ໃຫ້ລະດູໜາວທີ່ຈະມາ ເປັ່ງປະກາຍກວ່າໝູ່ດ້ວຍ Swarovski ຄໍເລັກຊັນໃໝ່ລ່າສຸດ

ແບ່ງປັນ

ໃຫ້ລະດູໜາວທີ່ຈະມາ ເປັ່ງປະກາຍກວ່າໝູ່ດ້ວຍ Swarovski ຄໍເລັກຊັນໃໝ່ລ່າສຸດ

ໂດຍ: Tonmai Phoutthasack Tonmai Phoutthasack
13 August 2026 10
AI Summarized

Key Takeaways:

  • Swarovski ໄດ້ເປີດຕົວຄໍເລັກຊັນເຄື່ອງປະດັບໃໝ່ລ່າສຸດສຳລັບລະດູໃບໄມ້ຫຼົ່ນ-ລະດູໜາວ 2026 (Fall/Winter 2026) ພາຍໃຕ້ຊື່ "ຊ່ວງເວລາແຫ່ງຄວາມສຸກ".
  • ຄໍເລັກຊັນນີ້, ພາຍໃຕ້ການນຳຂອງ Giovanna Engelbert, ໄດ້ຮັບແຮງບັນດານໃຈຈາກ "Joy" (ຄວາມສຸກ) ແລະ ໄດ້ຕີຄວາມໝາຍ "ຂົນຫົງ" ສູ່ຄວາມຫຼູຫຼາຮ່ວມສະໄໝ.
  • ການອອກແບບໃນລະດູການນີ້ໄດ້ນຳເອົາ "ລາຍລະອຽດຂອງຂົນຫົງ" ມາຕີຄວາມໝາຍໃໝ່ໃນມຸມມອງທີ່ລ້ຳສະໄໝ ແລະ ຫຼູຫຼາຍິ່ງຂຶ້ນ, ຖ່າຍທອດມົນສະເໜ່ແຫ່ງ Haute Couture.
  • ຄໍເລັກຊັນນີ້ໄດ້ນຳສະເໜີ "ຮູບຊົງໃໝ່" (New Silhouettes) ທີ່ອອກແບບມາຢ່າງຊານສະຫຼາດ, ສາມາດສວມໃສ່ໄດ້ຕະຫຼອດມື້, ລົບລ້າງເສັ້ນແບ່ງລະຫວ່າງເຄື່ອງປະດັບສຳລັບກາງຄືນ ແລະ ກາງເວັນ.
  • Swarovski ໄດ້ເລືອກທີ່ຈະໃຊ້ "ສີສັນທີ່ສົດໃສ" ເພື່ອເພີ່ມຄວາມມີຊີວິດຊີວາ, ບໍ່ແມ່ນໂທນສີເຂັ້ມຕາມແບບຄໍເລັກຊັນລະດູໜາວທົ່ວໄປ, ເພື່ອສະເຫຼີມສະຫຼອງຄວາມສຸກ ແລະ ຕົວຕົນອັນເປັ່ງປັງຂອງຜູ້ສວມໃສ່.

ເມື່ອລົມໜາວເລີ່ມພັດຜ່ານເຂົ້າມາ ໂລກແຫ່ງແຟຊັນກໍພ້ອມທີ່ຈະເຈີດຈະລັດຂຶ້ນອີກຄັ້ງ. ສຳລັບລະດູໃບໄມ້ຫຼົ່ນ-ລະດູໜາວ 2026 (Fall/Winter 2026) ນີ້, ສະວາຣອບສະກີ (Swarovski) ແບຣນເຄື່ອງປະດັບຄຣິສຕັນລະດັບໂລກ ໄດ້ເປີດຕົວຄໍເລັກຊັນເຄື່ອງປະດັບໃໝ່ລ່າສຸດ ທີ່ເຕັມປ່ຽມໄປດ້ວຍ “ຊ່ວງເວລາແຫ່ງຄວາມສຸກ” ໂດຍນຳສະເໜີຜົນງານການອອກແບບທີ່ມອບຄວາມຮູ້ສຶກເບົາສະບາຍ ແຕ່ຍັງຄົງສະທ້ອນເຖິງຄວາມງົດງາມ ແລະ ປະກາຍແສງອັນເປັນເອກະລັກໄດ້ຢ່າງສົມບູນແບບ.

ພາຍໃຕ້ວິໄສທັດອັນລ້ຳສະໄໝຂອງ ຈິໂອວານນາ ເອັນເກນເບີດ (Giovanna Engelbert) ຜູ້ອຳນວຍການຝ່າຍສ້າງສັນລະດັບໂລກ, ຄໍເລັກຊັນນີ້ບໍ່ໄດ້ເປັນພຽງແຕ່ເຄື່ອງປະດັບ ແຕ່ເປັນດັ່ງງານສິລະປະທີ່ຊວນໃຫ້ຜູ້ສວມໃສ່ໄດ້ຮ່ວມຄົ້ນຫາຄວາມໝາຍຂອງຄຳວ່າ “Joy” ຫຼື ຄວາມສຸກທີ່ແທ້ຈິງ ຜ່ານແນວຄວາມຄິດ, ສັນຍະລັກ ແລະ ເອກະລັກການອອກແບບ ຫຼື Design Codes ທີ່ສືບທອດກັນມາຢ່າງຍາວນານຂອງແບຣນ.

ອ່ານຕື່ມ:  ຈາກຮູບໄວຣັລພິກຊີວິດ ສູ່ຊຸບເປີໂມເດວຜິວສີລະດັບໂລກ ຮູ້ຈັກ Anok Yai ຊຸບເປີໂມເດວທີ່ທຸກແບຣນດັງຍາດຕົວ

ການຕີຄວາມໝາຍ “ຂົນຫົງ” ສູ່ຄວາມຫຼູຫຼາຮ່ວມສະໄໝ ຄືຫົວໃຈສຳຄັນຂອງການອອກແບບໃນຄໍເລັກຊັນນີ້ ແມ່ນການນຳເອົາ “ລາຍລະອຽດຂອງຂົນຫົງ” ເຊິ່ງເປັນສັນຍະລັກທີ່ໂດດເດັ່ນຂອງ Swarovski ມາຕີຄວາມໝາຍໃໝ່ໃນມຸມມອງທີ່ລ້ຳສະໄໝ ແລະ ຫຼູຫຼາຍິ່ງຂຶ້ນ. ການອອກແບບໃນລະດູການນີ້ໄດ້ກ້າວຂ້າມຂີດຈຳກັດແບບເດີມໆ ດ້ວຍການຖ່າຍທອດມົນສະເໜ່ແຫ່ງແຟຊັນຊັ້ນສູງ ທີ່ເອີ້ນວ່າ Haute Couture ມາລົງໃນຊິ້ນງານເຄື່ອງປະດັບ.

ງານຝີມືການເຈຍລະໄນຄຣິສຕັນທີ່ປານີດທີ່ສຸດ ໄດ້ຖືກນຳມາໃຊ້ເພື່ອສ້າງມິຕິທີ່ຊັບຊ້ອນ ເຮັດໃຫ້ຮູບຊົງຂອງຂົນຫົງເບິ່ງພິ້ວໄຫວຄືກັບວ່າມີຊີວິດ ສະທ້ອນແສງລະຍິບລະຍັບໃນທຸກໆການເຄື່ອນໄຫວ ມອບຄວາມຮູ້ສຶກທີ່ທັງສະຫງ່າງາມ ແລະ ເຕັມປ່ຽມໄປດ້ວຍພະລັງແຫ່ງຄວາມມ່ວນຊື່ນ.

ຮູບຊົງໃໝ່ທີ່ຕອບໂຈດໄລຟ໌ສະຕາຍ (Lifestyle) “ຕະຫຼອດທັງວັນ” ອີກໜຶ່ງຄວາມໂດດເດັ່ນຂອງຄໍເລັກຊັນ Fall/Winter 2026 ແມ່ນການນຳສະເໜີ “ຮູບຊົງໃໝ່” (New Silhouettes) ທີ່ໄດ້ຮັບການອອກແບບມາຢ່າງຊານສະຫຼາດ. ຈິໂອວານນາ ເອັນເກນເບີດ ຕັ້ງໃຈລົບລ້າງເສັ້ນແບ່ງລະຫວ່າງເຄື່ອງປະດັບສຳລັບງານກາງຄືນ ແລະ ລຸກ (Look) ກາງເວັນ ດ້ວຍການອອກແບບທີ່ສາມາດສວມໃສ່ໄດ້ຕະຫຼອດມື້.

ບໍ່ວ່າຈະເປັນການຈັບຄູ່ກັບເສື້ອເຊີດໃນມື້ເຮັດວຽກ ຫຼື ຊຸດເດຣດຫຼູຫຼາສຳລັບງານປາຕີ້ຍາມຄ່ຳຄືນ ເຄື່ອງປະດັບຈາກຄໍເລັກຊັນນີ້ກໍພ້ອມມອບຄວາມໂດດເດັ່ນທີ່ພໍດີ ບໍ່ຫຼາຍ ຫຼື ໜ້ອຍຈົນເກີນໄປ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຊ່ຽວຊານຂອງຊ່າງຝີມືຂັ້ນສູງ (Savoir-faire) ແລະ ຄວາມຄິດສ້າງສັນອັນໄຮ້ຂີດຈຳກັດຂອງ Swarovski ໄດ້ຢ່າງຊັດເຈນ.

ເຖິງວ່າຈະເປັນຄໍເລັກຊັນສຳລັບລະດູໜາວທີ່ມັກຈະເນັ້ນໂທນສີເຂັ້ມ ແຕ່ມົນສະເໜ່ແຫ່ງສີສັນ ແລະ ຄວາມວິຈິດ Swarovski ໄດ້ເລືອກທີ່ຈະຈີກກົດເກນດ້ວຍການນຳໃຊ້ “ສີສັນທີ່ສົດໃສ” ສອດແຊກຄວາມມີຊີວິດຊີວາລົງໄປໃນຄຣິສຕັນແຕ່ລະເມັດ. ການຫຼິ້ນເສດສີທີ່ເປັ່ງປະກາຍ ຜະສານກັບຄວາມພິຖີພິຖັນໃນທຸກອົງປະກອບ ແລະ ການຈັດວາງ ເຮັດໃຫ້ເຄື່ອງປະດັບທຸກຊິ້ນປຽບສະເໝືອນເວດມົນທີ່ເຕີມເຕັມລຸກຂອງທ່ານໃຫ້ນ້າອັດສະຈັນ.

ລາຍລະອຽດການຮ້ອຍລຽງຄຣິສຕັນທີ່ຊັບຊ້ອນ ບໍ່ພຽງແຕ່ສ້າງຄວາມວິຈິດໂອ່ອ່າຢ່າງມີລະດັບ ແຕ່ຍັງເນັ້ນຢ້ຳເຖິງຄວາມມຸ່ງໝັ້ນຂອງ Swarovski ທີ່ຕ້ອງການສົ່ງມອບຄວາມສຸກ ແລະ ພະລັງບວກຜ່ານຄວາມງາມທີ່ຈັບຕ້ອງໄດ້.

Swarovski Fall/Winter 2026 ຈຶ່ງບໍ່ເປັນພຽງແຕ່ຄໍເລັກຊັນເຄື່ອງປະດັບປະຈຳລະດູການ ແຕ່ແມ່ນບົດກະວີທີ່ຂຽນຂຶ້ນດ້ວຍແສງ ແລະ ຄຣິສຕັນ ເພື່ອສະເຫຼີມສະຫຼອງໃຫ້ກັບຄວາມສຸກ, ຄວາມເບົາສະບາຍ ແລະ ຕົວຕົນອັນເປັ່ງປະກາຍຂອງຜູ້ສວມໃສ່ທຸກຄົນ. ກຽມພົບກັບຜົນງານຊິ້ນເອກທີ່ພ້ອມຈະເນລະມິດທຸກຊ່ວງເວລາຂອງທ່ານໃຫ້ເປັ່ງປະກວດກວ່າທີ່ເຄີຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.