ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ນອນກໍເມື່ອຍ ຢູ່ລ້າໆກໍເມື່ອຍ ແນະນຳ 5 ວິທີເອົາຊະນະຄວາມເມື່ອຍລ້າ
Muan RelationTips

ນອນກໍເມື່ອຍ ຢູ່ລ້າໆກໍເມື່ອຍ ແນະນຳ 5 ວິທີເອົາຊະນະຄວາມເມື່ອຍລ້າ

ແບ່ງປັນ

ນອນໄວສໍ່າໃດກໍຍັງເມື່ອຍ, ກິນກາເຟເຂັ້ມໆກໍຍັງລ້າ. ຖ້າໝູ່ເພື່ອນຄົນໃດເປັນແບບນີ້ມ່ວນຂໍບອກເລີຍວ່າເພິ່ນບໍ່ໄດ້ເມື່ອຍຢູ່ຄົນດຽວເດີ.

ງານວິໄຈຂອງ Radboud University ໄດ້ສໍາຫຼວດຜູ້ຄົນ 2 ໝື່ນກວ່າຄົນແລ້ວພົບວ່າ 30% ມີອາການເມື່ອຍລ້າຕະຫຼອດເວລາຈົນກະທົບການໃຊ້ຊີວິດປະຈໍາວັນ, ເຮັດໃຫ້ວຽກງານມີຄວາມສ່ຽງ ແລະ ລາມໄປເຖິງຄວາມສໍາພັນອ້ອມໂຕ.

ອາການເມື່ອຍຂອງແຕ່ລະຄົນນັ້ນບໍ່ຄືກັນເນື່ອງຈາກຮ່າງກາຍ ແລະ ສຸຂະພາບຈິດໃຈທີ່ແຕກຕ່າງການໄປ, ແຕ່ທາງການແພດມີຫຼັກຖານວ່າຄວາມເມື່ອຍສາມາດນໍາພາໄປສູ່ໂລກໄພຕ່າງໆໄດ້.

ຫາກຄົນເມື່ອຍ 24 ຊົ່ວໂມງແບບເຮົາຢາກຈະເອົາຊະນະຄວາມເມື່ອຂອງຕົນເອງຄວນເລີ່ມຕົ້ນແນວໃດ? ແອັດມິນຂໍແນະນໍາ 5 ວິທີທີ່ໝູ່ເພື່ອນສາມາດນໍາໄປໃຊ້ໄດ້ກ່ອນໄປພົບແພດ.

1. ເສີມທາດເຫຼັກ

ຫາກຮ່າງກາຍຂອງເຮົາມີທາດເຫຼັກໜ້ອຍກວ່າປົົກກະຕິກໍອາດນໍາໄປສູ່ພະວະເລືອດຈາງເຊິ່ງເປັນໜຶ່ງໃນສາເຫດທີ່ເຮັດໃຫ້ເຮົາເມື່ອຍໄດ້. ເຮົາສາມາດເສີມທາດເຫຼັກໄດ້ດ້ວຍການກິນຊີ້ນສັດ, ຜັກໃບຂຽວ, ຖົ່ວ, ເຂົ້າໂອ໊ດ ແລະ ເຂົ້າສາລີ ຫຼື ສາມາດໃຊ້ອາຫານເສີມໄດ້.

2. ກິນຊັອກໂກແລັດເຂັ້ມໆ

ເຂັ້ມໆທີ່ວ່າໝາຍເຖິງ Dark Chocolate ຂົມໆທີ່ມີປະລິມານນໍ້າຕານໜ້ອຍ ແລະ ຜົງໂກໂກ້​ສູງໆ ເພາະດາຣ໌ກຊັອກໂກແລັດມີສານທີ່ເພີ່ມລະດັບການໝຸນວຽນເລືອດເຂົ້າສູ່ສະໝອງເຮັດໃຫ້ຖືກກະຕຸ້ນການຕື່ນໂຕຂອງເສັ້ນປະສາດ.

3. ດື່ມນໍ້າຫຼາຍໆ

ໃນຍຸກນີ້ເຮົາມັກຈະດື່ມນໍ້າຫວານຫຼາຍກວ່ານໍ້າລ້າ ເຮັດໃຫ້ເກີດພາວະຂາດນໍ້າເຊິ່ງເປັນໜຶ່ງໃນສາເຫດທີ່ນໍາພາໄປສູ່້ຄວາມເມື່ອຍລ້າໃນທຸກໆມື້. ຈິບນໍ້າຫຼາຍໆ ດື່ມໃຫ້ເປັນນິໄສເດີ.

4. ຢ່າປ່ອຍໃຫ້ຕົວເອງຕຶງຄຽດ

ຄວາມຄຽດເຮັດໃຫ້ຕ່ອມໄຕຂອງເຮົາຜະລິດຮໍໂມນບໍ່ດຸ່ນດ່ຽງ ແລະ ເຮັດໃຫ້ເຮົາເມື່ອງ່າຍ, ບໍ່ສົດໃສ ແລະ ອ່ອນເພຍ. ເຖິງວ່າຄວາມຄຽດຈະເປັນເລື່ອງທໍາມະຊາດແຕ່ເຮົາກໍສາມາດປັດເປົ່າມັນອອກໄດ້ດ້ວຍການເຮັດກິດຈະກໍາທີ່ເຮົາມັກ ແລະ ອອກກໍາລັງການເບົາໆ.

5. ອອກກໍາລັງກາຍສູ້

ໃຜຄິດວ່າຍິ່ງອອກກໍາລັງກາຍຍິ່ງເມື່ອຍແມ່ນຄິດໃໝ່ໄດ້ເລີຍ, ການອອກກໍາລັງກາຍເພື່ອໃຫ້ຮ່າງກາຍແຂງແຮງຈະໄປກະຕຸ້ນເລັ່ງຮໍໂມນຄວາມສຸກ (Oxytocin) ຂອງເຮົາ ແລະ ສົ່ງຜົນໃຫ້ເຮົາມີແຮງຫຼາຍຂຶ້ນແລ້ວຍັງສົດໃສອີກດ້ວຍ.

ຫາກໝູ່ເພື່ອນຄົນໃດລອງທຸກວິທີແລ້ວກໍຍັງຮູ້ສຶກເມື່ອຍ, ມ່ວນແນະນໍາໃຫ້ໄປກວດສຸຂະພາບກັບແພດຜູ້ຊ່ຽວຊານເດີ. ຢ່າເສຍດາຍເງິນທີ່ຈ່າຍໄປເພື່ອຮັກສາຮ່າງກາຍຕົວເອງ, ອະນາຄົດໝູ່ເພື່ອນຈະຂອບໃຈຕົວເອງທີ່ລົງທຶນແນ່ນອນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.