ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ອີ່ຫຍັງກະ Gen Z: ສະໜາມອາລົມໃນໂລກອອນລາຍ ແລະ ເຄັດລັບການຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ
Muan RelationTips

ອີ່ຫຍັງກະ Gen Z: ສະໜາມອາລົມໃນໂລກອອນລາຍ ແລະ ເຄັດລັບການຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ

ແບ່ງປັນ

ເລື່ອງຂອງ Gen Z ເນາະ ມັນຄືກັບສະໜາມອາລົມໃນໂລກອອນລາຍແທ້ໆ ເພາະພວກເຂົາເຕີບໃຫຍ່ມາກັບໂລກດິຈິຕອລ ມີມຸມມອງທີ່ແຕກຕ່າງຈາກຄົນຮຸ່ນກ່ອນໆ ມັກຫຍັງທີ່ຫຼາກຫຼາຍ ເທົ່າທຽມກັນສຸດໆ ແລະ ກ້າສະແດງອອກຫຼາຍ ໃຊ້ໂຊຊຽວມີເດຍເປັນບ່ອນລະບາຍຄວາມຄິດແບບບໍ່ປິດບັງ.

ບາງເທື່ອກໍເບິ່ງແຮງໄປແດ່ຈັກໜ້ອຍ ຈົນເຮັດໃຫ້ຄົນຮຸ່ນເກົ່າຄິດວ່າ ບໍ່ເໝາະສົມ ແຖມຍັງຮູ້ສຶກງ່າຍກັບເລື່ອງສັງຄົມສຸດໆ ບໍ່ວ່າຈະເປັນ ເລື່ອງສິ່ງແວດລ້ອມ ຫຼື ສິດທິມະນຸດ, ຮຽກຮ້ອງການປ່ຽນແປງຈົນບາງທີກໍຂັດແຍ່ງກັບຄົນທີ່ຄິດບໍ່ຄືກັນ.

ສິ່ງທີ່ສຳຄັນກວ່ານັ້ນ ພວກເຂົາມັກສະແດງຕົວຕົນແບບເປີດເຜີຍ ບໍ່ວ່າຈະເປັນເລື່ອງເຊື້ອຊາດ, ສາສະໜາ ຫຼື ເລື່ອງເພດ. ບາງຄົນທີ່ບໍ່ຄຸ້ນກໍອາດຈະຮູ້ສຶກແປກໆແດ່ ແຕ່ກໍຕ້ອງຍອມຮັບແລ້ວວ່າ Gen Z ນີ້ແຫຼະ ເປັນຄົນຮຸ່ນໃໝ່ທີ່ມາແຮງ ທຸກຄົນຈຶ່ງຈັບຕາມອງກັນເປັນພິເສດ. ມີທັງຄົນຍ້ອງ ມີທັງຄົນດ່າ ປະປົນກັນໄປ ແລ້ວແຕ່ຄວາມເຂົ້າໃຈຂອງໃຜລາວ.

ແລ້ວຖ້າຢາກຢູ່ກັບ Gen Z ໃຫ້ໄດ້ ຈະເຮັດແນວໃດລະ? ເພາະເຮົາປະຕິເສດບໍ່ໄດ້ວ່າ ເຮົາບໍ່ສາມາດທີ່ຈະເລືອກວ່າຈະບໍ່ໃຊ້ຊີວິດ ຫຼື ເຮັດວຽກໂດຍບໍ່ກ່ຽວຂ້ອງກັບຄົນ Gen ນີ້ໄດ້. ເຮົາກໍເລີຍມີເຄັດລັບມາຝາກກັນ.

  1. ເປີດໃຈຟັງເຂົາເຈົ້າ: ເຂົາເຈົ້າມັກເວົ້າຕົງໆ ແລະ ໝັ້ນໃຈໃນຄວາມຄິດຂອງຕົນເອງຫຼາຍ. ຖ້າເຮົາລອງເປີດໃຈຟັງ, ບໍ່ຕັດສິນເຂົາໄປກ່ອນ ມັນຈະຊ່ວຍໃຫ້ເຂົ້າໃຈກັນຫຼາຍຂຶ້ນ ແລະ ບໍ່ຕ້ອງມາຖຽງກັນຢູ່ເລື້ອຍໆ.
  2. ຍອມຮັບຄວາມແຕກຕ່າງ: Gen Z ນີ້ເຂົາມັກຫຍັງທີ່ຫຼາກຫຼາຍ ບໍ່ວ່າຈະເປັນເລື່ອງເພດ, ເຊື້ອຊາດ ຫຼື ວັດທະນະທຳ. ຖ້າເຮົາຍອມຮັບ ແລະ ເຄົາລົບຄວາມແຕກຕ່າງເຫຼົ່ານີ້, ກໍຈະສ້າງບ່ອນທີ່ທຸກຄົນຮູ້ສຶກດີ ຢູ່ຮ່ວມກັນໄດ້ງ່າຍຂຶ້ນ.
  3. ເວົ້າໃຫ້ຈະແຈ້ງ: ພວກເຂົາມັກສິ່ງທີ່ມັນຊັດເຈນ ບໍ່ຕ້ອງມາເວົ້າອ້ອມໆ, ຖ້າຢາກບອກຫຍັງກໍບອກໄປເລີຍ ຈະໄດ້ບໍ່ຕ້ອງມາຜິດໃຈກັນ.
  4. ເຂົ້າໃຈເຕັກໂນໂລຊີແດ່: ເຂົາເຈົ້າເຕີບໃຫຍ່ມາກັບເຕັກໂນໂລຊີ ໃຊ້ມັນທຸກມື້ ຈົນຄືເປັນເລື່ອງປົກກະຕິ. ຖ້າເຮົາເຂົ້າໃຈ ແລະ ຕາມໃຫ້ທັນແດ່, ມັນຈະຊ່ວຍໃຫ້ລົມກັນຮູ້ເລື່ອງ ເຮັດວຽກນຳກັນໄດ້ງ່າຍຂຶ້ນ.
  5. ເຄົາລົບເວລາສ່ວນຕົວຂອງເຂົາເຈົ້າ: Gen Z ມັກຄວາມສົມດຸນ. ວຽກກໍວຽກ ຊີວິດສ່ວນຕົວກໍຕ້ອງມີ. ຖ້າເຮົາເຄົາລົບເວລາຂອງເຂົາເຈົ້າ, ຊ່ວຍໃຫ້ເຂົາເຈົ້າມີຄວາມສຸກໄດ້ ມັນຈະຍິ່ງເຮັດໃຫ້ເຂົາເຈົ້າເຮັດວຽກດີຂຶ້ນໄປອີກ.
  6. ກຽມປັບຕົວໄວ້ແດ່: ໂລກມັນປ່ຽນໄວ ແລະ Gen Z ກໍປັບຕົວເກັ່ງຫຼາຍ. ຖ້າເຮົາເອງກໍຍອມຮັບການປ່ຽນແປງ, ຮຽນຮູ້ໄປກັບເຂົາເຈົ້າ ມັນຈະຊ່ວຍໃຫ້ທຸກຢ່າງມັນລ່ຽນໄຫຼ, ບໍ່ມີຕິດຂັດ.
ອ່ານຕື່ມ:  ຢອກແຮງ ຊັອດຟິວເກັ່ງ ໝູ່ເຈົ້າກໍເປັນຫວາ? ມັກເຮັດໃຫ້ເສຍຄວາມໝັ້ນໃຈ

ສຸດທ້າຍກໍຄື ຖ້າເຂົ້າໃຈ ແລະ ຍອມຮັບຄວາມແຕກຕ່າງຂອງ Gen Z ໄດ້ ມັນຈະຊ່ວຍໃຫ້ຢູ່ດ້ວຍກັນແບບມ່ວນໆ ແລະເຮັດວຽກດ້ວຍກັນດີຂຶ້ນຫຼາຍເລີຍ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.