ເຈັບສຸດຄືແຟນເກົ່າບໍ່ໄດ້ເຊີນໄປຜູກແຂນງານດອງເຂົາ ຟັງ ອວຍພອນຍ້ອນຈຳເປັນ – Youd Salavan ft Lee Salavan

ຖ້າເຮົາເປັນຄົນໜຶ່ງທີ່ຍັງຮູ້ສຶກຮັກຢູ່ ແລ້ວບັງເອີນມາເຈິສິ່ງທີ່ຄົນຮັກເກົ່າມາເຮັດໃຫ້ຮູ້ສຶກບໍ່ດີຈົນໃຈແຕກສະຫຼາຍແບບຊ້ຳໃຈກັນສຸດໆຈະເປັນແນວໃດ? ມ່ວນຊວນຟັງ ຄິດວ່າມັນຄົງຈະເປັນຄືກັນກັບຄົນໃນເພງ ອວຍພອນຍ້ອນຈຳເປັນ ຂອງ Youd Salavan ft. Lee Salavan ນີ້ແຫຼະ.
ກ່ອນອື່ນເລີຍ, ຢາກໃຫ້ທຸກຄົນລອງຈິນຕະນາການເບິ່ງວ່າ ຕອນທີ່ເຮົາກຳລັງເລິກວຽກມາເມື່ອຍໆ ຄິດວ່າຈະນອນພັກໃຫ້ສະບາຍໃຈ ແຕ່ຜັດໄດ້ຍິນສຽງໝໍລຳງານດອງດັງແວ່ວມາຈາກແຖວບ້ານ ເລີຍຍ່າງອອກໄປເບິ່ງດ້ວຍຄວາມຢາກຮູ້ຢາກເຫັນ.
ເຫດການນັ້ນເຮັດໃຫ້ຕ້ອງຮູ້ສຶກຊັອກ ເມື່ອເຫັນວ່າເຈົ້າສາວໃນງານແມ່ນແຟນເກົ່າຂອງໂຕເອງທີ່ຫາກໍເລີກລາກັນໄປ ຖືວ່າເປັນເລື່ອງບັງເອີນທີ່ໃຜກໍບໍ່ຢາກເຈິເລີຍທຸກຄົນ ການທີ່ຍ່າງໄປເຈິຂະບວນຂັນໝາກທີ່ກຳລັງຈະໄປສູ່ຂໍຄົນທີ່ເຮົາຍັງຮັກນັ້ນວ່າເຈັບແລ້ວ ແຕ່ເຂົາບໍ່ນຶກເຖິງເຮົາເລີຍນີ້ຕີ້ເຈັບກວ່າ.
ແລ້ວພໍແຕ່ຍ່າງເຂົ້າໄປເບິ່ງໜ້າເຈົ້າສາວແບບຊັດໆເທົ່ານັ້ນແຫຼະ ກໍເຖິງກັບໝົດແຮງ ແຂນຂາລ່ອຍຈົນຢືນບ່ໍໄຫວ ທີ່ເສຍໃຈສຸດໆເລີຍຄືເຂົາບໍ່ໄດ້ເຊີນເຮົາເລີຍ ແຕ່ເຮົາຜັດສະເໜີໜ້າຍ່າງໄປເຈິພາບບາດຕາບາດໃຈດ້ວຍໂຕເອງ.
ມັນກໍຮູ້ສຶກທັງອາຍ, ທັງເຈັບ ແຕ່ກໍເຮັດຫຍັງບໍ່ໄດ້ນອກຈາກຢືນງົງ ແລ້ວຝືນຍິ້ມເຮັດຄືບ່ໍມີຫຍັງເກີດຂຶ້ນ ລາວເລີຍຕ້ອງອົດກັ້ນຄວາມເຈັບປວດ ຍ່າງເຂົ້າໄປຜູກແຂນອວຍພອນໃຫ້ແຟນເກົ່າ ມີຄວາມສຸກກັບຄູ່ຊີວິດ ຮັກກັນດົນໆ ຢ່າຖິ້ມຢ່າປ່ອຍກັນ. ພໍເວົ້າຄຳອວຍພອນສັ້ນໆທີ່ຕ້ອງຝືນທົນເວົ້າອອກໄປຈົບ ເຂົາກໍຮີບຂໍໂຕຍ່າງອອກຈາກງານ ແລ້ວກັບໄປນອນໄຫ້ສະອື້ນຢູ່ຄົນດຽວໃນຫ້ອງ.