ເມື່ອມີຮັກທີ່ດີແລ້ວຄວນຈະຕ້ອງຮັກສາໄວ້ໃຫ້ດີທີ່ສຸດ, ເພາະນີ້ຄືສິ່ງທີ່ມີຄ່າອີກສິ່ງໜຶ່ງທີ່ບໍ່ຮູ້ວ່າຈະຫາໄດ້ຢູ່ໃສອີກ. ແຕ່ການຮັກສາຄວາມສຳພັນນັ້ນກໍຍາກຄືກັນ, ເພາະນອກຈາກຮັກແລ້ວມັນຍັງມີປັດໄຈອີກຕັ້ງຫຼາຍຢ່າງທີ່ເຮັດໃຫ້ບໍ່ໄດ້ໃສ່ໃຈ ແລະ ດູແລກັນເລີຍ.
ແລ້ວຮັກນີ້ຈະໄປກັນລອດບໍ່? ຕ້ອງເຮັດແນວໃດບໍ່ໃຫ້ຮັກນີ້ຈືດຈາງ ແລະ ຄວາມຮັກຍັງຄົງຫວານຄືເກົ່າ ຫຼື ຢາກໃຫ້ມັນຫວານຂຶ້ນອີກ, ມ່ວນມີວິທີດີໆ ແລະ ເຮັດໄດ້ງ່າຍໆມາແນະນຳໃຫ້ທຸກຄົນລອງນຳໄປປັບໃຊ້ໃນຄວາມຮັກກັບ 5 ວິທີເພີ່ມຄວາມຫວານໃຫ້ຄວາມສຳພັນ.
1. ໃສ່ໃຈກັບລາຍລະອຽດນ້ອຍໆ
ຈື່ເລື່ອງເລັກໆນ້ອຍໆເຊັ່ນ: ສິ່ງທີ່ມັກ ຫຼື ບໍ່ມັກ. ມັນຈະເຮັດໃຫ້ລາວຮູ້ສຶກວ່າໄດ້ຮັບຄວາມສົນໃຈ ແລະ ເປັນຫ່ວງເປັນໄຍ.
2. ເຮັດເຊີໄພ້ເພື່ອສ້າງຄວາມຕຶ່ນເຕັ້ນ
ເຈົ້າສາມາດເຮັດໄດ້ໂດຍບໍ່ຈໍາເປັນຕ້ອງລໍຖ້າໂອກາດພິເສດ, ໃຫ້ເລີ່ມຈາກສິ່ງນ້ອຍໆເຊັ່ນ: ການສົ່ງຂໍ້ຄວາມທີ່ໜ້າຮັກຫວານໆ ຫຼື ມອບຂອງຂວັນທີ່ສາມາດຊ່ວຍເພີ່ມຄວາມຫວານໃນຄວາມສຳພັນ.
3. ໃຊ້ເວລາຮ່ວມກັນໃຫ້ຫຼາຍຂຶ້ນ
ການທີ່ເຈົ້າຫາໂອກາດເພື່ອສ້າງເວລາພິເສດ, ເພື່ອໃຊ້ເວລາຮ່ວມກັນໂດຍບໍ່ມີການຖືກລົບກວນຈາກຄົນອຶ່ນ. ອາດຈະຊວນລາວໄປທ່ຽວ, ເບິ່ງໜັງ, ກິນເຂົ້າ ຫຼື ກິດຈະກຳທີ່ເຈົ້າກັບລາວສົນໃຈເຮັດຮ່ວມກັນ.
4. ຮັບຟັງ ແລະ ເຂົ້າໃຈ
ການຟັງ ແລະ ເຂົ້າໃຈຄວາມຮູ້ສຶກຂອງລາວເປັນສິ່ງສໍາຄັນທີ່ຈະເຮັດໃຫ້ຄວາມສຳພັນເຂັ້ມແຮງຂຶ້ນ, ໃຫ້ຢູ່ຂ້າງໆ ແລະ ສະໜັບສະໜູນລາວດ້ວຍຄວາມຈິງໃຈ
5. ສະແດງຄວາມຮັກດ້ວຍການກະທຳ
ບາງຄັ້ງພຽງແຕ່ແຊັດນຳກັນ ຫຼື ບອກຮັກກັນມັນກໍບໍ່ພຽງພໍ, ເຈົ້າຄວນສະແດງຄວາມຮັກດ້ວຍການກອດ, ຈັບມື, ຫຼື ເຮັດສິ່ງເລັກໆນ້ອຍໆເຊັ່ນ: ການແຕ່ງອາຫານ ຫຼື ການຊ່ວຍວຽກເລັກໆນ້ອຍໆທີ່ຈະສະແດງເຖິງຄວາມໃສ່ໃຈທີ່ພ້ອມຈະຊ່ວຍເຫຼືອມັນຈະເຮັດໃຫ້ລາວຮູ້ສຶກວ່າຮັກນີ້ອົບອຸ່ນ ແລະ ສະບາຍໃຈ.
ການມີຄວາມຮັກນັ້ນມັນກໍຈະມີຫວານ ແລະ ຂົມປົນກັນໄປ, ແຕ່ມ່ວນກໍຢາກໃຫ້ທຸກຄົນໃຊ້ທຸກເວລາກັບຄົນທີ່ຮັກໃຫ້ມີຄວາມສຸກເດີ, ເພາະການມີຄົນຂ້າງກາຍທີ່ພ້ອມຈະດູແລກັນ ແລະ ສົ່ງເສີມກັນໃຫ້ດີຍິ່ງຂຶ້ນໄປໃນທຸກດ້ານນັ້ນມັນດີທີ່ສຸດແລ້ວ