ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ມັກຈົ່ມຈຸກຈິກມັນບໍ່ດີໃດ ວິທີຄວບຄຸມອາລົມບໍ່ໃຫ້ເປັນຄົນຈູຈີ້ຈຸກຈິກ
Muan RelationTips

ມັກຈົ່ມຈຸກຈິກມັນບໍ່ດີໃດ ວິທີຄວບຄຸມອາລົມບໍ່ໃຫ້ເປັນຄົນຈູຈີ້ຈຸກຈິກ

ແບ່ງປັນ

ຫຼາຍຄົນກໍຄືຊິເຄີຍໄດ້ຍິນປະໂຫຍກທີ່ວ່າ ‘ເຂົາຮ້າຍເຂົາຈົ່ມ ເພາະເຂົາຮັກ’ ເຊິ່ງເປັນຄໍາເວົ້າທີ່ບໍ່ໄດ້ຜິດ ແຕ່ກໍບໍ່ໄດ້ຖືກສະເໝີໄປ, ການທີ່ເຮົາມັກຈົ່ມ ອາດເປັນເພາະເຮົານັ້ນໃສ່ໃຈ ແລະ ເປັນຫ່ວງເຂົາເຈົ້າໃນເລື່ອງຕ່າງໆ ບໍ່ວ່າຈະເລື່ອງເລັກນ້ອຍ ຫຼື ເລື່ອງໃຫຍ່, ແຕ່ອີ່ຫຍັງທີ່ມັນຫຼາຍເກີນໄປກໍບໍ່ດີຕໍ່ສຸຂະພາບຈິດເຂົາກັບເຮົາເອງໃດ.

ແລ້ວເຮົາຈະເຮັດແນວໃດເພື່ອທີ່ຈະບໍ່ເປັນນົກເປັນໄກ່ຕອດເຂົາທຸກມື້? ກ່ອນອື່ນເຈົ້າກໍຕ້ອງຮູ້ກ່ອນວ່າເຮົາເປັນແບບນີ້ຍ້ອນສາເຫດອັນໃດ ແລະ ສາເຫດຕ່າງໆທີ່ພົບເຫັນຫຼາຍສຸດກໍຈະເປັນຍ້ອນ ເຮົາຄິດວ່າເຂົາຕ້ອງການຄໍາສອນຈາກເຮົາຈຶ່ງຈະດີຂຶ້ນ, ເຮົາຄວບຄຸມໃຫ້ທຸກຢ່າງເປັນໄປດັ່ງໃຈຕ້ອງການບໍ່ໄດ້, ຄວາມສໍາພັນມີບັນຫາທີ່ໃຫຍ່ ແຕ່ເຮົາເລືອກທີ່ຈະຍົກເອົາບັນຫານ້ອຍໆມາເວົ້າແທນເພື່ອເປັນການຫຼີກລ່ຽງ.

ເພື່ອກໍາຈັດອາການຈຸກຈິກເກີນຄວາມຈໍາເປັນນີ້ ເຮົາມີວິທີປັບການປະພຶດບໍ່ໃຫ້ເປັນຄົນມັກຈົ່ມມາໃຫ້ທຸກຄົນ.

1. ຈັດການອາລົມຂອງຕົນເອງ

ຮູ້ບໍ່ວ່າ ການສະແດງອອກທາງຄໍາເວົ້າກັບການກະທໍາຂອງເຮົານັ້ນມັນເປັນໄປຕາມອາລົມຂອງເຮົາເອງ, ຫາກເຮົາປ່ອຍໃຫ້ອາລົມຢູ່ເໜືອການຄວບຄຸມຂອງສະໝອງ, ຮ່າງກາຍ ແລະ ຈິດໃຈຈະສະແດງການປະພຶດຕາມອາລົມໃນຕອນນັ້ນອອກມາ, ບໍ່ວ່າຈະເປັນຕອນທີ່ອາລົມດີ ຫຼື ອາລົມບໍ່ດີ.

2. ສື່ສານກັບຄົນຮັກດ້ວຍໃຈທີ່ເປີດກວ້າງ

ເປີດໃຈເວົ້າເຖິງການກະທໍາຕ່າງໆທີ່ຜ່ານມາຂອງເຮົາ ທີ່ເຄີຍຈົ່ມເລັກຈົ່ມນ້ອຍ ຫຼື ເຄີຍເວົ້າບໍ່ດີໃສ່ໂດຍບໍ່ຮູ້ໂຕ ສາມາດເຮັດໃຫ້ຄວາມສໍາພັນຂອງທັງສອງແຂງແຮງຂຶ້ນ, ສິ່ງທີ່ຄວນເຮັດກ່ອນເລີຍແມ່ນຕ້ອງຄິດຍ້ອນກັບໄປວ່າເຮົາເວົ້າຫຍັງໄປແດ່ ແລ້ວເລີ່ມຈາກການຂໍໂທດ ແລະ ສໍານຶກຜິດໃນສິ່ງທີ່ເຮັດໄປ.

3. ຮູ້ວ່າສິ່ງໃດແດ່ທີ່ເຮົາຄວບຄຸມໄດ້ ແລະ ບໍ່ໄດ້

ຈາກທີ່ເວົ້າວ່າການຈຸກຈິກເກີດຈາກວ່າເຮົາຢາກຄວບຄຸມສິ່ງຕ່າງໆໃຫ້ເປັນໄປຕາມໃຈຕ້ອງການ, ແຕ່ໃນຄວາມເປັນຈິງແມ່ນເຮົາບໍ່ສາມາດຄວບຄຸມທຸກຢ່າງທີ່ເກີດຂຶ້ນໄດ້, ສະນັ້ນ, ການເຮັດຄວາມເຂົ້າໃຈຕໍ່ສິ່ງອ້ອມໂຕແລ້ວປ່ອຍວາງປ່ອຍໃຈໄປ ຈະເຮັດໃຫ້ເຮົາຫຼຸດພົ້ນໄດ້.

4. ຄິດກ່ອນເວົ້າ

ຂໍ້ນີ້ສໍາຄັນຫຼາຍ, ເພາະການເວົ້າອອກໄປໂດຍທີ່ບໍ່ຄິດໃຫ້ຖີຖ້ວນນັ້ນມັນຈະເປັນການທໍາຮ້າຍຈິດໃຈອີກຝ່າຍແບບບໍ່ໄດ້ຕັ້ງໃຈ, ເຮົາອາດຈະຫວັງດີກໍແທ້ ແຕ່ສະພາບຈິດໃຈ ແລະ ການຕອບສະໜອງຕໍ່ຄໍາເວົ້າແຮງໆຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ, ການເວົ້າທໍາຮ້າຍຈິດໃຈອາດເຮັດໃຫ້ເຈົ້າເສຍອີກຝ່າຍໄປກໍໄດ້.

ການຈູ້ຈີ້ຈຸກຈິກ ເກີດຂຶ້ນກັບທຸກໆຄວາມສໍາພັນ ບໍ່ວ່າຈະເປັນຄອບຄົວ, ໝູ່ເພື່ອນ ແລະ ຄົນຮັກ. ເພາະຄວາມໃສ່ໃຈຕໍ່ອີກຝ່າຍນັ້ນເຮັດໃຫ້ເຮົາເປັນຫ່ວງເຂົາຈົນເກີນໄປ, ຄິດເລື່ອງເຂົາຫຼາຍຈົນເກີດໄປ ສິ່ງທີ່ດີທີ່ສຸດຄືການສື່ສານກັນ ແລະ ຫາທາງອອກນໍາກັນໃນທຸກເລື່ອງ ຈະເຮັດໃຫ້ຄວາມສໍາພັນເປັນໄປໄດ້ດ້ວຍດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.