Lao song

2 ບົດຄວາມ
Muan Listen - ມ່ວນຊວນຟັງ

Warm ເພງຈາກ Luhwvn ທີ່ຈະພາໃຈຍ້ອນໄປຫາຄວາມຮູ້ສຶກທີ່ບໍ່ເຄີຍຈາງຫາຍ

Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ ແລະ ຊັດເຈນນັ້ນເອງ. ເປັນເພງທີ່ສົນທະນາກັບຫົວໃຈຕົວເອງວ່າຄວາມຮັກທີ່ຈາກໄປມັນຍັງອຸ່ນຢູ່ໃນໃຈເຮົາພຽງໃດ ແລະ ຖ້າຢາກຍ້ອນເວລາກັບໄປໄດ້ເສັ້ນທາງເຮົາຈະເປັນແນວໃດ. ໂດຍ: ທີມບັນນາທິການ Muan

Muan Listen - ມ່ວນຊວນຟັງ

ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ສາຍແດນຊສາຍຕື່ດຕຽມຕົວໂຍກໃຫ້ສຸດກັບເພງ ມາເດີອ້າຍ ຊິງເກີ້ນໃໝ່ ຈາກສອງສິລະປິນລາວເຮົາຢ່າງ NutDao ແລະ Thinlamphone ທີ່ໂຄຈອນມາຮ່ວມຄໍແລັບກັນໄດ້ຢ່າງລົງໂຕເພາະເພງນີ້ຈະມາໃນການເຊີນຊວນທຸກຄົນໃຫ້ມາປົດປ່ອຍຈອຍປ່ອຍໃຈໃຫ້ສຸດມັນ ດ້ວຍຈັງຫວັງເພງທີ່ປະສົມປະສານຢ່າງຫຼາກຫຼາຍກັບ Electronic Dance ສຸດເດືອດ ປົນກັບກິ່ນອ້າຍແນວ Trap ແລະ และ Hard Bass ເຕັມຫູ ທີ່ພິເສດສຸດໆຍັງມີທ່ອນໝໍລຳໃສ່ມາເພີ່ມສີສັນແບບລາວໆໃຫ້ອອກມາໃນແບບອິນເຕີ. ສະເໜ່ຂອງເພງຢູ່ທີ່ເຄມີຂອງທັ້ງສອງທີ່ເຂົ້າກັນແບບບໍ່ມີສະດຸດ ຟັງແລ້ວຄືຖືກດຶງໃຫ້ລຸກມາໂຍກໂດຍບໍ່ຮູ້ໂຕ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.