ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ເຮັດແນວໃດດີ?
Muan RelationTips

ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ເຮັດແນວໃດດີ?

ແບ່ງປັນ

ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ນັ່ງໆຢູ່ມີເລື່ອງໄຫຼເຂົ້າມາໃນຫົວບໍ່ຢຸດ, ຖ້າເຈົ້າມີພຶດຕິກຳແບບນີ້ ບົດຄວາມນີ້ໜ້າຈະເໝາະກັບສະຖານະການຂອງເຈົ້າແລ້ວຕອນນີ້ ມື້ນີ້ເຮົາມີເຕັກນິກ 5 ຂໍ້ມາຝາກທຸກຄົນກັນ.

1. ນັ່ງສະມາທິກັບຄົນອື່ນ

ຫຼາຍຄົນອາດຈະມີພາບວ່າການນັ່ງສະມາທິຕ້ອງເຮັດຄົນດຽວ ໜີຈາກຜູ້ຄົນ ແນ່ນອນວ່າບໍ່ຜິດ ແຕ່ຜູ້ຊ່ຽວຊານດ້ານການເຮັດສະມາທິ Candice Fairoth ບອກວ່າການເຮັດສະມາທິກັບຄົນອື່ນນັ້ນມີຜົນທີ່ໜ້າສົນໃຈ ມັນອາດຈະເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ. ສ່ວນຫນຶ່ງອາດຈະມາຈາກການທີ່ເຮົາບໍ່ກ້າທີ່ຈະລົບກວນຄົນອື່ນທີ່ເຮັດສະມາທິຢູ່ແລະເປັນທຳມະດາຂອງມະນຸດທີ່ຈະສະແດງອອກມາຢ່າງເຕັມທີ່ຫຼາຍຂຶ້ນເມື່ອເຮັດຫຍັງຄ້າຍໆ ກັນ.

2. ລອງສະມາທິໂດຍໃຊ້ເຕັກໂນໂລຊີ

ຫູຟັງ ແວ່ນ VR ເຕັກໂນໂລຊີອາດຈະເປັນອີກໜຶ່ງທາງເລືອກສຳລັບຄົົນທີ່ຄິດຫຼາຍແຕ່ຢາກເຮັດສະມາທິ ການໃຊ້ພາບ ສຽງເຫມືອນຈິງນັ້ນຊ່ວຍໃຫ້ຫຼາຍຄົນຮູ້ສຶກສະຫງົບຂຶ້ນໄດ້ ບາງຄົນອາດຈະເລືອກສາກ ປ່າ ຊາຍຫາດ ພູເຂົາ ນ້ຳຕົກ ຜ່ານ VR ເຮັດໃຫ້ພວກເຂົາຖືກຕັດຂາດຈາກໂລກພາຍນອກ ແລະ ເຮັດໃຫ້ຈິດໃຈສະຫງົບ ມີສະມາທິແທ້ໆ.

ຫາກໃຜງົບບໍ່ຫຼາຍອາດຈະລອງເລີ່ມຈາກເປີດ YouTube ເປີດວິວທີ່ມັກກໍໄດ້ໃດ.

3. ໂຢຄະ

ບາງຄົນອາດຈະບໍ່ຄ່ອຍມີສະມາທິໄດ້ເມື່ອຮ່າງກາຍຢຸດນິ້ງ ຫຼື ເວົ້າງ່າຍໆ ພໍນິ້ງແລ້ວກໍຄິດຫຼາຍກວ່າເກົ່າ, ໂຢຄະ ເປັນອີກຄຳຕອບທີ່ຈະຊ່ວຍເຈົ້າໄດ້. ໂຢຄະນັ້ນເປັນການປະສານຂອງການເຮັດສະມາທິ, ການຫາຍໃຈ ແລະການເຄື່ອນໄຫວ ແນ່ນອນວ່າປາຍທາງມັນເຮັດໃຫ້ເຈົ້າມີສະມາທິຫຼາຍຂຶ້ນ.

4. ເພງ ດົນຕີຊ່ວຍໄດ້

ດົນຕີເຮັດໃຫ້ທຸກຢ່າງດີຂຶ້ນ ສະມາທິກໍເຊັ່ນກັນ ມີການສຶກສາບາງສະບັບລາຍງານວ່າ, ດົນຕີສາມາດຝຶກສະໝອງໃຫ້ມີສະມາທິຫຼາຍຂຶ້ນໄດ້. ບາງລາຍງານຍັງກ່າວເຖິງວ່າດົນຕີມີຜົນຕໍ່ການເຕັ້ນຂອງຫົວໃຈເລີຍ. ລອງຫາເພງທີ່ເໝາະກັບຕົວເຈົ້າ ບໍ່ແນ່ວ່າອາດຈະຊ່ວຍເພີ່ມສະມາທິໃຫ້ເປັນຢ່າງດີເລີຍ.

5. ຄິດຫຼາຍເປັນເລື່ອງປົກກະຕິ

ສຸດທ້າຍຂໍໃຫ້ຍອມຮັບວ່າ ການຄິດຫຼາຍ ການຢູ່ບໍ່ນິ້ງທາງຄວາມຄິດເປັນເລື່ອງປົກກະຕິ. ເຮົາຢູ່ໃນສັງຄົມທີ່ກະຕຸ້ນໃຫ້ມີການຄິດຕະຫຼອດເວລາ ຈຶ່ງບໍ່ໜ້າແປກທີ່ຫຼາຍຄົນຈະມີບັນຫານີ້ ເມື່ອຮູ້ຕົວວ່າຄິດຫຼາຍກໍພຽງແຕ່ດຶງກັບມາ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.