ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ.
Inadequacy behaviors ແມ່ນເປັນຄວາມຮູ້ສຶກຂາດໃນບາງຄັ້ງ, ມັນເຮັດໃຫ້ເຈົ້າອາດຈະເປັນຄົນອາລົມຮ້າຍໂດຍບໍ່ຮູ້ຕົວ ແລະ ເຮັດຕົວ Toxic ໃສ່ຄົນອ້ອມຂ້າງ, ຍ້ອນຄວາມກັງວົນໃຈທີ່ມັກປຽບທຽບຕົວເອງກັບຄົນອື່ນຈົນເກີດເປັນອາການວິຕົກກັງວົນ, ຄິດວ່າຕົວເອງບໍ່ດີພໍ, ຂາດຄວາມໝັ້ນໃຈ ແລະ ໝົດກຳລັງໃຈ. ຄວາມທຸກທໍລະມານຈາກການທີ່ມັກປຽບທຽບຕົວເອງກັບຄົນອື່ນເກີດຂຶ້ນຈາກຄວາມຮູ້ສຶກວ່າຕົວເອງບໍ່ພຽງພໍ ຫຼື ບໍ່ດີພໍເມື່ອເຫັນຜູ້ອື່ນໄດ້ຮັບຄວາມສຳເລັດ ຫຼື ມີໃນສິ່ງທີ່ຕົວເອງບໍ່ມີ.
ໃນປັດຈຸບັນສິ່ງນີ້ມັກຈະເກີດຂຶ້ນໃນໂລກທີ່ເຕັມໄປດ້ວຍສື່ສັງຄົມອອນລາຍທີ່ຄົນມັກຈະເອົາແຕ່ສິ່ງດີໆຂອງຕົນອອກມາໂຊວ໌ ເຮັດໃຫ້ຄົນທີ່ເບິ່ງເຫັນຮູ້ສຶກວ່າຕົວເອງບໍ່ດີພໍ ຫຼື ບໍ່ໄດ້ຮັບສິ່ງທີ່ດີເທົ່າຄົນອື່ນ. ການປຽບທຽບກັບຄົນອື່ນມັນມັກຈະເຮັດໃຫ້ເກີດຜົນກະທົບທາງລົບຫຼາຍຢ່າງຕໍ່ສຸຂະພາບຈິດ ແລະ ພວກເຮົາຄວນລະວັງຕົວແນວໃດບໍ່ໃຫ້ເກີດຂຶ້ນກັບຕົວເອງ.
- ຢ່າຫຼຸດຄຸນຄ່າໃນຕົວເອງ:
ເພາະການປຽບທຽບກັບຄົນອື່ນມັກຈະເຮັດໃຫ້ຮູ້ສຶກວ່າຕົວເອງບໍ່ມີຄຸນຄ່າພໍ ເຊິ່ງສາມາດນຳໄປສູ່ຄວາມຜິດຫວັງ ແລະ ຄວາມຮູ້ສຶກອັບອາຍວ່າເປັນຫຍັງຕົວເອງບໍ່ສາມາດເຮັດໃຫ້ປະສົບຄວາມສຳເລັດ. ລອງຍ້ອງຍໍກັບຜົນສຳເລັດຂອງຕົວເອງເຖິງຈະແມ່ນເປັນສິ່ງທີ່ເລັກນ້ອຍກໍຕາມ, ເພາະການເຮັດຫຍັງໄດ້ດີບໍ່ວ່າຈະເປັນເລື່ອງໃດ “ເຈົ້າເປັນຄົນເກັ່ງທີ່ສຸດແລ້ວ”.
- ຕັ້ງເປົ້າໝາຍ ແລະ ສ້າງກຳລັງໃຈ:
ການມີເປົ້າໝາຍ ແລະ ມີແຜນການ, ຈະເຮັດໃຫ້ເຮົາຮູ້ວ່າຕ້ອງເລີ່ມເຮັດຫຍັງກ່ອນ, ເລີ່ມວາງແຜນການແຕ່ລະຂັ້ນຕອນຢ່າງລະອຽດ ເພາະມັນຈະເຮັດໃຫ້ເຫັນປາຍທາງ ແລະ ມີຄວາມຫວັງໃນການດຳເນີນຕໍ່ໄປໃນຊີວິດເພື່ອພັດທະນາຕົວເອງຕໍ່ໄປ. ກຳລັງໃຈເປັນສິ່ງທີ່ດີຄວນຢູ່ກັບສັງຄົມທີ່ເປີດກວ້າງທາງດ້ານຄວາມຄິດສ້າງສັນໃນເຊີງບວກຈະເຮັດໃຫ້ເຈົ້າສະບາຍໃຈ ແລະ ມີພະລັງງານດ້ານບວກຫຼາຍຂຶ້ນ.
- ຢ່າກົດດັນຕົວເອງ:
ຜູ້ທີ່ປຽບທຽບຕົນເອງກັບຄົນອື່ນມັກຮູ້ສຶກເຄັ່ງຄຽດ ແລະ ວິຕົກກັງວົນ, ເພາະຢາກແຂ່ງຂັນໃຫ້ຕົວເອງດີຂຶ້ນເພື່ອປັບປຸງໃຫ້ເກັ່ງ ແລະ ທັນຄົນອື່ນ. ແຕ່ບາງເທື່ອການແຂ່ງຂັນນີ້ເຮັດໃຫ້ເຈົ້າກົດດັນຕົວເອງຫຼາຍເກີນໄປ, ຈົນເປັນເຈົ້າເອງທີ່ຮູ້ສຶກວ່າກຳລັງຈະແພ້. ສະນັ້ນ ເຈົ້າຄວນໃຫ້ເວລາຕົວເອງໃນການເຝິກຝົນພັດທະນາ, ຢ່າຟ້າວກົດດັນວ່າຕົວເອງບໍ່ເກັ່ງ ເພາະຄົນເຮົາຕ້ອງມີເວລາໃນການເດີນທາງຫາປະສົບການ ຫຼື ການປະສົບຜົນສຳເລັດອາດຈະມາຊ້າ ຫຼື ໄວບໍ່ເທົ່າກັນຢູ່ແລ້ວ.
4. ຢຸດປຽບທຽບກັບຄົນອື່ນ:
ການມີຄວາມຄາດຫວັງສູງເປັນສິ່ງທີ່ດີ ເພາະເຮັດໃຫ້ເຈົ້າມີໄຟທີ່ຈະເຮັດຫຍັງຕໍ່, ແຕ່ການທີ່ເຈົ້າແບກຮັບຄວາມກົດດັນຈາກສັງຄົມມານັ້ນເປັນສິ່ງທີ່ຈະເຮັດໃຫ້ເຈົ້າໜັກເກີນໄປ, ຢຸດຮັບຄວາມຄິດເຫັນທີ່ຈະເຮັດໃຫ້ເຈົ້າທ້ໍໃຈ ແລະ ຢຸດການປຽບທຽບຕົວເອງກັບຄົນອື່ນ, ໃຫ້ແນມຫາວ່າເຈົ້າມັກຫຍັງ ແລະ ຢາກເຮັດຫຍັງແທ້ໆເພື່ອຫາແນວທາງຂອງເຈົ້າເອງ, ທັງຄວາມສຸກ, ການໃຊ້ຊີວິດ ແລະ ການປະສົບຜົນສຳເລັດໃນຮູບແບບຂອງເຈົ້າເອງ.
ໂດຍ: ທີມບັນນາທິການ Muan