ຢູ່ຕໍ່ໜ້າແທ້ໆແຕ່ຖືກເບິ່ງຂ້າມ ເປັນໂຕສຳຮອງທີ່ບໍ່ມີໂຕຕົນ ຟັງ ຄົນນອກສາຍຕາ ຈາກ Atian Kounlavong

Key Takeaways:
- The song 'Kon Nok Sai Ta' by Atian Kounlavong conveys the feelings of unrequited love and being a second choice.
- The lyrics describe the pain of giving all your heart to someone, only to receive emptiness in return.
- The music video features Tan from CLOZER and Namthip MVIIZ, effectively portraying a relationship that doesn't work out.
- The music video's production, mood, and tone are praised for enhancing the emotional impact of the song.
- The song's narrative focuses on the pain of being invisible to the person you love, even when physically present, feeling like 'Kon Nok Sai Ta' (someone outside their view).
ມັນເຈັບທີ່ໄດ້ແຕ່ຄິດຄອບຄອງ ແຕ່ເປັນໄດ້ພຽງແຕ່ທີສອງໃນສາຍຕາ…
ອືມ ພໍເປີດດ້ວຍທ່ອນຮ້ອງແບບນີ້ມັນໂຄດເຈັບເລີຍທຸກຄົນ ເຊິ່ງມັນກໍມີຫຼາຍຄັ້ງທີ່ໂຕເຮົາເອງ ມັກເລືອກທຸ່ມເທຄວາມຮູ້ສຶກຂອງເຮົາໃຫ້ໃຜຈັກຄົນແບບໃຫ້ຫຼາຍຈົນສຸດຫົວໃຈ ແຕ່ຜົນທີ່ໄດ້ຮັບກັບມາມີພຽງຄວາມຫວ່າງເປົ່າ ໃນໃຈຕອນນັ້ນມັນຄົງໂຄດຈະວຸ່ນວາຍແບບບໍ່ມີທາງອອກເລີຍແມ່ນບໍ່?

ຄົນນອກສາຍຕາ ຈາກ Atian Kounlavong ເປັນເພງທີ່ຖ່າຍທອດອາລົມຄວາມຮູ້ສຶກຂອງຄົນແອບຮັກໄດ້ດີ ຫຼື ການເປັນໂຕສຳຮອງທີ່ຢູ່ນອກສາຍຕາເຂົາສະເໝີ. ເລີຍເປັນທີ່ມາຂອງຄວາມເຈັບປວດໃນຄວາມສຳພັນນີ້ ເອີ… ມັນກໍເຈັບຈີດໆເລີຍຫັນແຫຼະ.
ໃນສ່ວນຂອງເອັມວີກໍໄດ້ ແທນ ຈາກ CLOZER ແລະ ນ້ຳທິບ MVIIZ ມາຮ່ວມຖ່າຍທອດເລື່ອງລາວຄວາມສຳພັນທີ່ບໍ່ສົມຫວັງນີ້ນັ້ນເອງ ເຊິ່ງເວົ້າເຖິງການສະແດງກໍເຮັດໃຫ້ ມ່ວນຊວນຟັງ ຮູ້ສຶກອິນ ແລະ ເສົ້າໄປກັບພວກເຂົາເລີຍ, ຕ້ອງຂໍບອກວ່າໂປຣດັກຊັນເອັມວີນີ້ເຮັດໄດ້ດີແຮງ Mood & Tone ເຂົ້າກັນດີສຸດໆ.

ກັບມາທີ່ເລື່ອງເນື້ອຫາໃນເອັມວີກັນກ່ອນເນາະທຸກຄົນ, ເພງນີ້ໄດ້ເລົ່າເຖິງຄວາມສຳພັນແບບໝູ່ທີ່ອີກຄົນພັດຄິດໄປໄກເກີນໝູ່, ເປັນຄົນທີ່ບໍ່ມີຕົວຕົນໃນສາຍຕາຂອງອີກຄົນ ເຖິງວ່າຈະພະຍາຍາມຕັດໃຈເທົ່າໃດກໍຕ້ອງຝືນໃຈ ແລະ ທົນ ເພາະສິ່ງທີ່ສົ່ງໄປກໍບໍ່ເຄີຍເຖິງເຂົາເລີຍ.
ຄວາມເຈັບຈາກຈຸດນີ້, ບໍ່ແມ່ນການຖືກປະເສດຢ່າງກົງໄປກົງມາ ແຕ່ເປັນການທີ່ເຮົາມີຕົວຕົນຢູ່ໃນສາຍຕາ ເຂົາ ຂະໜາດຢູ່ຕໍ່ໜ້າແທ້ໆກໍຍັງຖືກເບິ່ງຂ້າມໄປຄືກັບວ່າເຮົາບໍ່ເຄີຍມີຢູ່ເລີຍ ເປັນອາກາດທາດໄປຊື່ໆເຮົາມັນກໍເປັນໄດ້ພຽງ ຄົນນອກສາຍຕາ ທີ່ບໍ່ມີຄວາມຫມາຍຫຍັງເລີຍໃນຫົວໃຈຂອງເຂົາ.