Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ.

ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ ແລະ ຊັດເຈນນັ້ນເອງ.
ເປັນເພງທີ່ສົນທະນາກັບຫົວໃຈຕົວເອງວ່າຄວາມຮັກທີ່ຈາກໄປມັນຍັງອຸ່ນຢູ່ໃນໃຈເຮົາພຽງໃດ ແລະ ຖ້າຢາກຍ້ອນເວລາກັບໄປໄດ້ເສັ້ນທາງເຮົາຈະເປັນແນວໃດ.
ໂດຍ: ທີມບັນນາທິການ Muan