ໂຊຊຽວເດືອດ ກັບ ຊີ ທະວິນັນ ອວດຄວາມຮັອດໃນແຄມເປນໃໝ່ Calvin Klein Fall 2026
Key Takeaways:
- Calvin Klein's new campaign features the handsome actor "Zee-Thawin" Anukoonprasert.
- The campaign, titled 'Confidence Starts Underneath,' emphasizes inner confidence.
- Zee embodies confidence, charm, and sexiness naturally in the campaign.
- The Fall 2026 collection introduces updated signature underwear with improved fabric and details for maximum comfort and style.
- The campaign suggests styling underwear as outerwear by mixing and matching with oversized shirts or denim for a cool, confident, and sexy look.
ເດືອດຈົນໂຊຊຽວແຕກທັນທີກັບແຄມເປນໃໝ່ຂອງ Calvin Klein ຈັບມືກັບນັກສະແດງວາຍສຸດຫຼໍ່ທີ່ເຮັດໃຫ້ຫົວໃຈຂອງແມ່ໆ ແລະ ສາວວາຍຕ້ອງລະລາຍໜັກກວ່າເກົ່າ
ໜຸ່ມຫຼໍ່ໜ້າໃສຂວັນໃຈວົງການສະແດງຢ່າງ ‘ຊີ-ທະວິນັນ ອະນຸກູນປະເສີດ’ ນັກສະແດງສຸດຮັອດຈາກ GMMTV ໄດ້ຂຶ້ນແທ່ນຮ່ວມງານລະດັບເອເຊຍຄັ້ງທຳອິດໃນແຄມເປນປະຈຳລະດູໃບໄມ້ຫຼົ່ນ Calvin Klein Fall 2026 ເຊິ່ງຕ້ອງບອກເລີຍວ່າງານນີ້ດາເມຈຮຸນແຮງເກີນຕ້ານທານ.
ແຄມເປນນີ້ Calvin Klein ມາພ້ອມກັບຄອນເຊັບສຸດປັງຢ່າງ ‘Confidence Starts Underneath’ ທີ່ຢາກຈະເລົ່າເລື່ອງ ຄວາມໝັ້ນໃຈທີ່ແທ້ຈິງນັ້ນເລີ່ມຕົ້ນຈາກສິ່ງທີ່ເຮົາສວມໃສ່ໄວ້ທາງໃນ ແລະ ແນ່ນອນວ່າ ຊີກໍສາມາດຖ່າຍທອດອິນເນີຂອງຄວາມໝັ້ນໃຈ, ສະເໜ່ອັນເຫຼືອລົ້ນ ແລະ ຄວາມເຊັກຊີ່ອອກມາໄດ້ແບບເປັນທຳມະຊາດສຸດໆ.

ເຊັດພາບສຸດລະມຸນທີ່ເຮັດເອົາແຟນໆ ໃຈລະລາຍນີ້ ໄດ້ຊ່າງພາບສີມືດີຢ່າງ Ren Haihua ມາກົດຊັດເຕີໃຫ້ ໂດຍເລືອກໃຊ້ສາກຫຼັງສະຕາຍມິນິມອລ (Minimal) ທີ່ເບິ່ງລຽບງ່າຍ ເພື່ອເນັ້ນອໍຣ່າຄວາມຮັອດ ແລະ ຮູບຮ່າງຂອງຊີໃຫ້ໂດດເດັ່ນກະແທກຕາກັນເຕັມໆແບບບໍ່ມີຫຍັງມາກັ້ນ.
ໃນຊີຊັນ Fall 2026 ທາງ Calvin Klein ໄດ້ເອົາຊຸດຊັ້ນໃນຊິກເນເຈີລະດັບຕຳນານມາຕີຄວາມໃໝ່ ພັດທະນາທັງເນື້ອຜ້າ ແລະ ດີເທວໃຫ້ໃສ່ສະບາຍຂັ້ນສຸດ ແຕ່ຍັງຄົງຄວາມເທ້ໄວ້ແບບຮ້ອຍເປີເຊັນ ໄຮໄລ້ເດັດໆ ທີ່ປາກົດໃນແຄມເປນນີ້ ໄດ້ແກ່:
– Brushed Micro Metallic Underwear: ໂດດເດັ່ນດ້ວຍສຳຜັດທີ່ຮຽບມື່ນ ໃສ່ແລ້ວແນບຮັບໄປກັບສາລີລະແບບເປະ ແຖມຍັງເພີ່ມຄວາມຫຼູຫຼາດ້ວຍຂອບແອວໂລໂກ້ແບບເມທັລລິກ (Metallic).
– CK Black Print Underwear: ໃຜມັກຄວາມມີກິມມິກຕ້ອງລຸ້ນນີ້ ເພາະມາພ້ອມລວດລາຍພິມເທ້ໆ ທົ່ວທັງຕົວ ເຕີມພະລັງ ແລະ ມຸມມອງໃໝ່ໆ ໃຫ້ກັບລາຍຊຸດຊັ້ນໃນພຣີມຽມຂອງແບຣນໃຫ້ເບິ່ງມີຫຍັງຫຼາຍຂຶ້ນໄປອີກ.

ຄວາມປັງຍັງບໍ່ຈົບພຽງເທົ່ານັ້ນ ເພາະ Calvin Klein ຍັງແອບແຈກໄອເດຍການສະໄຕລິ້ງ (Styling) ລຸກສຸດຄູລ ໃຫ້ເຮົາເອົາໄອເທັມຊຸດຊັ້ນໃນໄປມິກແອນແມັດ (Mix and Match) ເຂົ້າກັບລຸກປະຈຳວັນໄດ້ຢ່າງມ່ວນຊື່ນ ບໍ່ວ່າຈະເປັນການຍິບມາໃສ່ຄູ່ກັບເສື້ອໂອເວີເຊີດເທ້ໆ ຫຼື ຈະຈັບຄູ່ກັບໄອເທັມເດນິມສຸດຮິດຢ່າງໂສ້ງຢີນຊົງ Baggy ແລະ Flare Jeans ລຸ້ນໃໝ່.
ທຣິກສຳຄັນຄືການຕັ້ງໃຈໂຊຂອບແອວຊິກເນເຈີຂອງ CK ໃຫ້ໂຜ່ພົ້ນຂອບໂສ້ງຂຶ້ນມາເບົາໆ ບອກເລີຍວ່າເປັນສະຕາຍທີ່ຜະສານທັງຄວາມສະບາຍ, ຄວາມໝັ້ນໃຈ ແລະ ຄວາມເຊັກຊີ່ຂີ້ຫຼິ້ນເຂົ້າໄວ້ນຳກັນຢ່າງລົງຕົວສຸດໆ!
ເອົາເປັນວ່າໃຜທີ່ຖືກໜຸ່ມຊີຕົກຈາກແຄມເປນນີ້ ກໍຢ່າລືມໄປຕາມເກັບ ແລະ ຊັບພອດ ຄໍເລັກຊັນໃໝ່ຈາກ Calvin Klein ກັນໄດ້ເລີຍເດີ້ ຮັບຮອງວ່າໃສ່ແລ້ວໄດ້ອັບເລເວລຄວາມໝັ້ນໃຈຈາກອິນເນີສູ່ພາຍນອກແບບຊີແນ່ນອນ
Credit: Calvin Klein


