ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ Rock ທີ່ປະສົມປະສານກັບໂທນສຽງທີ່ເຕັມໄປດ້ວຍອາລົມ ເຮັດໃຫ້ເປັນບົດເພງທີ່ເນັ້ນຢໍ້າຄວາມຮູ້ສຶກຂອງການຖືກຖິ້ມ ແລະ ຍັງຮູ້ສຶກວ່າເລື່ອງລາວເກົ່າໆຍັງຄົງຫຼອກຫຼອນຢູ່ໃນໃຈ ຖ້າໃຜທີ່ເຄີຍມີປະສົບການຜິດຫວັງຄວາມຮັກມາຟັງຕ່າງກໍຕ້ອງມີນ້ຳຕາແນ່ນອນ ເນື້ອເພງເລົ່າເຖິງຄວາມເຈັບປວດຢ່າງກົງໄປກົງມາຂອງການຖືກຄົນຮັກຖິ້ມແລ້ວໄປກັບຄົນໃໝ່, ຖືກປ່ອຍໃຫ້ຕົວເອງຕ້ອງຈົມຢູ່ກັບເລື່ອງລາວເກົ່າໆ ຍິ່ງພະຍາຍາມຈະມູບອອນ ກໍຍິ່ງຈົມແລະຍິ່ງເພີ່ມທະວີຄວາມເຈັບຊ້ຳຂຶ້ນທຸກຄັ້ງທີ່ຫວນຄິດເຖິງເລື່ອງລາວເກົ່າໆ, ເຮັດໃຫ້ບົດນີ້ເປັນເໝືອນການລະບາຍຄວາມເຈັບປວດທີ່ຢູ່ໃນໃຈຂອງຄົນທີ່ຍັງບໍ່ລືມຄົນເກົ່າ...
ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.
ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.
Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ ອັງກິດ ໄດ້ຢ່າງລົງໂຕ.
ເຖິງຈະຜ່ານວັນ Halloween ມາແລ້ວ, ແຕ່ມ່ວນກໍຢາກມາເກັບຕົກສິ່ງທີ່ເກີດຂຶ້ນ ພ້ອມມາເລົ່າໃຫ້ທຸກຄົນຟັງກັບຜົນງານເພງໃໝ່ຂອງ Clozer ທີ່ມີຊື່ວ່າ: “ຫຼອກ PEEK A BOO”. ໃນຕອນທຳອິດທີ່ ມ່ວນ ໄດ້ຍິນຊື່ເພງນີ້ ກໍນຶກວ່າຕ້ອງເປັນເພງທີ່ຊວນ ຫຼອນ-ລະທຶກຂວັນ ກັນແນ່ນອນ ແຕ່ປະກົດວ່າ ບໍ່ເປັນຕາຢ້ານຢ່າງທີ່ຄິດ ແລະ ພວກເຮົານັ້ນໄດ້ຖືກເຊີໄພ້ (Surprise) ຈາກ...
WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.
ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ ກິນໃຈ, ບວກກັບສຽງປະສານທີ່ຊົງພະລັງ, ທີ່ຈະພາໃຫ້ຜູ້ຟັງທຸກຄົນໄດ້ຄິດຮອດຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ ແຕ່ຍັງຄົງງົດງາມແລະຝັງຢູ່ໃນຄວາມຊົງຈຳຕະຫຼອດໄປ ເຫຼືອໄວ້ແຕ່ຄວາມຄິດຮອດຄິດເຖິງແກ່ຜູ້ທີ່ຍັງຢູ່ຕໍ່. ເນື້ອໃນຂອງເພງນີ້ແມ່ນເວົ້າເຖິງ ການໃຊ້ຊີວິດໃນປັດຈຸບັນ ຂອງຄົນທີ່ຍັງຄິດຮອດ ຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ, ມັນບໍ່ແມ່ນການຈົມປັກກັບຄວາມທຸກຈົນກ້າວໄປໜ້າບໍ່ໄດ້, ແຕ່ເນັ້ນເຖິງ...
ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.
ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ Fruity Lao Jazzanova. ຜົນງານເພງຂອງລາວຍັງຄົງກິ່ນອາຍຂອງຄວາມເປັນ JUST” ທີ່ຟັງງ່າຍໆ ສະບາຍໆ ແບບ R&B ປະສົມຄວາມເປັນ Jazz...