ຝາກຄວາມຄິດຮອດ ເຖິງຄົນເທິງຟ້າ ເພງແທນໃຈຄົນທີ່ຕິດຢູ່ກັບ “ຄວາມຈຳ” ໂດຍ PINGO

ແບ່ງປັນ

ຝາກຄວາມຄິດຮອດ ເຖິງຄົນເທິງຟ້າ ເພງແທນໃຈຄົນທີ່ຕິດຢູ່ກັບ “ຄວາມຈຳ” ໂດຍ PINGO

11 August 2026 8
AI Summarized

Key Takeaways:

  • ບາງເທື່ອການທີ່ຄົນເຮົາເລີກກັນ ມັນບໍ່ໄດ້ໝາຍຄວາມວ່າຄວາມຊົງຈຳທຸກຢ່າງຈະຫາຍໄປເລີຍແມ່ນບໍ່ທຸກຄົນ. ເພງ "ຄວາມຈຳ" ຂອງ PINGO ຖືວ່າໄດ້ເຂົ້າມາສະກິດໃຈຄົນຟັງທີ່ເຮັດໃຫ້ຮູ້ສຶກເຈັບທີ່ສຸດເລີຍສຳລັບຄົນທີ່ໄດ້ສູນເສຍຄົນຮັກໄປ.
  • ຈາກເປັນວ່າເຈັບແລ້ວ ແຕ່ການຫາຍໄປຈາກຊີວິດກັນ ມັນໂຄດທໍລະມານເລີຍ, ມັນເປັນຄວາມເສົ້າທີ່ບໍ່ສາມາດອະທິບາຍອອກມາບໍ່ໄດ້ທັງໝົດ.
  • ໃນເອັມວີເພງ "ຄວາມຈຳ" PINGO ໄດ້ເລົ່າຄວາມຮູ້ສຶກດ້ວຍໂທນສຽງເສົ້າໆ ເຮັດໃຫ້ເຮົາຮູ້ຊຶ້ງເຖິງອາລົມຄວາມຮູ້ສຶກທີ່ມີແຕ່ຄວາມຄິດຮອດທີ່ອັດແໜ້ນໃນໃຈ.
  • ທັງໆທີ່ເລື່ອງລາວກໍຈົບໄປແລ້ວ ແຕ່ພາບເກົ່າໆ, ຮ້ອຍຍິ້ມເກົ່າໆ ແລະ ທຸກເຫດການທີ່ເຄີຍຜ່ານມານຳກັນ ມັນຍັງຄົງຊັດເຈນຢູ່ໃນຫົວ ບໍ່ເຄີຍເລືອນຫາຍໄປໃສເລີຍ.
  • ຫົວໃຈຂອງເຮົາເອງກັບຍັງຕິດຢູ່ໃນອະດີດ, ຍັງກອດຄວາມຊົງຈຳເຫຼົ່ານັ້ນໄວ້ ແລະ ບໍ່ຍອມປ່ອຍວາງໄປຕາມເວລາຈັກເທື່ອ.

ບາງເທື່ອການທີ່ຄົນເຮົາເລີກກັນ ມັນບໍ່ໄດ້ໝາຍຄວາມວ່າຄວາມຊົງຈຳທຸກຢ່າງຈະຫາຍໄປເລີຍແມ່ນບໍ່ທຸກຄົນ. ເພງ “ຄວາມຈຳ” ຂອງ PINGO ຖືວ່າໄດ້ເຂົ້າມາສະກິດໃຈຄົນຟັງທີ່ເຮັດໃຫ້ຮູ້ສຶກເຈັບທີ່ສຸດເລີຍສຳລັບຄົນທີ່ໄດ້ສູນເສຍຄົນຮັກໄປ.

ຈາກເປັນວ່າເຈັບແລ້ວ ແຕ່ການຫາຍໄປຈາກຊີວິດກັນ ມັນໂຄດທໍລະມານເລີຍ, ມັນເປັນຄວາມເສົ້າທີ່ບໍ່ສາມາດອະທິບາຍອອກມາບໍ່ໄດ້ທັງໝົດ. ມ່ວນຊວນຟັງ ເຂົ້າໃຈເລີຍ ໃຜທີ່ຍັງພະຍາຍາມລືມໃຜຈັກຄົນ ມັນເປັນສິ່ງທີ່ຍາກກວ່າທີ່ຄິດໄວ້ຫຼາຍ.

ໃນເອັມວີເພງ “ຄວາມຈຳ” PINGO ໄດ້ເລົ່າຄວາມຮູ້ສຶກດ້ວຍໂທນສຽງເສົ້າໆ ເຮັດໃຫ້ເຮົາຮູ້ຊຶ້ງເຖິງອາລົມຄວາມຮູ້ສຶກທີ່ມີແຕ່ຄວາມຄິດຮອດທີ່ອັດແໜ້ນໃນໃຈ ທັງໆທີ່ເລື່ອງລາວກໍຈົບໄປແລ້ວ ແຕ່ພາບເກົ່າໆ, ຮ້ອຍຍິ້ມເກົ່າໆ ແລະ ທຸກເຫດການທີ່ເຄີຍຜ່ານມານຳກັນ ມັນຍັງຄົງຊັດເຈນຢູ່ໃນຫົວ ບໍ່ເຄີຍເລືອນຫາຍໄປໃສເລີຍ.

ຫົວໃຈຂອງເຮົາເອງກັບຍັງຕິດຢູ່ໃນອະດີດ, ຍັງກອດຄວາມຊົງຈຳເຫຼົ່ານັ້ນໄວ້ ແລະ ບໍ່ຍອມປ່ອຍວາງໄປຕາມເວລາຈັກເທື່ອ.

ພາຍນອກອາດຈະເຮັດເປັນເກັ່ງ, ພະຍາຍາມຍິ້ມ, ພະຍາຍາມປົກປິດບາດແຜໃນໃຈ ແລະ ບອກກັບທຸກຄົນວ່າເຮົາໂອເຄແລ້ວ, ເຮົາກຳລັງກ້າວເດີນຕໍ່ໄປໄດ້ ແຕ່ຄວາມຈິງແລ້ວຢູ່ເລິກໆຂ້າງໃນມັນຍັງຄົງໂຫຍຫາຄົນເທິງຟ້າຢູ່ສະເໝີ.

ອ່ານຕື່ມ:  ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ "ເປັນໄປໄດ້ບໍ" ຈາກ Napha Yaganagi

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.