ສາຍຟັງເພງແນວ K-POP ຫຼາຍຄົນໜ້າຈະຄຸ້ນເຄີຍ ແລະ ເຄີຍຟັງເພງຂອງ SEVENTEEN ມາກ່ອນ ເພາະເປັນວົງບອຍແບນລະດັບໂລກທີ່ມີກະແສ ແລະ ມາແຮງຕະຫຼອດແບບບໍ່ມີຕົກ.
ຫຼ້າສຸດບໍ່ດົນມານີ້ ກໍມີຂ່າວທີ່ໜ້າຍິນດີສຸດໆ ເພາະເນື່ອງໃນໂອກາດທີ່ວົງຄົບຮອບ 11 ປີ ພວກເຂົາກໍໄດ້ບໍລິຈາກເງິນໃຫ້ກັບ UNESCO ເພື່ອຊ່ວຍເຫຼືອ ແລະ ມອບທຶນການສຶກສາໃຫ້ເດັກນ້ອຍຜູ້ດ້ອຍໂອກາດໃນລາວ ບອກເລີຍພວກເຂົາທັງຫຼໍ່ ແລະ ກໍໃຈບຸນສຸດໆ ຈະບໍ່ໃຫ້ຮັກໄດ້ແນວໃດລະ.
ແຕ່ກ່ອນ Muan Scoop ກໍມີແຕ່ໄດ້ຟັງເພງຂອງພວກເຂົາຊື່ໆ ແຖມຍັງຕິດຫູຮ້ອງຕາມໄດ້ທຸກເພງອີກໃດແຕ່ຍັງບໍ່ທັນໄດ້ທຳຄວາມຮູ້ຈັກແບບຈິງຈັງຈັກເທື່ອ. ພໍໄດ້ມາເຫັນຂ່າວດີໆແບບນີ້ແລ້ວກໍຮູ້ສຶກປະທັບໃຈ, ເລີຍໄດ້ຊອກຫາຂໍ້ມູນກ່ຽວກັບ SEVENTEEN ມາເລົ່າໃຫ້ທຸກຄົນຟັງ.
ຖ້າໃຜເປັນ CARAT (ຊື່ແຟນຄລັບ) ຢູ່ແລ້ວຄົງໃຈຟູກັນສຸດໆແມ່ນບໍ່? ວ່າແລ້ວກໍໄປຮູ້ຈັກ 13 ໜຸ່ມ SEVENTEEN ກັນໃຫ້ຫຼາຍຂຶ້ນດີກວ່າ.
ຄວາມໝາຍຂອງຊື່ວົງ SEVENTEEN
ເປັນຄືກັນບໍ່ທຸກຄົນ ໃນຕອນທຳອິດເລີຍທີ່ຮູ້ສຶກງົງກັບຊື່ວົງ SEVENTEEN ທີ່ແປວ່າ 17 ນັ້ນມາແຕ່ໃສ ເພາະເບິ່ງໃນເອັມວີຄືເຫັນແຕ່ສະມາຊິກ 13 ຄົນເທົ່ານັ້ນ. ບໍ່ຮູ້ບໍ່ເປັນຫຍັງເດີທຸກຄົນ ເພາະທຳອິດ Muan Scoop ກໍບໍ່ຮູ້ຄືກັນ ແຕ່ຫຼັງຈາກໄປຊອກມາແລ້ວກໍຮູ້ວ່າພວກເຂົາມີສູດຄິດໄລ່ກັນແບບນີ້: 13 ສະມາຊິກ + 3 ກຸ່ມຍ່ອຍ + 1 ທີມລວມ = 17 ພໍດີ ນີ້ຄືທີ່ມາຂອງຊື່ SEVENTEEN.
SEVENTEEN ເປີດໂຕມາຕັ້ງແຕ່ວັນທີ 26 ພຶດສະພາ 2015 ພາຍໃຕ້ຄ້າຍ Pledis Entertainment (ໃນເຄືອ HYBE Labels ຄ້າຍດຽວກັບ BTS ນັ້ນລະ) ແລະ ແບ່ງສ່ວນການເຮັດວຽກຕາມຄວາມຖະໜັດຂອງ 3 ກຸ່ມຍ່ອຍ ແລະ ທີ່ບໍ່ທຳມະດາຄື ຄວາມເກັ່ງຂອງວົງນີ້ ເພາະພວກເຂົາໄດ້ແບ່ງໜ້າທີ່ກັນແບບຊັດເຈນຕາມຄວາມສາມາດໂດຍແບ່ງເປັນ 3 ທີມຫຼັກຄື:
- Hip-Hop Team (ສາຍແຣັບດຸດັນ): S.Coups (ຫົວໜ້າວົງ), Wonwoo, Mingyu ແລະ Vernon.
- Vocal Team (ສາຍຮ້ອງສຽງສະກົດໃຈ): Woozi, Jeonghan, Joshua, DK ແລະ Seungkwan.
- Performance Team (ສາຍເຕັ້ນໄຟລຸກ): Hoshi, Jun, The 8 ແລະ Dino.
ປະຫວັດສະມາຊິກວົງ

ພາບ: 세븐틴(SEVENTEEN)
S.Coups (ອ່ານວ່າ: ເອັສ.ຄູບສ໌) ຫົວໜ້າວົງຜູ້ແສນດີ ແລະ ເປັນທີ່ເພີ່ງພາຂອງສະມາຊິກທັງ 12 ຄົນ, S.Coups ມີຊື່ແທ້ວ່າ Choi Seung-cheol ເກີດວັນທີ 8 ສິງຫາ 1995 ເປັນອ້າຍໃຫຍ່ ແລະ ຫົວໜ້າວົງ.
ປະຈຳຢູ່ກຸ່ມສາຍແຣັບ ມີຄວາມສາມາດໂດດເດັ່ນດ້ານການແຣັບທີ່ມີພະລັງ, ສຽງທຸ່ມມີສະເໜ່, ທັງຮ້ອງ ແລະ ມີສ່ວນຮ່ວມໃນການຂຽນເນື້ອຮ້ອງເພງແຣັບສ່ວນໃຫຍ່ຂອງວົງ. ລາວໄດ້ຮັບສາຍາວ່າເປັນ “ພໍ່” ຂອງວົງ ຍ້ອນມີຄວາມຮັບຜິດຊອບສູງໃນການດູແລສະມາຊິກອີກ 12 ຄົນ, ຄອຍປົກປ້ອງ ແລະ ມັກເປັນຕົວແທນ “ສູ້” ກັບທາງຄ້າຍເພື່ອຜົນປະໂຫຍດຂອງສະມາຊິກສະເໝີ.

Jeonghan
ພາບ: jeonghaniyoo_n
ສະມາຊິກທີ່ມີສະເໜ່ Jeonghan (ອ່ານວ່າ: ຈອງຮັນ) ເທວະດາປະຈຳວົງ ຜູ້ເປັນທັງຄວາມສົດໃສ ແລະ ມັນສະໝອງຂອງວົງ. Jeonghan ຫຼື Yoon Jeong-han ເກີດວັນທີ 4 ຕຸລາ 1995 ເປັນອ້າຍໃຫຍ່ຄົນທີ່ສອງຂອງວົງ ປະຈຳຢູ່ກຸ່ມສາຍຮ້ອງ ມີຈຸດເດັ່ນທີ່ສຽງຮ້ອງຫວານ, ນຸ່ມນວນ ແລະ ມີເອກະລັກ.
ລາວມີສາຍາວ່າ ເທວະດາ ທີ່ມີຄວາມໝາຍມາຈາກວັນເກີດ 4 ຕຸລາ (10/04) ເຊິ່ງໃນພາສາເກົາຫຼີ ເລກ 1004 ອ່ານວ່າ 천사 (ຊອນຊາ) ແມ່ນແປວ່າ ເທວະດາ ແລະ ບວກພາບລັກໃນຊ່ວງເປີດຕົວລາວທີ່ຈົ່ງຜົມຍາວ ແລະ ມີຮູບຮ່າງໜ້າຕາທີ່ງົດງາມ, ອ່ອນໂຍນ ຄືກັບເຈົ້າຊາຍໃນນິຍາຍ ນັ້ນເອງ.

ພາບ: 세븐틴(SEVENTEEN)
Joshua (ອ່ານວ່າ: ໂຈຊົວ) ສຸພາບບຸລຸດສຸດຫຼໍ່ຈາກ Los Angeles ຜູ້ມາພ້ອມກັບຮອຍຍິ້ມລະລາຍໃຈ ແລະ ເປັນໜ້າຕາຂອງວົງທີ່ຕ້ອງບອກວ່າ… ຫຼໍ່ໂພດໂພ! Joshua ຫຼື ຊື່ເຕັມໆແມ່ນ Joshua Hong ລາວເປັນຄົນອາເມລິກາເຊື້ອສາຍເກົາຫຼີ, ເກີດວັນທີ 30 ທັນວາ 1995 (ເປັນໜຶ່ງໃນສາຍອ້າຍໃຫຍ່ 95 ທີ່ເກີດປີດຽວກັບ S.Coups ແລະ Jeonghan).
ລາວຢູ່ກຸ່ມສາຍຮ້ອງ ມີສຽງຮ້ອງທີ່ນຸ່ມນວນ, ຟັງສະບາຍ ແລະ ມີສະເໜ່ຫຼາຍເວລາຮ້ອງເພງ. ເປັນຄົນທີ່ສຸພາບ, ມີລັກສະນະການເວົ້ານຸ່ມນວນ, ໃຈເຢັນ, ມີສາຍຕາທີ່ອົບອຸ່ນ ແລະ ຮອຍຍິ້ມທີ່ຫວານຫຼາຍ ໂດຍສະເພາະຕາທີ່ຄ້າຍຄືກັບຕາກວາງ ຈົນແຟນໆມັກບອກວ່າລາວມີພາບລັກຄືກັບ ເຈົ້າຊາຍ ຫຼື ລູກຊາຍຄົນລວຍໃນຕະກູນຜູ້ດີ (ແຟນຄລັບນີ້ກໍຊ່າງນິຍາມເນາະ ຮູ້ເລີຍວ່າຮັກຂະໜາດໃດ – Muan Scoop).

ພາບ: 세븐틴(SEVENTEEN)
Jun (ອ່ານວ່າ: ຈຸນ) ໜຸ່ມມະຫັດສະຈັນຈາກແຜ່ນດິນໃຫຍ່ (ປະເທດຈີນ) ຜູ້ມາພ້ອມກັບຮູບໜ້າຟ້າປະທານ, Jun ມີຊື່ໃນພາສາຈີນວ່າ Wen Junhui ເກີດວັນທີ 10 ມິຖຸນາ 1996. ລາວປະຈຳຢູ່ກຸ່ມສາຍເຕັ້ນ ເຊິ່ງມີເອກະລັກລີລາການເຕັ້ນສຸດພິ້ວໄຫວ, ສວຍງາມ, ແຂງແຮງ ແລະ ຍັງມີສຽງຮ້ອງທີ່ມີສະເໜ່ເປັນເອກະລັກ.
ນອກຈາກຈະເຕັ້ນເກັ່ງແລ້ວ Jun ຍັງມີພື້ນຖານ ກັງຟູ ແລະ ສິລະປະການຕໍ່ສູ້ຈີນ ມາຕັ້ງແຕ່ຕອນນ້ອຍເຖິງວ່າເວລາຢູ່ເທິງເວທີ Jun ຈະເບິ່ງຄື ຄົນຫຼໍ່ທີ່ໜ້ານິ່ງ ຫຼື ຄືເຈົ້າຊາຍທີ່ເຂົ້າເຖິງຍາກ ແຕ່ຕົວຈິງແລ້ວລາວເປັນຄົນໜ້າຮັກ ແລະ ມີມຸມແປກໆທີ່ເຮັດໃຫ້ແຟນໆເອັນດູຕະຫຼອດ.

ພາບ: 세븐틴(SEVENTEEN)
Hoshi (ອ່ານວ່າ: ໂຮຊິ) ຜູ້ນຳສາຍເຕັ້ນ ຜູ້ເປັນຄົນທີ່ຄິດທ່າເຕັ້ນທັງໝົດຂອງວົງ, Hoshi ມີຊື່ແທ້ວ່າ Kwon Soon-young ເກີດວັນທີ 15 ມິຖຸນາ 1996 ປະຈຳຢູ່ໃນທຸກກຸ່ມບໍ່ວ່າຈະເປັນສາຍເຕັ້ນ, ສາຍຮ້ອງ ແລະ ແຣັບ, ຖືວ່າລາວເປັນຄົນທີ່ມີຄວາມສາມາດຮອບດ້ານ ຫຼື All-Rounder ນັ້ນເອງ.
ໃນເວລາທີ່ວົງມີການຊ້ອມ Hoshi ຈະປ່ຽນຈາກໂໝດໜ້າຮັກມາເປັນຄູຝຶກສຸດໂຫດທີ່ມີຄວາມລະອຽດ ແລະ ຈິງຈັງຫຼາຍ ເພື່ອໃຫ້ທຸກທ່າເຕັ້ນອອກມາເປະຕາມທີ່ແລ້ວໄດ້ອອກແບບໄວ້.

ພາບ: 세븐틴(SEVENTEEN)
Wonwoo (ອ່ານວ່າ: ວອນອູ) ຫຼື Jeon Won-woo ໜຸ່ມແວ່ນສຸດຮ້ອນແຮງ ຜູ້ມາພ້ອມກັບສຽງແຣັບໂທນຕ່ຳມີສະເໜ່ ແລະ ພາບລັກຄືພະເອກຊີຣີສ໌ ເກີດວັນທີ 17 ກໍລະກົດ 1996 ປະຈຳຢູ່ກຸ່ມສາຍແຣັບ.
ເປັນສະມາຊິກທີ່ມີພາບລັກໂດດເດັ່ນ ແລະ ມັກເປັນກະແສໄວຣັລໃນໂລກອອນລາຍສະເໝີ ຍ້ອນມີສາຍຕາທີ່ຄົມຄືກັບໝາປ່າ ແຕ່ພໍເວລາໃສ່ແວ່ນຕາແລ້ວ ຈະປ່ຽນລຸກເປັນໜຸ່ມອົບອຸ່ນ ແລະ ສະຫຼາດ ຄ້າຍຄືກັບຮຸ່ນອ້າຍໃນມະຫາວິທະຍາໄລ ຫຼື ພະເອກຊີຣີເກົາຫຼີ ຈົນແຟນໆຍົກໃຫ້ເປັນຊົງແຟນໜຸ່ມໃນຝັນ.

ພາບ: 세븐틴(SEVENTEEN)
Woozi (ອ່ານວ່າ: ອູຈີ) ອັດສະລິຍະດ້ານດົນຕີຜູ້ເປັນທັງມັນສະໝອງ ແລະ ຫົວໃຈຫຼັກໃນການເຮັດເພງ. ລາວມີຊື່ແທ້ວ່າ Lee Ji-hoon ເກີດວັນທີ 22 ພະຈິກ 1996 ປະຈຳຢູ່ກຸ່ມສາຍຮ້ອງ, ເປັນນັກຮ້ອງນຳ ແລະ ຍັງເປັນໂປຣດິວເຊີຫຼັກຂອງວົງ ອີກດ້ວຍ.
Woozi ຄືເຫດຜົນທີ່ເຮັດໃຫ້ SEVENTEEN ໄດ້ຮັບສາຍາວ່າ ໄອດອນທີ່ເຮັດເພງເອງ. ເພາະລາວເປັນຄົນແຕ່ງທຳນອງ, ຂຽນເນື້ອຮ້ອງ ແລະ ໂປຣດິວສ໌ເພງຫຼັກຂອງວົງເກືອບ 100% ຕັ້ງແຕ່ເພງເປີດໂຕຈົນຮອດປັດຈຸບັນ ເຊັ່ນເພງ Adore U, Very Nice, Don’t Wanna Cry, Super ແລະ God of Music.

ພາບ: 세븐틴(SEVENTEEN)
DK ຫຼື Dokyeom (ອ່ານວ່າ: ໂດກຽມ) ພະລັງສຽງຮ້ອງຊົງພະລັງ ຜູ້ມາພ້ອມກັບຮອຍຍິ້ມທີ່ເຈິດຈ້າ ແລະ ເປັນແສງຕາເວັນຄອຍມອບພະລັງບວກໃຫ້ກັບວົງ. ລາວມີຊື່ແທ້ວ່າ Lee Seok-min ເກີດວັນທີ 18 ກຸມພາ 1997 ຮັບໜ້າທີ່ເປັນນັກຮ້ອງສຽງຫຼັກ ແລະ ຢູ່ກຸ່ມສາຍຮ້ອງ.
DK ໄດ້ຖືກການຍອມຮັບວ່າເປັນໜຶ່ງໃນນັກຮ້ອງສຽງດີອັນດັບຕົ້ນໆ ຂອງວົງການ K-Pop ເພາະມີເນື້ອສຽງທີ່ກວ້າງສຽງດັງຟັງຊັດ, ມີພະລັງມະຫາສານ ແລະ ເຕັມໄປດ້ວຍຄວາມຮູ້ສຶກ. ລາວມີສາຍາວ່າເປັນ Happy Virus ຫຼື ແສງຕາເວັນ ເພາະເປັນຄົນທີ່ມັກຍິ້ມ-ຫົວງ່າຍ ແລະ ມັກສ້າງສຽງຫົວໃຫ້ກັບຄົນອ້ອມຂ້າງສະເໝີ.

ພາບ: 세븐틴(SEVENTEEN)
Mingyu (ມິອ່ານວ່າ: ມິນກຍູ) ຫຼື Kim Mingyu ໜຸ່ມຫຼໍ່ຫຸ່ນນາຍແບບຜູ້ເປັນທັງໜ້າຕາຂອງວົງ ແລະ ພໍ່ບ້ານປະຈຳວົງ, ເກີດວັນທີ 6 ເມສາ 1997 ລາວປະຈຳຢູ່ກຸ່ມສາຍແຣັບ.
ເປັນສະມາຊິກທີ່ໂດດເດັ່ນຫຼາຍໃນເລື່ອງຂອງຮູບຮ່າງໜ້າຕາ ຈົນກາຍເປັນຂວັນໃຈຂອງແຟນໆ ທົ່ວໂລກ. ເຖິງພາຍນອກຈະເບິ່ງຄືຄຸນຊາຍສຸດຫຼໍ່ ແຕ່ຕົວຈິງແລ້ວ Mingyu ມີສະເໜ່ ແລະ ເກັ່ງເລື່ອງເຮັດອາຫານ ແລະ ເປັນພໍ່ບ້ານພໍ່ເຮືອນແບບທີ່ໃຜເຫັນກໍຕ້ອງຫຼົງຮັກ.

ພາບ: 세븐틴(SEVENTEEN)
The8 (ອ່ານວ່າ: ດິເອດ) ຫຼື Xu Minghao ໜຸ່ມເທ່ສາຍເຕັ້ນຈາກປະເທດຈີນ, ເກີດວັນທີ 7 ພະຈິກ 1997. ລາວປະຈຳຢູ່ກຸ່ມສາຍເຕັ້ນ ແລະ ໂດດເດັ່ນດ້ານການເຕັ້ນ B-boy ແລະ ມີເນື້ອສຽງຮ້ອງທີ່ເປັນເອກະລັກຟັງສະບາຍ.
ຖ້າເວົ້າເຖິງເລື່ອງໄລຟ໌ສະໄຕລ໌ The8 ຄືຄົນທີ່ມີຄາແລັກເຕີຊັດເຈນທີ່ສຸດຄົນໜຶ່ງໃນວົງ ແລະ ເປັນເຈົ້າພໍ່ແຟຊັນ ລາວມັກການແຕ່ງຕົວຫຼາຍຈົນໄດ້ໄປຮ່ວມງານ Fashion Week ລະດັບໂລກ ແລະ ມີແບຣນດັງໆ ດຶງຕົວໄປຮ່ວມງານສະເໝີ.

ພາບ: 세븐틴(SEVENTEEN)
Seungkwan (ອ່ານວ່າ: ຊຶງກວານ) ຫຼື Boo Seung-kwan ພະລັງສຽງສູງຂັ້ນເທບ ແລະ ຍັງປະຈຳຢູ່ກຸ່ມສາຍຮ້ອງ, ເກີດວັນທີ 16 ມັງກອນ 1998 ເຊິ່ງລາວເປັນເຈົ້າພໍ່ວາໄຣຕີ້, ເປັນຄົນທີ່ຄອຍສ້າງສຽງຫົວ ແລະ ຄວາມອົບອຸ່ນໃຫ້ກັບວົງ.
ຖ້າເວົ້າເຖິງເລື່ອງຄວາມຕະຫຼົກ, ມີໄຫວພິບ ແລະ ຄວາມເວົ້າເກັ່ງ ຕ້ອງຍົກໃຫ້ Seungkwan ເປັນເບີໜຶ່ງເພາະລາວສະກິລວາໄຣຕີ້ຂັ້ນເທບ, ຫົວໄວ ແລະ ຕົບມຸກເກັ່ງ ເຮັດໃຫ້ລາວຖືກເຊີນໄປອອກລາຍການໂທລະພາບດັງໆຂອງເກົາຫຼີເປັນປະຈຳ ບາງລາຍການກໍໄດ້ເປັນພິທີກອນຫຼັກເລີຍ ເຊິ່ງຖືເປັນກຳລັງຫຼັກທີ່ເຮັດໃຫ້ຄົນທົ່ວໄປຮູ້ຈັກວົງ SEVENTEEN ຫຼາຍຂຶ້ນ.

ພາບ: 세븐틴(SEVENTEEN)
Vernon (ອ່ານວ່າ: ເວີນອນ) ຫຼື Hansol Vernon Chwe ລູກຊອດ ເກົາຫຼີ-ອາເມລິກາ ເກີດວັນທີ 18 ກຸມພາ 1998 ປະຈຳຢູ່ກຸ່ມສາຍແຣັບທີ່ມີ Flow ທີ່ເປັນເອກະລັກແບບອິນເຕີ ເຊິ່ງລາວມີສ່ວນຮ່ວມໃນການແຕ່ງເພງຫຼາຍໆເພງຂອງວົງ.
ຕອນເປີດຕົວທຳອິດ Vernon ເປັນກະແສໄວຣັລໜັກຫຼາຍ ຍ້ອນຮູບຮ່າງໜ້າຕາທີ່ໂດດເດັ່ນ ເພາະມີໃບໜ້າທີ່ຫຼໍ່ຄົມ, ເບິ່ງມີສະເໜ່ແບບລູກຊອດຕາຄົມ ຈົນທັງສື່ ແລະ ແຟນໆພາກັນຕັ້ງສາຍາໃຫ້ລາວວ່າ ລີໂອນາໂດ ດິຄາປຣິໂອ ນ້ອຍ ຍ້ອນໜ້າຕາຄ້າຍຄືກັບພະເອກຮູບໜັງ Titanic ຕອນໜຸ່ມໆ.

ພາບ: 세븐틴(SEVENTEEN)
Dino (ອ່ານວ່າ: ດິໂນ່) ຫຼື Lee Chan ນ້ອງນ້ອຍຂອງວົງຜູ້ເປັນອະນາຄົດຂອງ SEVENTEEN ຜູ້ທີ່ມາພ້ອມກັບພອນສະຫວັນດ້ານການເຕັ້ນທີ່ພວກອ້າຍໆຍັງຕ້ອງຍອມ, ເກີດວັນທີ 11 ກຸມພາ 1999. ປະຈຳຢູ່ກຸ່ມສາຍເຕັ້ນ ແລະ ລາວຍັງເປັນທັງສາຍຮ້ອງ-ແຣັບ ຖືວ່າເປັນຄົນທີ່ມີຄວາມສາມາດຮອບດ້ານທີ່ເຮັດໄດ້ດີທຸກບົດບາດ.
ຊື່ໃນວົງການຂອງລາວມາຈາກຄຳວ່າ Dinosaur (ໄດໂນເສົາ) ມີຄວາມໝາຍສຸດເທ່ຄື ການເປັນໄດໂນເສົາທີ່ຈະຄອງເວທີ ແລະ ສະແດງພະລັງຍິ່ງໃຫຍ່ໃຫ້ທຸກຄົນໄດ້ເຫັນ, ລາວເປັນຄົນທີ່ມີຄວາມມຸ່ງໝັ້ນ, ຈິງຈັງກັບການເຮັດວຽກ ແລະ ມີຄວາມຄິດທີ່ແບບຜູ້ໃຫຍ່ເກີນອາຍຸ ເຊິ່ງຫຼາຍຄັ້ງລາວສາມາດເວົ້າເຕືອນ ຫຼື ກວນພວກອ້າຍໆຄືນໄດ້ແບບໜ້າຮັກ ໂດຍບໍ່ມີໃຜກ້າຂັດໃຈເລີຍ.
ເລື່ອງລາວການເດີນທາງຂອງວົງ SEVENTEEN
- ຊ່ວງເລີ່ມຕົ້ນ (2015-2016): SEVENTEEN ເປີດໂຕດ້ວຍເພງ Adore U ແລະ ເລີ່ມເປັນທີ່ຮູ້ຈັກໃນວົງກວ້າງຈາກເພງ Mansae ແລະ Pretty U ເຊິ່ງຈຸດເດັ່ນແມ່ນຄວາມສົດໃສ ແລະ ທ່າເຕັ້ນທີ່ຄ້າຍຄືກັບລະຄອນເວທີ.
- ເລີ່ມເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະ ກ້າວສູ່ລະດັບແຖວໜ້າ (2019-ປັດຈຸບັນ): SEVENTEEN ໄດ້ສ້າງປະກົດການໃໝ່ໆໃຫ້ກັບວົງການ K-POP ເລື້ອຍໆເຊັ່ນ ຊຸດເພງ FML (2023) ທີ່ສາມາດເຮັດຍອດຂາຍໄດ້ທະລຸ 6 ລ້ານຊຸດ ເຊິ່ງເປັນຍອດຂາຍທີ່ສູງທີ່ສຸດໃນປະຫວັດສາດ K-Pop ໃນຊ່ວງເວລານັ້ນ.
- ພວກເຂົາໄດ້ຂຶ້ນສະແດງໃນເທດສະການດົນຕີລະດັບໂລກຢ່າງ Glastonbury ທີ່ອັງກິດ ແລະ Lollapalooza ທີ່ເຢຍລະມັນ, ທັງຍັງໄດ້ຮັບການແຕ່ງຕັ້ງເປັນ ທູດດ້ານເຍົາວະຊົນຄົນທຳອິດຂອງ UNESCO (UNESCO Goodwill Ambassador for Youth) ອີກດ້ວຍ.
SEVENTEEN ຖືເປັນໜຶ່ງໃນວົງທີ່ຂຶ້ນຊື່ເລື່ອງຄວາມສາມັກຄີ, ຄວາມສາມາດຮອບດ້ານ ແລະ ພະລັງບວກ ທີ່ສາມາດມັດໃຈແຟນເພງທົ່ວໂລກໄດ້. ບອກເລີຍວ່າການທີ່ພວກເຂົາກ້າວມາຮອດຈຸດນີ້ໄດ້ ບໍ່ແມ່ນເລື່ອງທຳມະດາເລີຍ ເພາະພວກເຂົາກໍຜ່ານຄວາມລຳບາກມາຫຼາຍ.
ຍ້ອນຄວາມພະຍາຍາມ ແລະ ຝຶກຊ້ອມ ນັ້ນເອງ, ພໍທຸກຄົນເຫັນແບບນີ້ແລ້ວ ໃຜທີ່ຍັງບໍ່ທັນໄດ້ຕິດຕາມ ບອກເລີຍວ່າຕ້ອງຟ້າວໄປຊອກຟັງເພງໄດ້ແລ້ວເດີ ຮັບຮອງວ່າຖ້າໄດ້ລອງເຂົ້າວົງການຟັງເພງ K-POP ນີ້ແລ້ວ ຈະມີແຕ່ຄວາມມ່ວນ ແລະ ຄວາມປະທັບໃຈຈົນຖອນຕົວບໍ່ຂຶ້ນເລີຍລະ.