ຮັກທີ່ເຈັບທີ່ສຸດ ຄືການຖ້າຄົນທີ່ບໍ່ຫວນກັບມາ ຟັງ “ຈົມປັກ” ຈາກ BLACK EYES

ແບ່ງປັນ

ຮັກທີ່ເຈັບທີ່ສຸດ ຄືການຖ້າຄົນທີ່ບໍ່ຫວນກັບມາ ຟັງ “ຈົມປັກ” ຈາກ BLACK EYES

10 August 2026● 58

ເຄີຍເປັນບໍ່… ທັງໆທີ່ຫ່າງກັນໄປດົນແລ້ວ ແຕ່ເປັນຫຍັງເຮົາຄືຍັງຢູ່ທີ່ເກົ່າ?

ນີ້ຄືສິ່ງທີ່ວົງ BLACK EYES ຢາກເລົ່າໃຫ້ເຮົາຟັງໃນເພງ “ຈົມປັກ” ຂອງພວກເຂົາ. ໃນເລື່ອງຂອງຄວາມຮັກ ມັນກໍຈະມີທັງຄົນທີ່ຕັດໃຈໄດ້ໄວ ແລະ ຄົນທີ່ບໍ່ສາມາດອອກຈາກວັງວົນນັ້ນໄດ້.

ຈິດໃຈເຂົາຄົງເຂັ້ມແຂງດີ ເພາະສາມາດກ້າວໄປທາງໜ້າໄດ້ ແລ້ວເລີ່ມຕົ້ນຊີວິດໃໝ່ ແລະ ມີຄວາມສຸກໄປຮຽບຮ້ອຍແລ້ວ ແຕ່ເຮົາກັບຍັງຕິດຢູ່ໃນອະດີດ ບໍ່ສາມາດກ້າວຂ້າມຄວາມເຈັບປວດນັ້ນໄປໄດ້ເລີຍ, ເມື່ອໃດທີ່ຫຼັບຕາພາບຄວາມຊົງຈຳເກົ່າໆ ກໍຍັງຕາມມາຫຼອກຫຼອນຢູ່ຕະຫຼອດ.

ເນື້ອຫາຂອງເພງນີ້ມັນແທງໃຈກັນສຸດໆ ແລະ ໄດ້ເລົ່າເຖິງຄວາມຈິງອັນເຈັບປວດຂອງການນັ່ງຖ້າຄົນທີ່ຮັກທຸກໆມື້ ຫວັງໃຫ້ເຂົາເຈົ້າກັບຄືນມາ ທັງໆທີ່ຮູ້ດົນແລ້ວວ່າເຂົາເຈົ້າບໍ່ມີວັນກັບມາອີກ. 

ເຖິງວ່າເວລາຈະຜ່ານໄປດົນປານໃດ ຄວາມຮູ້ສຶກທີ່ຍັງຄ້າງຄາກໍຍັງເຮັດໃຫ້ຄົນທີ່ຖືກຖິ້ມໄວ້ທາງຫຼັງຕ້ອງຮັບມືກັບຄວາມຄວາມໂດດດ່ຽວຢູ່ຄົນດຽວ. ມັນຄືການປຽບທຽບໃຫ້ເຫັນຄວາມແຕກຕ່າງຢ່າງຊັດເຈນ ລະຫວ່າງຄົນທີ່ຫຼຸດພົ້ນອອກໄປໄດ້ ແລ້ວກັບຄົນທີ່ຍັງຍຶດຕິດຢູ່ໃນມຸມມອງຄວາມຮັກທີ່ແສນເສົ້ານີ້.

ມ່ວນຊວນຟັງ ຢາກແອບບອກວ່າ BLACK EYES ຍັງຄົງເອກະລັກດົນຕີແນວຣັອກ (Rock) ແລະ ສົ່ງຕໍ່ແງ່ມຸມຄວາມຮັກໄວ້ໄດ້ໜ້າປະທັບໃຈຕາມສະບັບລາຍເສັ້ນຂອງພວກເຂົາໄວ້ແບບຊັດເຈນຄືເກົ່າເລີຍ. 

ອ່ານຕື່ມ:  ເຄີຍແອັບຮັກໃຜແລ້ວບໍ່ກ້າບອກບໍ? ຊວນຫວນກັບໄປຟັງເພງຈາກປີ 2018 "ຮັກແຕ່ບໍ່ກ້າບອກ" ເວີຊັ່ນ Yes Bands

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.