ຖ້າເວົ້າເຖິງຊາຍໜຸ່ມທີ່ມາພ້ອມກັບຮອຍຍິ້ມທີ່ເປັນເອກະລັກ ແລະ ຄວາມໝັ້ນໃຈທີ່ເຕັມປ່ຽມ ເຊື່ອວ່າຫຼາຍຄົນທີ່ຕິດຕາມວົງການປະກວດອາດຈະຄຸ້ນໜ້າຄຸ້ນຕາລາວຄົນນີ້ເປັນຢ່າງດີ. ທາເຄຊິ – ພັດທະພົງ ຫລວງໂຄດ ຊາຍໜຸ່ມໄວ 20 ປີ ຈາກນະຄອນຫຼວງວຽງຈັນ ທີ່ປີນີ້ຂໍກ້າວຂຶ້ນມາຮັບບົດບາດໃໝ່ອັນຍິ່ງໃຫຍ່ ໃນການເປັນຕົວແທນໃຫ້ກັບ ແຂວງໄຊສົມບູນ ເພື່ອພິສູດຕົວເອງອີກຄັ້ງເທິງເວທີລະດັບປະເທດ. ຈາກອະດີດຜູ້ເຂົ້າຮອບ Top 10 Mister Teen Laos 2025...
ໃນອຸດສາຫະກຳຄວາມງາມ ແລະ ການປະກວດຂອງລາວ ການຈະກ້າວຂຶ້ນມາເປັນຜູ້ບໍລິຫານຈັດການເວທີລະດັບປະເທດ ບໍ່ແມ່ນເລື່ອງທີ່ໃຜກໍສາມາດເຮັດໄດ້ງ່າຍໆ. ແຕ່ສຳລັບ “ເບຍ – ພຸດຖາວອນ ອິນທະວົງ” ຊາຍໜຸ່ມຜູ້ມີຈຸດເລີ່ມຕົ້ນຈາກການຈັບແປງແຕ່ງໜ້າ, ຄວາມຫຼົງໄຫຼໃນສິລະປະ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຳມະຊາດຂອງຜູ້ເຂົ້າປະກວດ ໄດ້ກາຍເປັນໃບເບີກທາງສຳຄັນທີ່ພາລາວກ້າວຂ້າມຂີດຈຳກັດຂອງຕົນເອງ. ມື້ນີ້ Muan ຈະພາທຸກຄົນໄປເຈາະເລິກທຸກແງ່ມຸມ, ທຸກຄວາມຮູ້ສຶກ ແລະ ທຸກບາດກ້າວທີ່ເຕັມໄປດ້ວຍຄວາມທ້າທາຍ ຂອງຊ່າງແຕ່ງໜ້າຄິວທອງ ທີ່ມື້ນີ້ໄດ້ກາຍມາເປັນຜູ້ກຳນົດທິດທາງ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.