ຢາກຮູ້ບໍ? ລິຊ່າໃຊ້ຫຍັງແຕ່ງໜ້າສູ້ແດດໃນ FIFA 2026 ຜິວເຖິງຍັງງາມປັງບໍ່ມີອ່ອມ

ແບ່ງປັນ

ຢາກຮູ້ບໍ? ລິຊ່າໃຊ້ຫຍັງແຕ່ງໜ້າສູ້ແດດໃນ FIFA 2026 ຜິວເຖິງຍັງງາມປັງບໍ່ມີອ່ອມ

ໂດຍ: Tonmai Phoutthasack Tonmai Phoutthasack
18 June 2026 8

ສ້າງຕຳນານກັນອີກຄັ້ງ! ສຳລັບລຸກສຸດປັງຂອງ ລິຊ່າ (LISA) ໃນພິທີເປີດການແຂ່ງຂັນ FIFA World Cup 2026 ທີ່ສະໜາມ SoFi Stadium (Los Angeles Stadium) ເມືອງລອສແອນເຈລິສ ປະເທດສະຫະລັດອາເມຣິກາ, ໂດຍລິຊ່າໄດ້ຮ່ວມຟີເຈີຣິງກັບສອງສິນລະປິນລະດັບອິນເຕີຢ່າງ Anitta ຊຸບເປີສະຕາສາວຊາວບຣາຊິນ ແລະ ແຣັບເປີໜຸ່ມຊື່ດັງ Rema ໃນເພງ Goals.

ຖ້າຊູມເບິ່ງເມກອັບລຸກນີ້ທີ່ແຕ່ງໂດຍ @iammaeng ຊ່າງແຕ່ງໜ້າຄູ່ໃຈລິຊ່າ, ຈະເຫັນໂທນສີບົວອົມເບຈທີ່ລະມຸນຕາ, ໄດ້ຟິນິດງານຜິວລຽບນຽນແຕ່ເບິ່ງຜຸດຜ່ອງສຸຂະພາບດີ, ງານຕາທີ່ມີມິຕິ ໂດດເດັ່ນດ້ວຍດອນລີ້ອາຍ ແລະ ໄຮໄລຕ໌ຫົວຕາປະກາຍລະອຽດ, ແລະ ຄອມພລີດລຸກດ້ວຍລິບສະຕິກເນື້ອເວວເວັດແມັດສີບົວນູດ. ເຖິງແມ່ນວ່າທາງຊ່າງແຕ່ງໜ້າຈະຍັງບໍ່ທັນໄດ້ເຜີຍເຖິງເມກອັບໄອເທັມທີ່ໃຊ້ແຕ່ງໃຫ້ກັບລິຊ່າ, ແຕ່ຖ້າໃຜຢາກແຕ່ງໜ້າລຸກນີ້ຕາມໃຫ້ທັນກະແສ, ມ່ວນໄດ້ແກະເບິ່ງລຸກພ້ອມກັບໄອເທັມເມກອັບເພື່ອຄຣີເອດລຸກນີ້ມາແຊຣ໌ໃຫ້ກັບແຟນໆໂດຍສະເພາະ.

ຢາກແຕ່ງໜ້າແບບ ‘ລິຊ່າ’ ໃນງານບານໂລກ FIFA 2026 ຕ້ອງໃຊ້ໄອເທັມໃດແດ່?

1. Vivi Ring Colored Contact Lens ສີ Gray ຈາກ OLENS ຄອນແທັກເລນລາຍເດືອນໂທນສີເທົາໝົ່ນປະກາຍຊອບຟ໌ (Soft), ຕັດຂອບດ້ວຍວົງສີເຂັ້ມອ່ອນໆ ເຊິ່ງເປັນຄີຫຼັກທີ່ຊ່ວຍປ່ຽນລຸກໃຫ້ເບິ່ງອິນເຕີ ແລະ ເພີ່ມສະເໜ່ໃຫ້ກັບດວງຕາ, ແຕ່ຍັງຄົງຄວາມລະມຸນ ບໍ່ເບິ່ງແຂງຈົນເກີນໄປ. ຕົວເລນຖືກດີໄຊນ໌ມາໃຫ້ນຸ້ມໃສ່ສະບາຍ, ຊຸ່ມຊື່ນຍາວນານ ແລະ ຊ່ວຍຫຼຸດການສະສົມຂອງຄາບໂປຣຕີນ. ມາພ້ອມຄ່າອົມນໍ້າ 38% ໃສ່ແລ້ວແນບສະໜິດໄປກັບດວງຕາໄດ້ຢ່າງເປັນທຳມະຊາດ.

2. Essential Neutrals Eyeshadow Palette ຈາກ RARE BEAUTY ພາເລັດອາຍແຊໂດວ໌ໂທນ Neutral ທີ່ລວມ 8 ເສດສີທີ່ເໝາະກັບເມກອັບໃນຊີວິດປະຈຳວັນໄວ້ໃນຕະລັບດຽວ, ທັງເນື້ອແມັດ ແລະ ເນື້ອຊິມເມີ, ພິກເມນສີແໜ້ນຕິດທົນນານຕະຫຼອດມື້, ສາມາດສ້າງໄດ້ຕັ້ງແຕ່ ເອຟຣີເດລຸກ (Everyday look) ໄປຈົນເຖິງລຸກອອກງານ.

3. Frottage Pencil ເບີ 09 Sheer Nude ຈາກ TOO COOL FOR SCHOOL ສໍອະເນກປະສົງເນື້ອເບຼີປະກາຍຊິມເມີລະອຽດ, ເນື້ອສຳຜັດມີຄວາມໂປ່ງແສງ, ບາງເບົາ, ນຸ້ມນວນ, ຂຽນງ່າຍບໍ່ເຈັບບໍລິເວນໃຕ້ຕາ, ໃຫ້ລຸກຟຸ້ງເບົາແບບທຳມະຊາດ, ສາມາດໃຊ້ເປັນອາຍແຊໂດວ໌, ບລັດອອນ ຫຼື ໄຮໄລຕ໌ໄດ້ໃນແທ່ງດຽວ.

4. Cathy Doll x Maeng Dot Pop Liquid Blush ເສດສີ 04 Innocent ຈາກ CATHYDOLL ບລັດອອນເນື້ອລີຄວິດທີ່ຄໍແລັບຈາກຄຸນແມງ. ແຕ້ມພຽງຈຸດດຽວກໍສາມາດເກ່ຍໄດ້ທົ່ວພວງແກ້ມ, ພິກເມນສີແໜ້ນ, ຕິດທົນ, ບໍ່ເປັນຄາບ, ບໍ່ດຶງເມກອັບ ຫຼື ຮອງພື້ນດ້ານລຸ່ມໃຫ້ຫຼຸດຕາມ. ສາມາດໃຊ້ນິ້ວມືແທັບໆ ຫຼື ໃຊ້ຟອງນໍ້າເກ່ຍກໍນຽນສະໜິດໄປກັບຜິວ. ມອບຟິນິດທີ່ເບິ່ງເບຼີຜິວ ງາມລະມຸນເປັນທຳມະຊາດ.

5. Shiny Objects Powder Highlighter ເສດສີ Opaline ຈາກ KOSAS ເປັນໄຮໄລຕ໌ເນື້ອແປ້ງສູດ Wet-Pressed ທີ່ເນື້ອສຳຜັດເບລນງ່າຍ ແລະ ກືນໄປກັບຜິວແບບໂປ່ງແສງ. ມອບຜິວທີ່ເບິ່ງຊຸ່ມຊື່ນໂກລວ໌ (Glow) ສຸຂະພາບດີຈາກພາຍໃນ. ຖ້າໃຊ້ນິ້ວມືແທັບໆລົງຜິວ, ຈະໄດ້ຟິນິດວາວຊຸ່ມນໍ້າແບບປຽກ, ແຕ່ຖ້າໃຊ້ແປງປັດເບົາໆ ຈະໄດ້ລຸກຜິວຊອບຟ໌ໂກລວ໌ລະມຸນຕາ. ສຳລັບລຸກນີ້ເລືອກລົງບໍລິເວນຫົວຕາເພື່ອໃຫ້ດວງຕາມີຄວາມເດັ່ນຊັດອອກມາ.

6. LV Rouge Matte Lipstick ເສດສີ 109 The Great Escape ຈາກ Louis Vuitton ລິບສະຕິກເນື້ອເວວເວັດແມັດເມັດສີແໜ້ນຊັດ ປົກປິດສີປາກເດີມໄດ້ມິດ. ເນື້ອສຳຜັດຈະເບິ່ງແມັດແຕ່ບໍ່ແຫ້ງຕຶງ, ລັອກຄວາມຊຸ່ມຊື່ນຍາວນານ 12 ຊົ່ວໂມງ ແຖມສີສົດຊັດຕິດທົນນານ. ມາພ້ອມປອກໂລຫະລາຍ Monogram ທີ່ສາມາດຖອດປ່ຽນຣີຟິວໄດ້.

ອ່ານຕື່ມ:  ຈິງໃຈ ຫຼື ສ້າງພາບສີຮຸ້ງ? ພາສ່ອງ Calvin Klein ແບຣນທີ່ເປັນຫຼາຍກວ່າເຄື່ອງນຸ່ງ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.