ເປີດເລື່ອງລາວ ‘Red Flavor’ ເພງ K-Pop ທີ່ເຄີຍສ້າງປາກົດການໄດ້ໄປສະແດງຢູ່ເກົາຫຼີເໜືອ

ແບ່ງປັນ

ເປີດເລື່ອງລາວ ‘Red Flavor’ ເພງ K-Pop ທີ່ເຄີຍສ້າງປາກົດການໄດ້ໄປສະແດງຢູ່ເກົາຫຼີເໜືອ

05 June 2026 13
AI Summarized

Key Takeaways:

  • ເພງ "Red Flavor" ຂອງ Red Velvet ໄດ້ຮັບການຍົກຍ້ອງວ່າເປັນເພງຊາດແຫ່ງລະດູຮ້ອນ, ສະແດງເຖິງຄວາມສົມດຸນລະຫວ່າງຄວາມສົດໃສ ແລະ ຄວາມມີສະເໜ່.
  • ດົນຕີ Electropop ຂອງ "Red Flavor" ຖືກອອກແບບມາໃຫ້ຮູ້ສຶກເຖິງຄວາມສົດຊື່ນ, ແລະ ເນື້ອເພງ "빨간 맛 (Red Flavor) 궁금해 Honey" ໄດ້ກາຍເປັນປະໂຫຍກທີ່ຕິດຫູ.
  • MV ຂອງ "Red Flavor" ໂດດເດັ່ນດ້ວຍ Concept ການສ້າງສັນ, ໂດຍສະມາຊິກແຕ່ລະຄົນໄດ້ຮັບໝາກໄມ້ປະຈຳຕົວທີ່ເປັນສັນຍາລັກ.
  • "Red Flavor" ສະແດງໃຫ້ເຫັນສະຖິຕິທີ່ຍືນຍົງ, ກັບຄືນມາຢູ່ໃນ Top 100 ຂອງ MelOn ທຸກລະດູຮ້ອນ ແລະ ມີຍອດເຂົ້າຊົມ MV ຫຼາຍກວ່າ 200 ລ້ານເທື່ອ.
  • Red Velvet ໄດ້ສ້າງປະຫວັດສາດດ້ວຍການໄປສະແດງທີ່ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນປີ 2018, ນຳສະເໜີເພງ "Red Flavor" ແລະ "Bad Boy" ເປັນຕົວແທນຂອງ K-Pop ທີ່ທັນສະໄໝ ແລະ ມີສະເໜ່.
ອ່ານຕື່ມ:  ຊີວິດມັນເບຼີໆ ຮູ້ຕົວ ແຕ່ຍັງຄົງຫຼົງທາງໃນຄວາມເຈັບປວດ - ເພງໃໝ່ "ສຳປະຊັນຍະ" ຈາກ Senjx & XXXVVIIV

ໃນໂລກຂອງ K-Pop ທີ່ປ່ຽນແປງໄວແບບລາຍວັນ, ມີບໍ່ເທົ່າໃດເພງທີ່ຈະສາມາດຮັກສາສະເໜ່ໄດ້ຂ້າມທົດສະວັດ. ແຕ່ຖ້າຈະເວົ້າເຖິງເພງທີ່ເປັນຄືກັບເພງຊາດຂອງລະດູຮ້ອນ, “Red Flavor” ຈາກ Red Velvet ຄືຄຳຕອບທີ່ແຟນເພງທົ່ວໂລກຍົກໃຫ້ເປັນທີໜຶ່ງໃນໃຈ.

ມື້ນີ້ Muan ຈະພາມາຮູ້ຈັກກັບເລື່ອງລາວຄວາມສຳເລັດຂອງເພງນີ້ ທັງໃນແງ່ດົນຕີ, Concept ແລະ ເຫດການປະຫວັດສາດທີ່ຄັ້ງໜຶ່ງເຄີຍຖືກເລືອກໃຫ້ໄປສະແດງສົດຢູ່ເກົາຫຼີເໜືອ.

ສູດສຳເລັດຂອງເພງຊາດລະດູຮ້ອນ

ການປ່ອຍ “Red Flavor” ໃນປີ 2017 ຄືຈຸດປ່ຽນທີ່ເຮັດໃຫ້ Red Velvet ກາຍເປັນ Summer Queen ຢ່າງສົມບູນແບບ. ຄວາມອັດສະຈັນຂອງເພງນີ້ຄືຄວາມສົມດຸນລະຫວ່າງຄວາມສົດໃສ ແລະ ຄວາມມີສະເໜ່ ທີ່ກົງກັບຊື່ຂອງວົງ.

ໃນແງ່ຂອງການຜະລິດ, ດົນຕີແບບ Electropop ທີ່ມີສຽງສັງເຄາະສູງ, ຈັງຫວະທີ່ໄວ ແລະ ພະລັງງານທີ່ລົ້ນເຫຼືອຂອງເພງນີ້ ຖືກອອກແບບມາໃຫ້ຟັງແລ້ວຮູ້ສຶກເຖິງຄວາມສົດຊື່ນຄືກັບການດື່ມນ້ຳໝາກໄມ້ເຢັນໆ.

ພ້ອມນີ້, ເນື້ອຮ້ອງ 빨간 맛 (Red Flavor) 궁금해 Honey ມັນເປັນປະໂຫຍກລ້າງສະໝອງທີ່ຝັງເລິກຢູ່ໃນຫົວຂອງຄົນຟັງຕັ້ງແຕ່ຄັ້ງທຳອິດເລີຍ.

ລະຫັດລັບໝາກໄມ້

MV ນີ້ແມ່ນບົດຮຽນຂອງການສ້າງ Concept ທີ່ເຮັດໃຫ້ຄົນຈື່ ບໍ່ວ່າຈະເປັນການໃຫ້ສະມາຊິກແຕ່ລະຄົນມີໝາກໄມ້ປະຈຳຕົວ ເຊັ່ນ: Irene ແມ່ນໝາກໂມ, Seulgi ແມ່ນໝາກນັດ, Wendy ແມ່ນໝາກກ້ຽງ, Joy ແມ່ນໝາກກີວີ ແລະ Yeri ແມ່ນໝາກລາແຊັງ.

ສະຖິຕິທີ່ຕາຍຍາກ

Red Flavor ຄືເພງທີ່ກັບມາຂຶ້ນ chart ຕະຫຼອດ, ເພາະທຸກປີເມື່ອຮອດລະດູຮ້ອນ ເພງນີ້ຈະດີດຕົວເອງກັບມາຢູ່ Top 100 ຂອງການຈັດອັນດັບ MelOn ຢູ່ສະເໝີ.

ອ່ານຕື່ມ:  ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ໃນສ່ວນຂອງ MV, ເພງນີ້ມີຜູ້ເຂົ້າຊົມເຖິງ 213 ລ້ານຄັ້ງທາງຢູທູບຕັ້ງແຕ່ປ່ອຍໃຫ້ຟັງ ມາຈົນຮອດ 2026. ນີ້ຖືວ່າເປັນໜຶ່ງໃນ 5 ເພງທີ່ມີຜູ້ຟັງຫຼາຍກວ່າ 200 ຄັ້ງຂອງເຂົາເຈົ້າ.

ນອກຈາກນີ້ ເພງນີ້ຍັງເປັນເພງມາດຕະຖານ ທີ່ Trainee ທຸກຄົນຕ້ອງຮຽນເຕັ້ນ ຖ້າຢາກສະແດງເຖິງພະລັງ ແລະ ຄວາມເປັນມືອາຊີບ.

ພາລະກິດປະຫວັດສາດ

ເຫດການທີ່ສຳຄັນທີ່ສຸດໃນປະຫວັດສາດ ຄືການທີ່ Red Velvet ໄດ້ໄປສະແດງທີ່ ນະຄອນຫຼວງພຽງຢາງ ຂອງ ສປປ ເກົາຫຼີ ຫຼື ເກົາຫຼີເໜືອ ໃນປີ 2018.

ເປັນຫຍັງຕ້ອງເປັນ Red Velvet? ພວກເຂົາຖືກເລືອກເພາະມີຄວາມສົມດຸນທີ່ສຸດລະຫວ່າງຄວາມເປັນມິດ ແລະ ຄວາມເປັນມືອາຊີບ.

ໃນຊ່ວງເວລາທີ່ຄວາມສຳພັນທາງການເມືອງລະຫວ່າງສອງເກົາຫຼີພວມເປີດກວ້າງ, Red Velvet ຄືຕົວແທນຂອງຄວາມສົດໃສ ທີ່ທົ່ວໂລກຍອມຮັບ.

ໃນເວທີປະຫວັດສາດນັ້ນ, ສາວໆບໍ່ໄດ້ສະແດງພຽງແຕ່ເພງ Red Flavor ເທົ່ານັ້ນ ແຕ່ພວກເຂົາຍັງໄດ້ນຳເອົາເພງ Bad Boy ໄປສະແດງນຳ.

ໃນຄັ້ງນັ້ນເປັນການສະແດງໃຫ້ເຫັນເຖິງອີກມຸມໜຶ່ງຂອງ K-Pop ທີ່ທັງທັນສະໄໝ ແລະ ມີສະເໜ່ທີ່ເປັນທີ່ນິຍົມໄປທົ່ວໂລກ.

ເຖິງວ່າຜູ້ຊົມໃນເກົາຫຼີເໜືອຈະບໍ່ຄຸ້ນເຄີຍກັບດົນຕີແບບນີ້, ແຕ່ການທີ່ Red Velvet ສາມາດສື່ສານຜ່ານທັງຄວາມສົດໃສ ແລະ ຄວາມມີສະເໜ່ໄດ້ໃນເວທີດຽວ ມັນເປັນຫຼັກຖານທີ່ດີທີ່ສຸດວ່າດົນຕີສາມາດທະລຸຜ່ານທຸກກຳແພງການເມືອງ ແລະ ເຂົ້າເຖິງຫົວໃຈຄົນໄດ້ແທ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.