ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ
Muan RelationTips

Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ manifest ໃຫ້ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

ແບ່ງປັນ
“ຂ້ອຍກໍຢາກມີສິ່ງດີໆ ເຂົ້າມາໃນຊິວິດຄືຄົນອື່ນແດ່ນະ”

ໃນບາງຄັ້ງເຈົ້າຄົງຈະຮູ້ສຶກວ່າ ອີ່ຫຍັງກະະເກີດຂຶ້ນແຕ່ກັບເຈົ້າ (ເລື່ອງທີ່ເຮັດໃຫ້ຮູ້ສຶກບໍ່ດີ), ເຫັນໝູ່ເພື່ອນຄືມາໂຊກດີແທ້ ແລະ ໄດ້ຮັບໂອກາດດີໆຕະຫຼອດ. ມັນເປັນຍ້ອນຫຍັງ? ທັງໆທີ່ເຈົ້າກໍບໍ່ເຄີຍທີ່ຈະປິດໂອກາດດີໆໃດໆເລີຍ.

ມ່ວນຈະຊວນທຸກຄົນມາຮູ້ຈັກ “Lucky Syndrome Theory ຫຼື ທິດສະດີ ຂ້ອຍຄືຜູ້ໂຊກດີ” ປະໂຫຍກນີ້ກຳລັງແຜ່ຫຼາຍໃນຊາວ TikToker ຕ່າງປະເທດທີ່ໄດ້ຍົກທິດສະດີນີ້ຂຶ້ນມາເພື່ອທົດລອງເຮັດໃຫ້ຊ່ວຍດືງດູດສິ່ງດີໆເຂົ້າມາໃນຊີວິດເພື່ອຫວັງໃຫ້ໄດ້ຕາມທີ່ຕົນປາຖະໜາ.

ທິດສະດີ ເຈົ້າຄືຜູ້ໂຊກດີ ແມ່ນເປັນການຈັດລະບົບຄວາມຄິດ (Mindset) ທີ່ຫຼາຍຄົນເຊື່ອວ່າຕົວເອງນັ້ນມີເລື່ອງໃຫ້ໂຊກດີຢູ່ສະເໝີ ແລະ ສິ່ງດີໆຈະເກີດຂຶ້ນກັບຊີວິດຂອງເຂົາເຈົ້າໂດຍທຳມະຊາດ. ສິ່ງທີ່ຈະເຮັດໃຫ້ເຈົ້າຄືຜູ້ໂຊກດີມັນໄດ້ລວມໄປເຖິງການສະແດງອອກ (manifestation) ແລະ ກົດແຫ່ງການດຶງດູດ (Law of Attraction).

ວິທີກາຍເປັນ Lucky Syndrome

ສ້າງຄວາມເຊື່ອວ່າເຈົ້າຄືຜູ້ໂຊກດີ

ໃຫ້ບອກກັບຕົວເອງວ່າ “ຂ້ອຍເປັນຄົນໂຊກດີທີ່ສຸດ, ສິ່ງດີໆຈະເກີດຂື້ນກັບຂ້ອຍສະເໝີ” ບໍ່ວ່າເຈົ້າຈະເປັນໃຜ, ເຮັດຫຍັງຢູ່ ຫຼື ຢູ່ໃນສະຖານະການໃດໃຫ້ບອກແບບນີ້ກັບຕົວເຈົ້າເອງສະເໝີ.

ຄິດຮອດແຕ່ສິ່ງດີໆທີ່ກຳລັງເຮັດຢູ່ ຫຼື ສິ່ງດີໆທີ່ຢາກໃຫ້ເກີດຂຶ້ນ

ຈົດບັນທຶກສິ່ງທີ່ເຮັດໃຫ້ເຈົ້າຮູ້ສຶກໂຊກດີເຊັ່ນ: ໂຊກດີ, ມື້ນີ້ຝົນບໍ່ຕົກຕອນຂ້ອຍກັບບ້ານ ຫຼື ຈິນຕະນາການສິ່ງທີ່ເຈົ້າຢາກໃຫ້ເກີດຂຶ້ນໃນຊີວິດ ບໍ່ວ່າຈະເປັນເລື່ອງສ່ວນຕົວ, ຄວາມຮັກ ຫຼື ການເຮັດວຽກ.

ແບ່ງປັນໃຫ້ຄົນອື່ນ

Lucky Syndrome ສາມາດແບ່ງປັນແຮງບັນດານໃຈໃຫ້ຄົນອ້ອມຂ້າງໄດ້ບໍ່ພຽງແຕ່ຕົວເຈົ້າເອງ, ລອງຊວນຄົນອື່ນໃຫ້ຄິດແບບນີ້ດ້ວຍກັນກັບປະໂຫຍກ “ພວກເຮົາໂຊກດີແນ່ນອນ, ຖ້າເຮັດວຽກຮ່ວມກັນ ແລະ ມັນຈະປະສົບຜົນສຳເລັດ.”

Lucky Syndrome ກໍຄືການປັບທັດສະນະຄະຕິ ແລະ ເປັນການສ້າງຄວາມຄິດທີ່ວ່າ “ຂ້ອຍໂຊກດີ” ແລະ ນຳໃຊ້ມັນໃນທຸກດ້ານຂອງຊີວິດບໍ່ວ່າຈະເປັນໃຜກໍຕ້ອງການໃຫ້ເກີດເລື່ອງດີໆກັບຕົວເອງທັງນັ້ນ. ມັນຍັງເນັ້ນໃຫ້ເຮົາມີຄວາມຫວັງ, ກ້າລົງມື ແລະ ເບິ່ງໂລກໃນແງ່ບວກ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.