ເປີດ Playlist 10 ເພງຮິດຂອງ HORI7ON ຈາກຟີລິບປິນ ທີ່ຈະພາທຸກຄົນຈົມສູ່ໂລກແຫ່ງສຽງເພງ

ແບ່ງປັນ

ເປີດ Playlist 10 ເພງຮິດຂອງ HORI7ON ຈາກຟີລິບປິນ ທີ່ຈະພາທຸກຄົນຈົມສູ່ໂລກແຫ່ງສຽງເພງ

27 April 2026 3

Highlights

  • ລວມການເດີນທາງຂອງ HORI7ON ຕັ້ງແຕ່ເພງເປີດຕົວຢ່າງ SIX7EEN ທີ່ສ້າງຊື່ສຽງໃນເກົາຫຼີໃຕ້ ຈົນເຖິງຜົນງານຫຼ້າສຸດໃນປີ 2026 ຄືເພງ Fly With It ທີ່ໄດ້ພິສູດໃຫ້ເຫັນເຖິງການເຕີບໂຕຂອງພວກເຂົາ.
  • ເພງຂອງ HORI7ON ມີຄົບທຸກລົດຊາດ-ຄວາມຫຼາກຫຼາຍຂອງແນວດົນຕີ ບໍ່ວ່າຈະເປັນຈັງຫວະ Upbeat ສົດໃສ, ແນວ Hip-hop R&B ທີ່ດຸດັນ ແລະ ເທ່ ໄປຈົນເຖິງບົດເພງທີ່ເນັ້ນອາລົມຄວາມຮູ້ສຶກ ແລະ ສຽງຮ້ອງທີ່ມີສະເໜ່.
  • HORI7ON ເພີ່ມຄວາມໂດດເດັ່ນດ້ວຍການນຳເພງໃນຕຳນານຍຸກ 70s ມາເຮັດໃໝ່ໃຫ້ທັນສະໄໝ ໂດຍໃຊ້ພາສາຟີລິບປິນ ທີ່ສື່ເຖິງຕົວຕົນ ແລະ ມິດຕະພາບທີ່ບໍ່ມີພົມແດນຂອງແນວດົນຕີ.


ໃຜທີ່ກຳລັງຮູ້ສຶກວ່າກຳລັງຕົກຂຸມຮັກ ຫຼື ຫຼົງສະເໜ່ສິລະປິນຈາກຟີລິບປິນຄື 7 ໜຸ່ມ HORI7ON (ອ່ານວ່າ Horizon) ຄືກັບ ມ່ວນຊວນຟັງ ແດ່. ຖ້າເປັນແນວນັ້ນເຮົາກຳລັງຈະກາຍເປັນ ANCHOR (ແຟນຄລັບ) ຂອງ HORI7ON ແລ້ວເດີ.

ມື້ນີ້ ມ່ວນຊວນຟັງ ເລີຍນຳ 10 ລາຍຊື່ເພງຮິດທີ່ຄວນຟັງ ແລະ ພາດບໍ່ໄດ້ຂອງວົງ HORI7ON ມາແບ່ງປັນໃຫ້ທຸກຄົນໄດ້ຟັງກັນຕື່ມ ເຊິ່ງເພງຂອງພວກເຂົາແມ່ນມີສະໄຕລ໌ທີ່ປະສົມປະສານລະຫວ່າງ P-POP (ຟີລິບປິນ) ແລະ K-POP (ເກົາຫຼີ) ໂດຍເພງກໍຈະມີທັງຈັງຫວະສົດໃສ, ເຕັ້ນຕາມໄດ້ ແລະ ບາງເພງກໍໄດ້ເນັ້ນອາລົມຄວາມຮູ້ສຶກ.

ອ່ານຕື່ມ:  ສາວອາຫຼັບເຂົາບໍ່ອວດແບຣນເນມກັນ ແຕ່ເຂົາຟາດກັນດ້ວຍວິທີນີ້

1. HORI7ON (호라이즌) – SIX7EEN (2023)

ແມ່ນເພງ Debut (ເປີດໂຕ) ຢູ່ປະເທດເກົາຫຼີໃຕ້ ຈາກອາລະບ້ຳ Friend-ship. ເປັນເພງທີ່ມີຈັງຫວະສົດໃສ (Upbeat), ສື່ເຖິງພະລັງໄວໜຸ່ມ ແລະ ມິດຕະພາບ. ເພງນີ້ເຮັດໃຫ້ HORI7ON ເປັນທີ່ຮູ້ຈັກໃນຖານະວົງ Global ຈາກຟີລິບປິນ.

2. HORI7ON (호라이즌) – DASH (2023)

ເພງນີ້ມີຄວາມໂດດເດັ່ນດ້ວຍທ່າເຕັ້ນທີ່ແຂງແຮງ ແລະ ດົນຕີທີ່ມີພະລັງ ເຊິ່ງໜຸ່ມໆ HORI7ON ສະແດງໃຫ້ເຫັນເຖິງການພັດທະນາໃນດ້ານການສະແດງ (Performance) ທີ່ເບິ່ງເປັນມືອາຊີບ ແລະ ມີຄວາມເປັນສາກົນສູງ.

3. HORI7ON (호라이즌) – Lucky (2024)

ເພງທີ່ມີທຳນອງສົດໃສ ແລະ ຟັງງ່າຍ. ເນື້ອຫາເວົ້າເຖິງຄວາມຮູ້ສຶກໂຊກດີທີ່ມີຄົນຮັກ ຫຼື ມີ ANCHOR ຫຼື ແຟນຄລັບຄອຍສະໜັບສະໜຸນ. ເປັນເພງທີ່ມັກໃຊ້ສະແດງໃນງານ Fan Meeting ເພື່ອສ້າງຄວາມໃກ້ຊິດກັບແຟນເພງ.

4. HORI7ON (호라이즌) – Salamat (2023)

ຄຳວ່າ Salamat ໃນພາສາຟີລິບປິນ ແປວ່າ ຂອບໃຈ. ເພງນີ້ມີຄວາມໝາຍສຸດເລິກເຊິ່ງ-ກິນໃຈ ເພາະເປັນເພງທີ່ພວກເຂົາຕັ້ງໃຈມອບໃຫ້ກັບແຟນຄລັບທີ່ຄອຍຊ່ວຍເຫຼືອຕະຫຼອດມາຕັ້ງແຕ່ສະໄໝປະກວດໃນລາຍການ Dream Maker.

5. HORI7ON (호라이즌) – SUMAYAW SUMUNOD

SUMAYAW SUMUNOD ແມ່ນເພງຮິດຍຸກ 70s ຂອງວົງ The Boyfriends (ຟີລິບປິນ) ທີ່ມີເນື້ອຫາແປວ່າ “ເຕັ້ນໄປຕາມຈັງຫວະ” ສື່ເຖິງການປ່ອຍວາງຄວາມຄຽດແລ້ວອອກມາມ່ວນຊື່ນກັບສຽງເພງ ເຊິ່ງ HORI7ON ໄດ້ນຳມາເຮັດໃໝ່ໃນສະໄຕລ໌ Nu-Disco ທີ່ມີຄວາມທັນສະໄໝ ແລະ ສົດໃສຂຶ້ນ.

ອ່ານຕື່ມ:  ພາຮູ້ຈັກ ປ້ອມ ກະມົນພົບ ແຊ້ມ The Face Men Thailand 4

6. HORI7ON (호라이즌) – Mama (2023)

Mama ເປັນການສະແດງເນຶ້ອຫາເພງທີ່ເນັ້ນສຽງຮ້ອງ (Vocal) ແລະ ອາລົມຄວາມຮູ້ສຶກເປັນພິເສດ. ເປັນເພງທີ່ສື່ເຖິງຄວາມຮັກ ແລະ ຄວາມຄິດຮອດທີ່ມີຕໍ່ຄອບຄົວ ເພງນີ້ຈຶ່ງເຮັດໃຫ້ຊຶ້ງກິນໃຈ ANCHOR (ແຟນຄລັບ) ໂດຍສະເພາະຕອນທີ່ພວກເຂົາຕ້ອງເດີນທາງໄປເຮັດວຽກຢູ່ຕ່າງປະເທດເປັນເວລາດົນ.

7. HORI7ON (호라이즌) – Lovey Dovey

ເພງແນວປັອບ (Pop) ຫວານໆສົດໃສ ເຊິ່ງເພງນີ້ເໝາະສຳລັບການຟັງສະບາຍໆ ພໍໄດ້ຟັງແລ້ວຈະຮູ້ສຶກຜ່ອນຄາຍແບບສຸດໆ ແລະ ເຮັດໃຫ້ຕ້ອງຍິ້ມຕາມກັບມີສະເໜ່ ແລະ ຄວາມໜ້າຮັກຂອງສະມາຊິກ HORI7ON ແຕ່ລະຄົນ.

8. HORI7ON (호라이즌) – COLD (2025)

COLD ມາໃນແນວ Hip-hop R&B ທີ່ມີຄວາມເທ່ ແລະ ສຸຂຸມ. ດົນຕີມີເບສທີ່ໜັກແໜ້ນ ແລະ ຈັງຫວະທີ່ດຶງດູດ ເຊິ່ງເປັນເພງທີ່ສະມາຊິກໄດ້ສະແດງທັກສະການຮ້ອງທີ່ມີສະເໜ່, ເຮັດໃຫ້ເຫັນວ່າພວກເຂົາສາມາດເຮັດໄດ້ດີໃນທຸກແນວດົນຕີບໍ່ແມ່ນພຽງແຕ່ແນວ Pop ສົດໃສເທົ່ານັ້ນ.

9. HORI7ON (호라이즌) – Lunod (2026)

ເພງ Lunod ຂອງ HORI7ON ມີຄວາມໝາຍວ່າ “ຈົມ” ຫຼື “ດຳດິ່ງ” ໃນພາສາຟີລິບປິນ ເພງແນວ Alternative Pop ທີ່ມີຄວາມເລິກເຊິ່ງ ແລະ ລຶກລັບ ຄືກັບການດຳດິ່ງລົງໄປໃນຄວາມຮູ້ສຶກ ຫຼື ຄວາມຫຼົງໄຫຼໃນບາງສິ່ງບາງຢ່າງຢ່າງຖອນຕົວບໍ່ຂຶ້ນ ສະແດງເຖິງການເຕີບໂຕເປັນຜູ້ໃຫຍ່ຂອງວົງ.

ອ່ານຕື່ມ:  ທຳຄວາມຮູ້ຈັກ HORI7ON ວົງບອຍແບນຟີລິບປິນ ກັບສະເໜ່ການປະສົມປະສານດ້ານດົນຕີ P-POP ແລະ K-POP

10. HORI7ON (호라이즌) – Fly With It

ມາຮອດເພງຫຼ້າສຸດທີ່ຫາກໍປ່ອຍໃຫ້ໄດ້ຟັງຄື Fly With It ຂອງ HORI7ON ເພງນີ້ເນັ້ນໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ການມຸ່ງໝັ້ທີ່ຈະເຮັດຕາມຄວາມຝັນ. ພວກເຂົາໄດ້ນຳສະເໜີພາບລັກທີ່ເປັນໂຕເອງ, ເປັນຜູ້ໃຫຍ່ຂຶ້ນ ແລະ ການທີ່ຍັງຄົງຮັກສາມາດຕະຖານໃນການສ້າງສັນຜົນງານທີ່ດີໃຫ້ແຟນໆໄດ້ສຳຜັດ.

ທີ່ມາwikipedia.orgHORI7ON

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.