ໜ້າຫຼັກ Muan.La - ສາລະບັນເທີງ Muan RelationTips ຮູ້ແບບນີ້ບໍ່ເຮັດດີກວ່າ ວິທີປ່ອຍວາງ ແລະ ປ້ອງກັນຕົວເອງບໍ່ໃຫ້ຢ້ານການຕັດສິນໃຈ
Muan RelationTips

ຮູ້ແບບນີ້ບໍ່ເຮັດດີກວ່າ ວິທີປ່ອຍວາງ ແລະ ປ້ອງກັນຕົວເອງບໍ່ໃຫ້ຢ້ານການຕັດສິນໃຈ

ແບ່ງປັນ

ຄວາມຜິດພາດໃນອາດີດທີ່ນຳມາຫຼອກຫຼອນເຮົາໃນປັດຈຸບັນ ມັນເກີດຈາກການຕັດສິນໃຈເລື່ອງໃດໜຶ່ງທີ່ຜິດພາດໃນອາດີດຈົນສົ່ງຜົນມາສູ່ເຮົາໃນປັດຈຸບັນ.

ຈາກເຫດການນັ້ນເຮັດໃນເຮົາກັບມາຄິດຍ້ອນຄືນຫຼາຍຢ່າງ, ເປັນຫຍັງເຮົາຄືບໍ່ເຮັດແບບນັ້ນ​​​? ຮູ້ຊິກະບໍ່ເຮັດແບບນີ້ລະ! ເກີດມີຄຳຖາມໃນຫົວຕີກັນໄປມາເຮັດໃຫ້ເຮົາຮູ້ສຶກເຈັບໃຈ ແລະ ເສຍດາຍທີ່ຕັດສິນໃຈແບບນັ້ນໄປ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ. ສິ່ງນີ້ເອງທີ່ເປັນສາເຫດໃຫ້ເຮົາຢ້ານທີ່ຈະຕັດສິນໃຈໃນເລື່ອງຕ່າງໆ.

ການຢ້ານທີ່ຈະຕັດສິນໃຈນັ້ນສົ່ງຜົນກະທົບຕໍ່ເຮົາຫຼາຍເຊັ່ນ:ບໍ່ກ້າທີ່ຈະສ່ຽງ, ບໍ່ກ້າລອງສິ່ງໃໝ່ໆ, ປິດກັ້ນໂອກາດທີ່ຈະເຂົ້າມາໃນຊີວິດ ແລະ ບໍ່ກ້າຕັ້ງເປົ້າໝາຍ ຫຼື ຄາດຫວັງສູງກັບສິ່ງທີ່ເຮັດ. ແລ້ວເຮົາຈະມີປ້ອງກັນແນວໃດລະໃຫ້ບໍ່ເສຍໃຈກັບສິ່ງທີ່ຕັດສິນໃຈລົງໄປ?

1. ຮູ້ເທົ່າທັນອາລົມຂອງຕົວເອງ

ຮັບຮູ້ເຖິງອາລົມທີ່ກຳລັງເກີດຂຶ້ນ ເພື່ອໃຫ້ເຮົາຄວບຄຸມ, ຈັດການກັບມັນໄດ້, ໃຫ້ອະໄພຕໍ່ຕົນເອງໃນການຕັດສິນໃຈກັບຄັ້ງນັ້ນ, ເພື່ອກ້າວຂ້າມຄວາມຮູ້ສຶກຜິດ ແລະ ກ້າທີ່ຈະຕັດສິນໃຈຫຼາຍຂຶ້ນ.

2. ຊອກຫາສາເຫດຂອງການຕັດສິນໃຈໃນຄັ້ງນັ້ນ

ມີປັດໄຈຫຼາຍຢ່າງໃນຕອນນັ້ນເຮັດໃຫ້ເຮົາບໍ່ສາມາດຄວບຄຸມບໍ່ໄດ້ ສົ່ງຜົນໃຫ້ສະຖານະການດັ່ງກ່າວໃຫ້ເຮົາຕັດສິນໃຈແບບນັ້ນເຊິ່ງບໍ່ສາມາດທຽບກັບປັດຈຸບັນໄດ້.

3. ຈຳກັດຕົວເລືອກໃຫ້ໜ້ອຍລົງ

ການມີຕົວເລືອກທີ່ຫຼາກຫຼາຍແມ່ນວ່າສິດີທັງໝົດ ເພາະຍິ່ງໃຫ້ເຮົາຄິດຫຼາຍກວ່າເກົ່າໃນການຕັດສິນໃຈແຕ່ລະຄັ້ງ. ດັ່ງນັ້ນເຮົາຄວນຄັດຕົວເລືອກໃຫ້ໜ້ອຍເພື່ອໃຫ້ງ່າຍຕໍ່ການຕັດສິນໃຈ.

4. ຖາມເຫດຜົນຈາກຄົນອ້ອມຂ້າງ

ຄຳຕອບຂອງເຮົາອາດຈະມີໃນໃຈຢູ່ແລ້ວ ພຽງແຕ່ເຮົາຕ້ອງການຄວາມຄິດເຫັນຖາມຈາກຄົນອ້ອມຂ້າງມາສະໜັບສະໜຸນຄວາມຄິດຂອງເຮົາເພື່ອຄວາມແນ່ໃຈ. ສຸດທ້າຍນີ້ ການໃຊ້ຊີວິດກັບປັດຈຸບັນເປັນສິ່ງທີ່ດີກວ່າການຍຶດຕິດກັບອາດີດ ແລະ ເຮົາຄວນເຮັດມື້ນີ້ໃຫ້ດີທີ່ສຸດຈຶ່ງຈະບໍ່ໄດ້ມາເສຍໃຈພາຍຫຼັງ ຢ່າງໜ້ອຍເຮົາກໍເຕັມທີ່ກັບມັນແລ້ວ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan RelationTips

ຮັບມືແນວໃດ ເມື່ອຄົນໃກ້ໂຕເປັນຊຶມເສົ້າ? ມີຫຍັງແດ່ທີ່ເຮົາຄວນເວົ້າ ແລະ ບໍ່ຄວນເວົ້າ

ພະຍາດຊຶມເສົ້າ ຍັງຄົງເປັນໜຶ່ງໃນຄວາມເຈັບປ່ວຍທີ່ເຮົາຕ້ອງໄດ້ທຳຄວາມເຂົ້າໃຈກັນອີກຫຼາຍ ທີ່ວ່າແບບນັ້ນກໍເພາະວ່າ ໃນຫຼາຍໆຄັ້ງ ເມື່ອເກີດເຫດສະຫຼົດໃຈຂອງຜູ້ມີອາການດັ່ງກ່າວ ເຮົາຍັງເຫັນວ່າ ມີຫຼາຍຄຳເວົ້າທີ່ຍັງເປັນການຕຳໜິເຂົາເຈົ້າ ຫຼື ບາງຄຳເວົ້າກໍບໍ່ເໝາະທີ່ຈະໃຊ້ກັບຜູ້ທີ່ເປັນພະຍາດນີ້. ເພາະພະຍາດຊຶມເສົ້າເປັນຄວາມເຈັບປ່ວຍທັງທາງໃຈ ແລະ ກາຍ...

Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.