ອງຜະເຊີນກັບອາການໝອນຮອງກະດູກເຂົ່າຈີກຂາດກະທັນຫັນຈົນຕ້ອງຖອນຕົວ ແລະ ບິນກັບເກົາຫຼີເພື່ອຜ່າຕັດ. ລະຫວ່າງທີ່ລາວບໍ່ຢູ່ ພາບທີ່ກັບຕັນຢ່າງຮົງຈຸງກ້າວຂຶ້ນມາເວົ້າຂອບໃຈແຟນໆທີ່ເປັນຫ່ວງນ້ອງຫຼ້າແທນລາວນັ້ນ ສະທ້ອນໃຫ້ເຫັນຢ່າງຊັດເຈນວ່າ ATEEZ ບໍ່ແມ່ນແຕ່ວົງດົນຕີ ແຕ່ພວກເຂົາຄື “ຄອບຄົວ” ຢ່າງແທ້ຈິງ.

ຈາກຈຸດເລີ່ມຕົ້ນທີ່ເປັນພຽງເດັກຝຶກໃນຄ້າຍນ້ອຍໆ ຜ່ານຄວາມຍາກລຳບາກ ແລະ ການພິສູດຕົວເອງຢ່າງໜັກໜ່ວງ ມື້ນີ້ ATEEZ ໄດ້ພຸ່ງທະຍານຂຶ້ນສູ່ການເປັນວົງບອຍກຣຸບລະດັບໂລກທີ່ພາເພງ K-Pop ໄປສັ່ນສະເທືອນເວທີ ແລະ ເທດສະການດົນຕີລະດັບໂລກມາແລ້ວນັບບໍ່ຖ້ວນ. ສິ່ງທີ່ເຮັດໃຫ້ພວກເຂົາເດີນທາງມາໄກຂະໜາດນີ້ ບໍ່ແມ່ນແຄ່ທັກສະການເພີຟໍແມນຊ໌ທີ່ດຸດັນຂັ້ນສຸດ ຫຼື ໂວຄອລທີ່ແຂງແຮງທະລຸເພດານ ແຕ່ຄື “ມິດຕະພາບ ຄວາມພະຍາຍາມ ແລະ ຄວາມຫຼົງໄຫຼ” ທີ່ສະມາຊິກທັງ 8 ຄົນທຸ່ມເທໃຫ້ກັບທຸກຜົນງານ.

ຫາກເຈົ້າເປັນຄົນໜຶ່ງທີ່ຖືກໄວຣັລຄາຣິສມ່າສຸດຮັອດຂອງໜຸ່ມຊານຕົກເຂົ້າໃຫ້ ຫຼື ຊື່ນຊອບສິນລະປິນທີ່ໃສ່ສຸດພະລັງໃນທຸກສະເຕຈລາວກັບເປັນໂຊຄັ້ງສຸດທ້າຍ ລອງເປີດໃຈມາທຳຄວາມຮູ້ຈັກຜົນງານ ແລະ ສະເໜ່ລົ້ນເຫຼືອຂອງພວກເຂົາກັນເບິ່ງເດີ້ ຮັບຮອງວ່າຖ້າໄດ້ລອງກ້າວຂຶ້ນເຮືອໂຈນສະຫຼັດລຳນີ້ແລ້ວ ເຈົ້າຈະຕ້ອງຕົກຫຼຸມຮັກຈົນຢາກເປັນ ATINY (ເອທິນີ) ແລະ ຄອຍສະໜັບສະໜູນຜົນງານຂອງພວກເຂົາຕໍ່ໄປຢ່າງແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.