7 ປີທີ່ລໍຄອຍ Wanna One ກັບມາຮວມໂຕຖ່າຍລາຍການດ້ວຍກັນໃນປີ 2026

ແບ່ງປັນ

7 ປີທີ່ລໍຄອຍ Wanna One ກັບມາຮວມໂຕຖ່າຍລາຍການດ້ວຍກັນໃນປີ 2026

06 January 2026 96

ພໍເຂົ້າປີໃໝ່ມາ ນີ້ກໍຖືວ່າເປັນຂ່າວດີທີ່ສ້າງຄວາມຮືຮາໄປທົ່ວວົງການ K-Pop ແລະ ບັນດາແຟນຄລັບຄື Wannable, ເມື່ອມີການຢືນຢັນຢ່າງເປັນທາງການວ່າ “Wanna One” ກຸ່ມສິລະປິນໜຸ່ມຈາກລາຍການ Produce 101 Season 2 ຈະກັບມາຮວມໂຕເພື່ອຖ່າຍລາຍການດ້ວຍກັນໃຫ້ແຟນໆເຊົາຄິດຮອດ.

ຈຸດເລີ່ມຕົ້ນຂອງ Wanna One

Produce 101 ເປັນລາຍການທີ່ນຳບັນດາ “ເດັກຝຶກ” (Trainees) ທັງໝົດ 101 ຄົນ ຈາກຫຼາຍສັງກັດມາແຂ່ງຂັນກັນ ເພື່ອຄັດເລືອກໃຫ້ເຫຼືອພຽງ 11 ຄົນສຸດທ້າຍທີ່ຈະໄດ້ເດບິວ (Debut) ເປັນວົງບອຍແບນ (1 ປີ 6 ເດືອນ).

Wanna One ໄດ້ເດບິວເປັນທາງການໃນວັນທີ 7 ສິງຫາ 2017 ດ້ວຍເພງ “Energetic” ແລະ ພວກເຂົາຍັງສ້າງສະຖິຕິຂອງການເປັນວົງນ້ອງໃໝ່ທີ່ສາມາດຈັດຄອນເສີດເດບິວ (Show-Con) ຢູ່ທີ່ Gocheok Sky Dome (ສະໜາມກິລາໃນຮົ່ມທີ່ໃຫຍ່ທີ່ສຸດໃນເກົາຫຼີໃຕ້).

IG: wannaone.official

ໃນການເດບິວຄັ້ງນີ້, ມີ Wannable (ຊື່ແຟນຄລັບ) ເຂົ້າຮ່ວມຫຼາຍເຖິງ 20,000 ຄົນ ເຊິ່ງຖືວ່າບໍ່ເຄີຍມີວົງໃດເຮັດໄດ້ມາກ່ອນໃນມື້ເດບິວໃນຊ່ວງນັ້ນ, ເພາະສະເໜ່ ແລະ ຄວາມສາມາດທີ່ເຫັນໃນລາຍການ ນັ້ນຈຶ່ງເປັນຈຸດເລີ່ມຕົ້ນທີ່ມາຈາກການເລືອກໃຫ້ຄະແນນຈາກຜູ້ເບິ່ງລາຍການ ຈຶ່ງເຮັດໃຫ້ Wanna One ກາຍເປັນວົງທີ່ມີຖານແຟນຄລັບໜາແໜ້ນ ແລະ ກາຍເປັນ “ວົງແຫ່ງຊາດ” ທີ່ປະສົບຄວາມສຳເລັດຫຼາຍໃນໄລຍະເວລາສັ້ນໆ.

ອ່ານຕື່ມ:  CORTIS ສິລະປິນ K-POP ນ້ອງໃໝ່ມາແຮງ ມ້າມືດ Gen 5 ຈາກ BIGHIT MUSIC

Wanna One ມີສະມາຊິກທັງໝົດ 11 ຄົນຄື

  • Kang Daniel (ອັນດັບ 1 / Center)
  • Park Ji-hoon
  • Lee Dae-hwi
  • Kim Jae-hwan
  • Ong Seong-wu
  • Park Woo-jin
  • Lai Kuan-lin
  • Yoon Ji-sung (Leader)
  • Hwang Min-hyun
  • Bae Jin-young
  • Ha Sung-woon

ການຮວມໂຕຖ່າຍລາຍການຂອງສະມາຊິກວົງ Wanna One

ຫຼັງຈາກສິ້ນສຸດໂຄງການນີ້ໄປຕັ້ງແຕ່ວັນທີ 31 ທັນວາ 2018 ພວກເຂົາກໍຍັງໄດ້ເຮັດກິດຈະກຳຮ່ວມກັນຕໍ່ຈົນຮອດເດືອນ ມັງກອນ 2019 ເພື່ອບອກລາແຟນຄລັບໃນຄອນເສີດເທື່ອສຸດທ້າຍ ຈຶ່ງໄດ້ແຍກຍ້າຍກັນໄປເຮັດຕາມສິ່ງທີ່ຮັກຂອງຕົນເອງທັງໄປເຮັດວົງກັບຄ້າຍ, ເປັນສິລະປິນດ່ຽວ, ເຮັດວຽກເບື້ອງຫຼັງ ຫຼື ການເປັນນັກສະແດງ.

IG: wannaone.official

ສຳລັບສະມາຊິກບາງຄົນອາດຈະບໍ່ໄດ້ເຂົ້າຮ່ວມຕະຫຼອດທັງໂຄງການຂອງລາຍການເຊັ່ນ: “Kang Daniel ລາວອາດຈະເຂົ້າຮ່ວມໄດ້ພຽງບາງຊ່ວງຂອງການຖ່າຍທຳເທົ່ານັ້ນ ເນື່ອງຈາກກໍາລັງຈະເຂົ້າຮັບການເກນທະຫານ ເຮັດໃຫ້ຈະບໍ່ຢູ່ຄົບທຸກຕອນ ແລະ Lai Kuanlin ຍັງບໍ່ມີການຢືນຢັນຢ່າງຊັດເຈນວ່າຈະເຂົ້າຮ່ວມຫຼືບໍ່ ໂດຍມີແຟນໆໄດ້ຕັ້ງຄໍາຖາມກັນຫຼາຍໃນໂຊຊຽວ ແຕ່ຍັງບໍ່ມີຄໍາຕອບຈາກຕົ້ນສັງກັດ”.

ສະມາຊິກໃນວົງ Wanna One ກໍມີແຜນການທີ່ຢາກຈະກັບມາພົບກັບແຟນຄລັບ ແລະ ໄດ້ຕັດສິນໃຈຮ່ວມກັນທີ່ຈະສ້າງລາຍການ ໂດຍມີກຳນົດການປ່ອຍລາຍການໃຫ້ເຮົາໄດ້ເບິ່ງໃນຊ່ວງເຄິ່ງປີທຳອິດຂອງປີ 2026. ສ່ວນຕາຕະລາງການສາຍ ແລະ ຮູບແບບລາຍການຈະປະກາດໃຫ້ເຮົາຮູ້ໃນພາຍຫຼັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.