ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ. ທ້າວ ອານູຄິດ ຄິດສະວັດ ຊື່ຫຼີ້ນ: Mon ອາຍຸ 28 ປີ ອາຊີບອິສະລະເປັນຄົນ introvert ແຕ່ມັກ active ອອກກິດຈະກຳເຊັ່ນ:...
ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ. ດ້ວຍເພງສະຕິງລາວປະສົມປະສານກັບດົນຕີພື້ນເມືອງລາວໃຫ້ມູດເພງທີ່ອົບອຸ່ນແຕ່ແຟງໄປດ້ວຍຄວາມເຈັບປວດ ສື່ເຖິງການເລົ່າເລື່ອງຂອງຄວາມຮັກທີ່ບໍ່ສົມຫວັງຖ່າຍທອດຄວາມຮູ້ສຶກເສຍດາຍຂອງການຈາກລາທີ່ບໍ່ເຕັມໃຈ. ເຄມີທີ່ຕົງກັນ ຂອງ AIILA ແລະ Taiy Akard ສະກົດທຸຖກອາລົມຈຶງເຮັດໃຫ້ເພງນີ້ເຕັມອິ່ມໄປດ້ວຍຄວາມເລິກເຊິງກິນໃຈ ແລະ ເຮັດໃຫ້ຟັງຕ້ອງອິນກັບເລື່ອງລາວຂອງພວກເຂົາ....
ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ TikTok ພາກັນນິຍົມໃຊ້ແຜນສຽງກັນທົ່ວບ້ານທົ່ວເມືອງ. ທີ່ຈິງແລ້ວເພງນີ້ໄດ້ຖືກປ່ອຍຄັ້ງທຳອິດເມື່ອ 8 ເດືອນທີ່ແລ້ວ ເດີມທີ່ຈະເປັນເວີຊັ້ນ Mixtape ຊຶ່ງເພງດັ້ງເດີມມາຈາກ:Trip – Elle Mai...
ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ ໂດຍ: ທີມບັນນາທິການ Muan
“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ. ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ. ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ, ແຕ່ກັບປ່ຽນເປັນຄວາມເຈັບປວດເມື່ອຄົນທີ່ຮັກຈາກໄປໂດຍບໍ່ມີການບອກລາ ພ້ອມກັບຄວາມໂສກເສົ້າທີ່ຕ້ອງປະເຊີນກັບຄວາມເປັນຈິງ. ຕຽມຈິດຕຽມໃຈໃຫ້ພ້ອມກ່ອນໄປຕຳເພງຟິວຮັກທີ່ອັດແໜັ້ນດ້ວຍຄວາມເຈັບປວດຈາກຜົນງານໃໝ່ຂອງສິລະປິນລາວຢ່າງ BAY6IX ແລະ LALA. ໂດຍ: ທີມບັນນາທິການມ່ວນ
ຖ້າມັກເພງທີ່ເຮັດໃຫ້ຫຼົງຮັກຫົວປັກຫົວປຳເຕັມໄປດ້ວຍຄວາມຮູ້ສຶກຮິວໃຈ, ຕ້ອງບໍ່ພາດເພງ “Found You” ຈາກ Luh Wvn ທີ່ຮ່ວມງານກັບ FATBOII MQT ສະມາຊິກ MQT Squad ເຈົ້້າຂອງຜົນງານ “Would You” ທີ່ໄດ້ Diamond MQT ມາຟີດ. ເພງນີ້ມາໃນສາຍ Pop ແລະ...
ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”
Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean