ເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ຄວນຢຸດ Victim Blaming

ແບ່ງປັນ

ເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ຄວນຢຸດ Victim Blaming

23 December 2024 172

ນັກວິໄຈບອກວ່າ ການໂທດເຫຍື່ອເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ. ແນວໃດກໍດີ ກົນໄກດັ່ງກ່າວ ຊ່ວຍໃຫ້ເກີດຄວາມຮູ້ສຶກດີກັບຕົວເອງ ເນື່ອງຈາກເຮົາຈະຮູ້ສຶກວ່າສາມາດປົກປ້ອງຕົວເອງໄດ້ຫຼາຍກວ່າ ແລະ ບໍ່ມີທາງທີ່ຈະປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນກັບຕົວເຮົາ ຕ່າງກັບເຫຍື່ອທີ່ກຳລັງປະເຊີນເລື່ອງເຫຼົ່ານີ້ຢູ່.

ການທີ່ເວົ້າວ່າ “ຖ້າເປັນຂ້ອຍ ຂ້ອຍຄືຈະບອກເລື່ອງນີ້ກັບຄົນອື່ນໄວໆ”, “ເປັນຫຍັງຄືບໍ່ບອກຄົນອື່ນໄວກວ່ານີ້”, “ໄປຫາຢົ້ວເຂົາ ກະແນວນີ້ແຫຼະ” ລວມໄປເຖິງການທີ່ບອກວ່າເຫຍື່ອເປັນຜູ້ວາງແຜນເລື່ອງລາວທັງໝົດ ທັງໝົດນີ້ບໍ່ຕ່າງຫຍັງກັບການກ່າວຫາເຫຍື່ອວ່າເປັນຄົນບໍ່ດີ, ບໍ່ຮອບຄອບ ສະນັ້ນເລື່ອງບໍ່ດີຈຶ່ງເກີດຂຶ້ນກັບພວກເຂົາ. ຈຶ່ງອາດເວົ້າໄດ້ວ່າ ການຮັບຜິດຊອບເລື່ອງລາວທັງໝົດ ກາຍເປັນເຫຍື່ອເອງທີ່ຕ້ອງຮັບຜິດແທນ ເພາະສັງຄົມພາກັນເອົາຕົວເອງໄປປຽບທຽບ ວ່າຖ້າເກີດເຫດແບບນັ້ນ ໂຕເອງຄືຈະບໍ່ເຮັດແບບນັ້ນ ຫຼື ຈະເຮັດແບບນີ້

ຜົນກະທົບຂອງຄົນທີ່ຖືກ Victim Blaming ແມ່ນ ເຂົາເຈົ້າຈະຮູ້ສຶກຜິດ ແລະ ອັບອາຍ ລວມທັງໂທດໂຕເອງຫຼາຍກວ່າເກົ່າ. ໃນບາງລາຍຕ້ອງເຈິກັບບັນຫາສຸຂະພາບຈິດ ເຊັ່ນ: ພາວະເຄັ່ງຄຽດຊຶມເສົ້າຫຼັງຜ່ານເຫດການຮ້າຍແຮງ ຫຼື PTSD.

ນອກຈາກນັ້ນແລ້ວ ເຂົາເຈົ້າອາດເກີດຄວາມຮູ້ສຶກທໍ້ໃນການຕໍ່ສູ້ເພື່ອຄວາມຍຸຕິທຳ ເຊິ່ງສ່ວນນີ້ຖືເປັນບັນຫາໃຫຍ່ທີ່ເຮັດໃຫ້ເຫຍື່ອຫຼາຍຄົນຍອມແພ້ໄປ ແລະ ຜູ້ກະທຳຜິດກໍລອຍຕົວເໜືອຄວາມຜິດທັນທີ. ດັ່ງນັ້ນ ການສະແດງຄວາມເຫັນທີ່ສື່ວ່າເຫຍື່ອມີສ່ວນໃນການຕ້ອງຮັບຜິດຊອບກັບສິ່ງທີ່ເກີດຂຶ້ນນັ້ນ ບໍ່ຕ່າງຫຍັງກັບການສ້າງຄວາມເປັນທຳໃຫ້ກັບຜູ້ທີ່ກໍ່ເຫດ ຫຼື ຜູ້ກະທຳຄວາມຜິດ.

ແລ້ວເຮົາຈະຢຸດການໂທດເຫຍື່ອໄດ້ແນວໃດແດ່?

  1. ຟັງສຽງຂອງຜູ້ຖືກກະທຳ

2. ໃຫ້ເຫຍື່ອຮູ້ວ່າສິ່ງທີ່ເກີດຂຶ້ນນັ້ນບໍ່ແມ່ນຄວາມຜິດຂອງພວກເຂົາ

3. ບໍ່ປ່ອຍໃຫ້ຜູ້ກະທຳຜິດໂທດເຫຍື່ອ, ແອວກໍຮໍ ຫຼື ສິ່ງເສບຕິດ ວ່າເປັນສາເຫດຂອງພຶດຕິກຳທີ່ບໍ່ດີຂອງເຂົາເຈົ້າ.

4. ຄວນເຂົ້າໃຈວ່າ ຜູ້ກະທຳຜິດ ເປັນຜູ້ທີ່ຕ້ອງຮັບຜິດຊອບຢ່າງເຕັມຮ້ອຍ ກັບການກະທຳຂອງເຂົາເຈົ້າ.

ອ່ານຕື່ມ:  ອຸກອັ່ງເດ້ໝູ່ມັກມາຊ້າ ເທື່ອໃດກະຊິຮອດແລ້ວແຕ່ບໍ່ເຫັນໜ້າ ເຮັດແນວໃດດີກັບພຶດຕິກຳນີ້ຂອງໝູ່?

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.