ຄວາມຝັນຂອງຫຼາຍຄົນຄົງຈະແມ່ນ ຢາກມີແຟນທີ່ດີຈັກຄົນໜຶ່ງໃນຊີວິດ, ແຕ່ເຊື່ອວ່າບໍ່ແມ່ນຄົນໂສດທຸກຄົນທີ່ຈະຄິດແບບນີ້! ສຳລັບບາງຄົນການມີແຟນມັນກໍດີ ແຕ່ບໍ່ມີແຟນຈະດີກວ່າ. ເພາະບາງທີເຮົາຈະມີແຟນໄປເຮັດຫຍັງ? ໃນເມື່ອທີ່ເຮົາສາມາດມີຄວາມສຸກໄດ້ດ້ວຍຊີວິດໂສດໆຂອງເຮົາໂດຍບໍ່ຕ້ອງງໍ້ແຟນ, ມື້ນີ້ມ່ວນຈະພາທຸກຄົນມາເບິ່ງກັນວ່າຍ້ອນຫຍັງຄົນເຫຼົ່ານີ້ ຈຶ່ງສາມາດ “Happy” ກັບຊີວິດໂສດຂອງຕົນເອງໄດ້ຂະໜາດນີ້.
1. ມັກໃຊ້ເວລາກັບຕົນເອງຫຼາຍກວ່າ:
ເປັນຄຳຕອບຍອດຮິດຂອງຄົນໂສດຫຼາຍໆຄົນເວລາຖືກຖາມວ່າເປັນຫຍັງຄືບໍ່ມີແຟນ? ເພາະບາງຄົນກໍເປັນຄົນໂລກສ່ວນຕົວສູງ ແລະ ບາງຄົນກໍຫວງເວລາກັບພື້ນທີ່ສ່ວນຕົວຂອງຕົນເອງ, ພາຍໃນ 24 ຊົ່ວໂມງຂອງເຂົາເຈົ້າກໍຕ້ອງແບ່ງເວລາໃຫ້ວຽກງານ, ຄອບຄົວ ແລະ ໝູ່ເພື່ອນ ຈຶ່ງເຮັດໃຫ້ເວລາທີ່ເຫຼືອໃນມື້ນັ້ນເຂົາເຈົ້າຢາກຈະໃຊ້ເວລາກັບຕົນເອງ ແລະ ເຮັດສິ່ງທີ່ມັກເຊັ່ນ: ເບິ່ງໜັງ, ຟັງເພງ, ຊັອບປິ້ງ ເປັນຕົ້ນ.
2. ມີອິດສະຫຼະ:
ຄົນໂສດແປວ່າຄົນທີ່ສາມາດເຮັັດຫຍັງຕາມໃຈຕົນເອງໄດ້, ໂດຍບໍ່ຕ້ອງມີແຟນມາຫ້າມນັ້ນຫ້າມນີ້, ຢາກໄປຫຼິ້ນໃສກໍໄດ້, ຢາກກັບຈັກໂມງກໍໄດ້, ຢາກເຮັດຫຍັງກໍເຮັດໄດ້ຕາມໃຈໂດຍທີ່ບໍ່ຕ້ອງໄດ້ລາຍງານໃຜກ່ອນ ເວົ້າໄດ້ວ່າສະບາຍສຸດໆໄປເລີຍສຳລັບຊີວິດຄົນໂສດ.
3. ມີເວລາໃຫ້ຄອບຄົວ ແລະ ໝູ່ຄູ່ເຕັມທີ່:
ຄົນໂສດບາງຄົນຂໍພຽງແຕ່ມີຄອບຄົວທີ່ອົບອຸ່ນ ແລະ ໝູ່ເພື່ອນທີ່ຮູ້ໃຈ ເທົ່ານີ້ກໍມີຄວາມສຸກຫຼາຍແລ້ວ, ມີພີ່ນ້ອງທີ່ສາມາດປຶກສາ ຫຼື ລົມນຳໄດ້ທຸກເລື່ອງ, ມີໝູ່ຄູ່ທີ່ພາກັນໄປຫຼິ້ນຕະຫຼອດ ນີ້ແຫຼະຄືຄວາມສຸກຂອງເຂົາເຈົ້າ ແລະ ບໍ່ຕ້ອງການໃຜເຂົ້າມາເພີ່ມເພາະເທົ່ານີ້ກໍແຮັບປີ້ແລ້ວ.
4. ດູແລຕົນເອງໄດ້:
ການດູແລຕົນເອງໄດ້ນີ້ແຫຼະ ເຮັດໃຫ້ຄົນໂສດສ່ວນໃຫຍ່ບໍ່ຄ່ອຍຢາກມີແຟນ, ເພາະວ່າເຖິງເຮົາຈະຢູ່ຄົນດຽວ ແຕ່ເຮົາສາມາດດູແລຕົນເອງໄດ້, ຫາເງິນເອງໄດ້, ຮັກສາສຸຂະພາບໄດ້ດີ ຫຼື ສາມາດຢູ່ຄົນດຽວໄດ້ແບບແຮັບປີ້.
ແລະ ທີ່ກ່າວມາກໍແມ່ນເຫດຜົນທີ່ຄົນໂສດດບາງຄົນບໍ່ຕ້ອງການແຟນ ເພາະພວກເຂົາສາມາດມີຄວາມສຸກໄດ້ດ້ວຍຕົນເອງ ແລະ ສິ່ງເຫຼົ່ານີ້ນັ້ນເອງ, ແຕ່ຢ່າງໃດກໍຕາມ ການມີແຟນ ຫຼື ໂສດ ກໍມີຂໍ້ດີແຕກຕ່າງກັນໄປ ເພາະສິ່ງທີ່ສຳຄັນກໍຄື ສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກ ເຮົາຈະໃຊ້ຊີວິດແບບໃດກໍໄດ້, ແບບໂສດ ຫຼື ມີແຟນ ກໍໄດ້ ຂຶ້ນກັບວ່າເຮົາມີຄວາມສຸກກັບແບບໃດຫຼາຍກວ່າ. ສິ່ງນັ້ນແຫຼະ ສຳຄັນທີ່ສຸດແລ້ວ.
ໂດຍ: ທີມບັນນາທິການ Muan